ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ

ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,​ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.

ອ່ານເພິ່ມເຕີມ… 

ຂ່າວສານປະເທດລາວ