ການພັດທະນາດ້ານສັງຄົມ
ຊົນເຜົ່າ ແລະ ຊົນກຸ່ມນ້ອຍ
ເປີດຮັບສະໝັກກອງທຶນ

ລາຍລະອຽດ: ອົງການ The Critical Ecosystem Partnership Fund (CEPF) ແລະ the International Union for Conservation of Nature(IUCN) ເປີດຮັບສະໝັກກອງທຶນ ຈາກຫຼາຍໜ່ວຍງານເຊັ່ນ: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ກຸ່ມຊຸມຊົນ, ອົງການຈັດຕັ້ງຊົນເຜົ່າ, ກຸ່ມແມ່ຍິງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ ສຳລັບໂຄງການທີ່ແນໃສ່ການອະນຸລັກຊີວະນາໆພັນໃນເຂດອິນດູ-ມຽນມາ ທີ່ຄົບເງື່ອນໄຂທີ່ໄດ້ກຳນົດ. ໝົດເຂດຮັບສະໝັກ: 11:59 ແລງ (ໂມງອິນໂດຈີນ) ວັນທີ 26 ກັນຍາ 2022.ຂະໜາດກອງທຶນ: ຂະໜາດນ້ອຍ (US$40,000) ແລະ ຂະໜາດໃຫຍ່ (US$40,000 – US$200,000). ເງື່ຶອນໄຂປະເທດ: ກຳປູເຈຍ, ຈີນ, ລາວ, ມຽນມາ, ...
ເວທີສົນທະນາ: ແມ່ຍິງຈາກວົງການອົງການຈັດຕັ້ງທາງສັງຄົມ

ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຮັບຟັງການແບ່ງປັນປະສົບການ ຈາກແມ່ຍິງທີ່ເປັນແຮງບັນດານໃຈຜູ້ທີ່ເຮັດວຽກໃນຂະແໜງການສັງຄົມ ແລະ ການພັດທະນາ ໃນ ສປປ ລາວ. ພວກເຂົາຈະເລົ່າເຖິງປະສົບການໃນການເລືອກສາຍອາຊີບຂອງຕົນ ອຸປະສັກທີ່ພວກເຂົາໄດ້ປະເຊີນຜ່ານມາ ແລະ ສິ່ງສໍາຄັນອີກຢ່າງໜື່ງກໍຄື ວິທີການທີ່ລົ້ມເຫລວ “ເພາະນັ້ນໝາຍເຖິງການຮຽນຮູ້ວິທີການເພື່ອປະສົບຜົນສໍາເລັດທີ່ດີກວ່າ.”ການສົນທະນາຄັ້ງນີ້ ມີແຂກຮັບເຊີນຫຼາຍທ່ານທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພາະສະນັ້ນຂໍເຊີນທ່ານເຂົ້າຮ່ວມງານຂອງພວກເຮົາ ພ້ອມກຽມຄໍາຖາມເພື່ອຖາມແຂກຮັບເຊີນ ແລະ ຫຼັງຈາກນັ້ນຖືໂອກາດນີ້ສ້າງເຄືອຂ່າຍກັບບັນດາຜູ້ເຂົ້າຮ່ວມໃນງານ. ວັນທີ: 7 ພຶດສະພາ 2022 ເວລາ: 4:30 – 6:00 ຕອນແລງ ສະຖານທີ: ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ ທ່ານສາມາດຮ່ວມຮັບຟັງການສົນທະນາໄດ້ຜ່ານ ການ Live ສົດ ຢູ່ Facebook ແລະ ຜ່ານເພຈວິທະຍຸ Lao Youth Radio ...
[ເປີດຮັບສະໝັກ] ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ

ອົງການ UNDP ແລະ ອົງການ Asia Indigenous Peoples Pact (AIPP) ໄດ້ສ້າງຕັ້ງ “ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ” ມູນຄ່າຈຳນວນ 2500 to 3500 ໂດລາສະຫະລັດ ໃດຍເປີດໃຫ້ຜູ້ສະໝັກຈາກປະເທດລາວ, ບັງກະລາເທດ, ກຳປູເຈຍ, ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ມຽນມາ, ເນປານ, ພີລິບປິນ, ໄທ ແລະ ຫວຽດນາມ. ປິດຮັບສະໝັກ: ວັນທີ 14 ມິຖຸນາ 2021 ສຶກສາຂໍ້ມູນເພິ່ມເຕີມ>>> ໄດ້ທີ່ນີ້. ...