ການພັດທະນາດ້ານສັງຄົມ

ຊົນເຜົ່າ ແລະ ຊົນກຸ່ມນ້ອຍ

ຊົນ​ເຜົ່າ​ພວນ​ຟື້ນ​ຟູ​ງານບຸນທາດທີ່​ຖືກ​ລືມ​ມາ​ແຕ່​ດົນ​ນານ

​ແຂວງ​ຊຽງ​ຂວາງ​ພວມ​ມີ​ການ​ພັດທະນາ ​ແລະ ພວມ​ສ້າງ​ແຫຼ່ງທ່ອງ​ທ່ຽວ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ປະຫວັດສາດ ​ແລະ ວັດທະນະທຳ. ​ເມືອງ​ຄູນ​ຂອງ​ແຂວງ​ແມ່ນ​ບ້ານ​ເດີມ​ຂອງ​ຊາວ​ເຜົ່າ​ພວນ ​ແລະ ມີ​ຊື່​ສຽງ​ໂດ່​ງດັງ​ໃນ​ສະ​ໄໝ​ກ່ອນ. ​ແຕ່​ເມືອງ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ໃນ​ສົງຄາມ​ອິນ​ດູ​ຈີນ, ​ເມື່ອ​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ຄົນ​ແລະ​ເຮືອນ​ຊານ​ແລະ​ສິ່ງ​ກໍ່ສ້າງ​ອື່ນໆ​ຖືກ​ທຳລາຍ. ຈໍາ​ນວນ​ຂອງ​ປະ​ຊາ​ຊົນ​ຂອງ​ທຸກ​ຊົນ​ເຜົ່າ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ໄລ​ຍະ​ຫຼາຍ​ປີ​ຈາກ​ການ​ລະ​ເບີດ​ທາງ​ອາ​ກາດ​ແມ່ນ​ບໍ່​ສາ​ມາດ​ນັບ​ໄດ້​.ອ່ານເພິ່ມເຕີມ  ...

ປະຕິທິນ ເພັດເມືອງພັນ

ການລົງທຶນໃສ່ຂະແໜງແພດພະດຸງຄັນຂອງຄົນຊົນເຜົ່າເພື່ອປົກປ້ອງສຸຂະພາບແມ່, ໂຄງການ UNFPA

ນາງ ວີດາ ເປັນແພດພະດຸງຄັນ, ອາຍຸ 28 ປີ ຈາກຊົນເຜົ່າອາຄາ ມີຄວາມພາກພູມໃຈໃນບົດບາດຂອງລາວ ໃນການຮັບປະກັນໃຫ້ແມ່ຍິງໃນ ສປປ ລາວ ໄດ້ຮັບຜົນດີຕໍ່ສຸຂະພາບແມ່. ຢູ່ທີ່ໂຮງໝໍເມືອງລອງ ແຂວງຫຼວງນ້ຳທາ, ແພດຄົນນີ້ຮຽນຈົບຈາກໂຄງການອຸປະຖໍາແຂວງ ອຸດົມໄຊ UNFPA-MOH ທີ່ໄດ້ຮັບການສະໜັບສະໜູນໃນປີ 2017.ຢູ່ໃນລາວ, ການສະໜັບສະໜູນການຝຶກອົບຮົມ ແລະ ການຈັດຫາແພດຜະດຸງຄັນຈາກບັນດາກຸ່ມຊົນເຜົ່າແມ່ນເປັນອົງປະກອບຫຼັກຂອງການມີສ່ວນພົວພັນອັນກ້ວາງຂວາງຂອງ UNFPA ໃນໂຄງການຜະດຸງຄັນທີ່ຮັບຮູ້ເຖິງບົດບາດອັນສຳຄັນຂອງຜະດຸງຄັນໃນການຊ່ວຍຊີວິດ ແລະ ການປ່ຽນແປງມາດຕະຖານທີ່ເປັນອັນຕະລາຍ, ວຽກງານດັ່ງກ່າວແມ່ນໄດ້ຮັບຄວາມທ້າທາຍຫຼາຍດ້ານເກີດຈາກຜົນຂອງພະຍາດລະບາດ COVID-19 ໃນການບໍລິການດ້ານສາທາລະນະສຸກ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຍີ່​ປຸ່ນ​ໃຫ້ການສະ​ຫນັບ​ສະ​ຫນູນ​ການ​ສຶກ​ສາ​ຂັ້ນປະ​ຖົມ​ສໍາ​ລັບ​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່​ແຂວງອຸ​ດົມ​ໄຊ​

