ການພັດທະນາດ້ານສັງຄົມ

ຊົນເຜົ່າ ແລະ ຊົນກຸ່ມນ້ອຍ

ບຸນປີໃໝ່ພູໄທມີການສະແດງຮີດຄອງປະເພນີອັນເກົ່າແກ່

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວເຜົ່າພູໄທຈຳນວນຫຼວງຫຼາຍໄດ້ມີການເຕົ້າໂຮມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ເພື່ອສະເຫຼີມສະຫຼອງບຸນປີໃໝ່ຕາມປິຕິທິນຈັນທະລະຄະຕິ.ງານສະເຫຼີມສະຫຼອງດັ່ງກ່າວແມ່ນເພື່ອໃຫ້ຊາວນະຄອນຫຼວງໄດ້ຮຽນຮູ້ກ່ຽວກັບວັດທະນະທຳຮີດຄອງປະເພນີຂອງຊົນເຜົ່າດັ່ງກ່າວ, ເຊິ່ງມີການສະແດງດົນຕີ ແລະ ສິລະປະພື້ນເມືອງທີ່ເດັ່ນ ເຊິ່ງເປັນສ່ວນໜຶ່ງຂອງປະເພນີການປະຕິບັດຂອງຊົນເຜົ່າມາແຕ່ດັ້ງເດີມ.ອ່ານຕໍ່  ...

Visith Teppalath

ປະທານປະເທດຊຸກຍູ້ການນຳຊົນເຜົ່າ ແລະ ຄົນລາວໃນຕ່າງປະເທດໃຫ້ສືບຕໍ່ສະໜັບສະໜູນການພັດທະນາປະເທດຊາດ

ທ່ານປະທານປະເທດ ບຸນຍັງ ວໍລະຈິດ ຊີ້ນຳຕາງໜ້າການນຳຊົນເຜົ່າ ແລະ ຄົນລາວໃນຕ່າງປະເທດໃຫ້ສືບຕໍ່ສະໜັບສະໜູນການພັດທະນາປະເທດຊາດ ໃນກອງປະຊຸມຊົນເຜົ່າທົ່ວປະເທດແຫ່ງຊາດຄັ້ງທີ 3.ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວານນີ້ທີ່ຫໍປະຊຸມແຫ່ງຊາດ ນະຄອນວຽງຈັນ ເພື່ອແນໃສ່ສົ່ງເສີມບົດບາດຂອງຊົນເຜົ່າໃນທົ່ວປະເທດເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມກວ່າ 500 ຄົນ ຈາກແຕ່ລະຊົນເຜົ່າ, ຊຸມຊົນຄົນລາວໃນຕ່າງປະເທດ ແລະ ການນຳສະມາຊິກອົງການຈັດຕັ້ງສັງຄົມ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ກອງປະຊຸມຊົນເຜົ່າສົ່ງເສີມການມີສ່ວນຮ່ວມໃນການສ້າງສາພັດທະນາປະເທດຊາດ

ຜູ້ຕາງໜ້າຈາກຊົນເຜົ່າຕ່າງໆທົ່ວປະເທດ ແລະ ກຸ່ມຄົນລາວຢູ່ຕ່າງປະເທດ ເຂົ້າຢ້ຽມຄຳນັບທ່ານປະທານປະເທດ ບຸນຍັງ ວໍລະຈິດ ໃນມື້ວານນີ້ ກ່ອນໜ້າກອງປະຊຸມຊົນເຜົ່າແຫ່ງຊາດຄັ້ງທີ 3 ທີ່ນະຄອນວຽງຈັນ.ກອງປະຊຸມຊົນເຜົ່າ ເຊິ່ງຈະຈັດຂຶ້ນທີ່ສູນປະຊຸມແຫ່ງຊາດໃນມື້ນີ້ ມີເປົ້າໝາຍສົ່ງເສີມບົດບາດຂອງປະຊາຊົນບັນດາເຜົ່າທົ່ວປະເທດ ໃນການປະກອບສ່ວນໃນວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ແນວລາວເສີມຂະຫຍາຍບົດບາດຂອງຊົນເຜົ່າໃນການພັດທະນາປະເທດຊາດ

