News
ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ
ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ປະທານປະເທດຊຸກຍູ້ການນຳຊົນເຜົ່າ ແລະ ຄົນລາວໃນຕ່າງປະເທດໃຫ້ສືບຕໍ່ສະໜັບສະໜູນການພັດທະນາປະເທດຊາດ
ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຊີ້ນຳຕາງໜ້າການນຳຊົນເຜົ່າ ແລະ ຄົນລາວໃນຕ່າງປະເທດໃຫ້ສືບຕໍ່ສະໜັບສະໜູນການພັດທະນາປະເທດຊາດ ໃນກອງປະຊຸມຊົນເຜົ່າທົ່ວປະເທດແຫ່ງຊາດຄັ້ງທີ 3.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວານນີ້ທີ່ຫໍປະຊຸມແຫ່ງຊາດ ນະຄອນວຽງຈັນ ເພື່ອແນໃສ່ສົ່ງເສີມບົດບາດຂອງຊົນເຜົ່າໃນທົ່ວປະເທດເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມກວ່າ 500 ຄົນ ຈາກແຕ່ລະຊົນເຜົ່າ, ຊຸມຊົນຄົນລາວໃນຕ່າງປະເທດ ແລະ ການນຳສະມາຊິກອົງການຈັດຕັ້ງສັງຄົມ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