ລັດຖະບານ​ຍີ່ປຸ່ນ​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ເປັນ​ມູນ​ຄ່າ​ປະມານ 470.000 ​ໂດ​ລາ​ສະຫະລັດ ​ເພື່ອ​ການ​ສຶກສາ​ປະຖົມ​ສຶກສາ​ໃຫ້​ແກ່​ເດັກນ້ອຍ​ຊົນເຜົ່າຢູ່​ອຸດົມ​ໄຊ. ທຶນຊ່ວຍເຫຼືອລ້າແມ່ນຈະສະໜອງທຶນໃຫ້ແກ່ກິດຈະກໍາ “ການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າໃນແຂວງອຸດົມໄຊ” ເປັນເວລາ 12 ເດືອນ. ໂຄງການດັ່ງກ່າວ ແນໃສ່ໃຫ້ການສຶກສາຊັ້ນປະຖົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ປັບປຸງສະພາບແວດລ້ອມການສຶກສາຂອງນັກຮຽນຊົນເຜົ່າ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຂດ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ເຂດ​ພູດ​ອຍ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກ​ສູງ. ປະມານ 90% ຂອງປະຊາກອນໃນແຂວງອຸດົມໄຊ ແມ່ນມາຈາກຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ. ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ

ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,​ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ສວນພຶກສາ ເປັນເຈົ້າພາບຈັດປີໃໝ່ເຜົ່າມົ້ງ

ໃນອາທິດແລ້ວນີ້, ສວນພຶກສາເປັນເຈົ້າພາບຈັດງານສະເຫຼີມສະຫຼອງປີໃໝ່ເຜົ່າມົ້ງ ແລະ ເປັນການສ້າງສິ່ງທີ່ໜ້າສົນໃຈໃນສ່ວນໜຶ່ງຂອງການປຸກລະດົມຂົນຂວຍລາວທ່ຽວລາວ. ງານດັ່ງກ່າວໄດ້ດຳເນີນຂື້ນເປັນເວລາ 3 ວັນ, ນັບແຕ່ ວັນທີ 11-13 ທັນວາ ທີ່ສວນພຶກສາຢູ່ບ້ານດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ອ່ານຕໍ່.  ...

ສຸກສະໄໝ ບູລົມ

ຍີ່ປຸ່ນໃຫ້ການສົ່ງເສີມເພື່ອພັດທະນາພື້ນຖານການສຶກສາສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(KPL) ລັດຖະບານຍີ່ປຸ່ນ ໄດ້ສະໜອງກອງທຶນຊ່ວຍເຫຼືອຈຳນວນ 514,000 ໂດລາສະຫະລັດ ເພື່ອຊຸກຍູ້ພື້ນຖານການສຶກສາຂອງເດັກນ້ອຍຊົນເຜົ່າຢູ່ທາງພາກເໜືອ, ແຂວງອຸດົມໄຊ. ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸຸງຄຸນນະພາບພື້ນຖານການສຶກສາ ແລະ ອັດຕາການເຂົ້າໂຮງຮຽນຂອງເດັກນ້ອຍຊົນເຜົ່າຢູ່ເມືອງປາກແບ່ງ, ແຂວງອຸດົມໄຊ. keep reading .  ...