ລັດຖະບານຈະໝູນໃຊ້ກອງປະຊຸມຊົນເຜົ່າແຫ່ງຊາດຄັ້ງທີ 3 ທີ່ວຽງຈັນ ເພື່ອສົ່ງເສີມບົດບາດຂອງຊົນເຜົ່າ ແລະ ແລກປ່ຽນປະສົບການໃນການພັດທະນາປະເທດຊາດ..ກອງປະຊຸມຊົນເຜົ່າແຫ່ງຊາດຄັ້ງທີ 3 ທີ່ສູນປະຊຸມແຫ່ງຊາດ ທີ່ຈະຈັດຂຶ້ນໃນວັນທີ 13 ທັນວານີ້ ຈະເປັນການສົ່ງເສີມບົດບາດຊົນເຜົ່າໃນທົ່ວປະເທດ ເພື່ອປະກອບສ່ວນໃນວຽກງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສະພາແຫ່ງຊາດຮັບຮອງເອົາຊົນເຜົ່າບຣູເຂົ້າໃນວົງຄະນະຍາດແຫ່ງຊາດຢ່າງເປັນທາງການ

ສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາຊົນເຜົ່າບຣູ ເຂົ້າໃນວົງຄະນະຍາດແຫ່ງຊາດລາວຢ່າງເປັນທາງການ, ການຮັບຮອງດັ່ງກ່າວເຮັດໃຫ້ປະເທດລາວປະກອບມີ 50 ຊົນເຜົ່າຢ່າງເປັນທາງການ.ການອະນຸມັດໄດ້ມີຂຶ້ນວານນີ້ ຕາມການສະເໜີຂອງລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ  ເຊິ່ງເຫັນດີລວມເອົາຊົນເຜົ່າບຣູເຂົ້າໃນໝວດຕະກຸນມອນຂະແມ.ອ່ານຕໍ່ ...

ສົມໄຊ ແສງດາ

ການປາບປາມກຸ່ມຄົນຊາວມົ້ງໃນລາວ

ເປັນເວລາປະມານໜຶ່ງເດືອນມາແລ້ວທີ່ກຸ່ມຊາວມົ້ງທີ່ລີ້ຊ່ອນຢູ່ໃນປ່າດົງທາງພາກເໜືອຂອງລາວຕົກຢູ່ພາຍໃຕ້ການໂຈມຕີຈາກກອງທະຫານລາວ. ອົງການຈັດຕັ້ງເພື່ອຊາດ ແລະ ປະຊາຊົນທີ່ບໍ່ມີດິນແດນ (UNPO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດກ່ຽວກັບການຕໍ່ສູ້ລາຍວັນຜ່ານທາງໜ່ວຍຂ່າວມົ້ງ Timeline, ເພື່ອສືບຕໍ່ຮຽກຮ້ອງໃຫ້ໜ່ວຍງານສາກົນໃຫ້ການຊ່ວຍເຫຼືອກຸ່ມຄົນດັ່ງກ່າວຢ່າງເລັ່ງດ່ວນ.ອ່ານຕໍ່ ...

ບັນນາທິການ UNPO

ການປະຊູມຊົນເຜົ່າເພື່ອຮັດແໜ້ນຄວາມສາມັກຄີຂອງຊາດ

ຜູ້ນຳຈາກທຸກໆຊົນເຜົ່າໃນທົ່ວປະເທດ ແລະ ຕ່າງປະເທດ ຈະປະຊຸມກັນໃນເດືອນໜ້າທີ່ວຽງຈັນ ເພື່ອພາລະກິດຮັດແໜ້ນຄວາມສາມັກຄີປອງດອງທົ່ວຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ໂຮງຮຽນຊົນເຜົ່າຕ້ອງການທຶນເພີ່ມເຕີມສຳລັບການຝຶກອົບຮົມວິຊາຊີບ

ຕາມການລາຍງານຂອງລັດຖະມົນຕີຕໍ່ສະພາແຫ່ງຊາດໃຫ້ຊາບວ່າ ໂຮງຮຽນມັດທະຍົມຊົນເຜົ່າຕ້ອງການການສະໜັບສະໜູນທາງດ້ານທຶນຮອນ ສຳລັບການຝຶກອົບຮົມວິຊາຊີບ ແລະ ການປັບປຸງສິ່ງອຳນວຍຄວາມສະດວກ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Vu2Sz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!