News
ການລົງທຶນໃສ່ຂະແໜງແພດພະດຸງຄັນຂອງຄົນຊົນເຜົ່າເພື່ອປົກປ້ອງສຸຂະພາບແມ່, ໂຄງການ UNFPA
ນາງ ວີດາ ເປັນແພດພະດຸງຄັນ, ອາຍຸ 28 ປີ ຈາກຊົນເຜົ່າອາຄາ ມີຄວາມພາກພູມໃຈໃນບົດບາດຂອງລາວ ໃນການຮັບປະກັນໃຫ້ແມ່ຍິງໃນ ສປປ ລາວ ໄດ້ຮັບຜົນດີຕໍ່ສຸຂະພາບແມ່. ຢູ່ທີ່ໂຮງໝໍເມືອງລອງ ແຂວງຫຼວງນ້ຳທາ, ແພດຄົນນີ້ຮຽນຈົບຈາກໂຄງການອຸປະຖໍາແຂວງ ອຸດົມໄຊ UNFPA-MOH ທີ່ໄດ້ຮັບການສະໜັບສະໜູນໃນປີ 2017.ຢູ່ໃນລາວ, ການສະໜັບສະໜູນການຝຶກອົບຮົມ ແລະ ການຈັດຫາແພດຜະດຸງຄັນຈາກບັນດາກຸ່ມຊົນເຜົ່າແມ່ນເປັນອົງປະກອບຫຼັກຂອງການມີສ່ວນພົວພັນອັນກ້ວາງຂວາງຂອງ UNFPA ໃນໂຄງການຜະດຸງຄັນທີ່ຮັບຮູ້ເຖິງບົດບາດອັນສຳຄັນຂອງຜະດຸງຄັນໃນການຊ່ວຍຊີວິດ ແລະ ການປ່ຽນແປງມາດຕະຖານທີ່ເປັນອັນຕະລາຍ, ວຽກງານດັ່ງກ່າວແມ່ນໄດ້ຮັບຄວາມທ້າທາຍຫຼາຍດ້ານເກີດຈາກຜົນຂອງພະຍາດລະບາດ COVID-19 ໃນການບໍລິການດ້ານສາທາລະນະສຸກ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ
ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ລັດຖະບານ, ຄູ່ຮ່ວມພັດທະນາຫາລືວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ
ເຈົ້າໜ້າທີ່ລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ປະຊຸມກັນຢູ່ວຽງຈັນ ເພື່ອຫາລືຮ່າງດຳລັດວ່າດ້ວຍວຽກງານຊົນເຜົ່າ ແລະ ການສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ບໍລິການ ເພື່ອກຳນົດວິທີການໃນການປັບປຸງການສຳຫຼວດໃນຕໍ່ໜ້າ.ການສຳຫຼວດຂັ້ນແຂວງກ່ຽວກັບການໃຫ້ບໍລິການຂອງລັດ ໄດ້ມີການປຶກສາຫາລືໃນກອງປະຊຸມວິຊາຕາມຫົວຂໍ້ຂອງກຸ່ມເຮັດວຽກເພື່ອການປັບປຸງການບໍລິການຂອງລັດ ພາຍໃຕ້ກຸ່ມເຮັດວຽກໃນຂະແໜງການຄຸ້ມຄອງ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