KPL

ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອເພື່ອຍົກລະດັບການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າຢູ່ແຂວງອຸດົມໄຊ

(ຂປລ) ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ USD 526,999 ໂດລາ ເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານ ສຳລັບເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ສປປ ລາວ.ຂໍ້ສັນຍາກ່ຽວກັບໂຄງການຊ່ວຍເຫຼືອລ້າດັ່ງກ່າວ ໄດ້ມີການລົງນາມທີ່ສະຖານທູກຍີ່ປຸ່ນ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວານີ້, ລະຫວ່າງທ່ານ ເກໂຊະ ທາເກວາກະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານນາງ ກຸມິໂກະ ຊູຊຸມຸຣະ ຫົວໜ້າໂຄງການ ອົງການແພຼນນາໆຊາດປະເທດຍີ່ປຸ່ນ.ອ່ານຕໍ່ ...

ໂຕະຂ່າວ ຂປລ

ບຸນກິນຈຽງເຜົ່າມົ້ງ ຈັດຂຶ້ນທີ່ສວນພຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແແລ້ວນີ້ ທີ່ສວນພຶກສາ ສວນທ່ອງທ່ຽວຊື່ດັງ ໄດ້ມີການຈັດງານສະເຫຼີມສະຫຼອງບຸນກິນຈຽງ (ຊົນເຜົ່າມົ້ງ) ປະຈຳປີຂຶ້ນ ພ້ອມດ້ວຍການສະແດງ ແລະ ກິດຈະກຳຕ່າງໆທີ່ມີສີສັນ.ງານບຸນດັ່ງກ່າວ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-24 ພະຈິກນີ້ ເພື່ອສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີຂອງຊົນເຜົ່າມົ້ງ ກໍຄືເພື່ອສົ່ງເສີມການທ່ອງທ່ຽວໃນເມືອງນາຊາຍທອງ ແລະ ໃນນະຄອນຫຼວງວຽງຈັນໂດຍລວມ. ກິດຈະກຳດັ່ງກ່າວມີຜູ້ສົນໃຈເຂົ້າຮ່ວມຢ່າງຫຼວງຫຼາຍ.ອ່ານຕໍ່ ...

ໂຕະຂ່າວ

ງານປະກວດນາງສາວມົ້ງຈະຈັດຂຶ້ນໃນເດືອນທັນວາ

ສາວງາມຊາວມົ້ງກຳລັງທະຍອຍກັນສະໝັກເຂົ້າປະກວດໃນງານປະກວດນາງສາວມົ້ງ ເຊິ່ງຈະຈັດຂຶ້ນໃນເດືອນທັນວາປີນີ້.ງານປະກວດນາງສາວມົ້ງລວມມີການສະແດງແບບຕ່າງໆ ເຊິ່ງສະແດງເຖິງເອກະລັກ ແລະ ວັດທະນະທຳຂອງຊົນເຜົ່າມົ້ງ, ເພື່ອສົ່ງເສີມມູນມໍລະດົກທາງວັດທະນະທຳໃນເວທີລາວ ແລະ ສາກົນ.ອ່ານຕໍ່. ...

The Laotian Times
https://laotiantimes.com/2019/09/06/miss-hmong-laos-contest-to-be-held-in-december/

ລັດຖະບານ, ຄູ່ຮ່ວມພັດທະນາຫາລືວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ

ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ປະຊຸມກັນຢູ່ວຽງຈັນ ເພື່ອຫາລືຮ່າງດຳລັດວ່າດ້ວຍວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ ເພື່ອກຳນົດວິທີການໃນການປັບປຸງການສຳຫຼວດໃນຕໍ່ໜ້າ.ການສຳຫຼວດຂັ້ນແຂວງກ່ຽວກັບການໃຫ້ບໍລິການຂອງລັດ ໄດ້ມີການປຶກສາຫາລືໃນກອງປະຊຸມວິຊາຕາມຫົວຂໍ້ຂອງກຸ່ມເຮັດວຽກເພື່ອການປັບປຸງການບໍລິການຂອງລັດ ພາຍໃຕ້ກຸ່ມເຮັດວຽກໃນຂະແໜງການຄຸ້ມຄອງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TsmT3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!