ການລົງທຶນໃສ່ຂະແໜງແພດພະດຸງຄັນຂອງຄົນຊົນເຜົ່າເພື່ອປົກປ້ອງສຸຂະພາບແມ່, ໂຄງການ UNFPA

ນາງ ວີດາ ເປັນແພດພະດຸງຄັນ, ອາຍຸ 28 ປີ ຈາກຊົນເຜົ່າອາຄາ ມີຄວາມພາກພູມໃຈໃນບົດບາດຂອງລາວ ໃນການຮັບປະກັນໃຫ້ແມ່ຍິງໃນ ສປປ ລາວ ໄດ້ຮັບຜົນດີຕໍ່ສຸຂະພາບແມ່. ຢູ່ທີ່ໂຮງໝໍເມືອງລອງ ແຂວງຫຼວງນ້ຳທາ, ແພດຄົນນີ້ຮຽນຈົບຈາກໂຄງການອຸປະຖໍາແຂວງ ອຸດົມໄຊ UNFPA-MOH ທີ່ໄດ້ຮັບການສະໜັບສະໜູນໃນປີ 2017.

ຢູ່ໃນລາວ, ການສະໜັບສະໜູນການຝຶກອົບຮົມ ແລະ ການຈັດຫາແພດຜະດຸງຄັນຈາກບັນດາກຸ່ມຊົນເຜົ່າແມ່ນເປັນອົງປະກອບຫຼັກຂອງການມີສ່ວນພົວພັນອັນກ້ວາງຂວາງຂອງ UNFPA ໃນໂຄງການຜະດຸງຄັນທີ່ຮັບຮູ້ເຖິງບົດບາດອັນສຳຄັນຂອງຜະດຸງຄັນໃນການຊ່ວຍຊີວິດ ແລະ ການປ່ຽນແປງມາດຕະຖານທີ່ເປັນອັນຕະລາຍ, ວຽກງານດັ່ງກ່າວແມ່ນໄດ້ຮັບຄວາມທ້າທາຍຫຼາຍດ້ານເກີດຈາກຜົນຂອງພະຍາດລະບາດ COVID-19 ໃນການບໍລິການດ້ານສາທາລະນະສຸກ.

ອ່ານເພິ່ມເຕີມ…

ມະນີພອນ ວົງພະຈັນ