ຍີ່​ປຸ່ນ​ໃຫ້ການສະ​ຫນັບ​ສະ​ຫນູນ​ການ​ສຶກ​ສາ​ຂັ້ນປະ​ຖົມ​ສໍາ​ລັບ​ເດັກ​ນ້ອຍ​ຊົນ​ເຜົ່າ​ຢູ່​ແຂວງອຸ​ດົມ​ໄຊ​

ລັດຖະບານ​ຍີ່ປຸ່ນ​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ເປັນ​ມູນ​ຄ່າ​ປະມານ 470.000 ​ໂດ​ລາ​ສະຫະລັດ ​ເພື່ອ​ການ​ສຶກສາ​ປະຖົມ​ສຶກສາ​ໃຫ້​ແກ່​ເດັກນ້ອຍ​ຊົນເຜົ່າຢູ່​ອຸດົມ​ໄຊ. ທຶນຊ່ວຍເຫຼືອລ້າແມ່ນຈະສະໜອງທຶນໃຫ້ແກ່ກິດຈະກໍາ “ການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າໃນແຂວງອຸດົມໄຊ” ເປັນເວລາ 12 ເດືອນ. 

ໂຄງການດັ່ງກ່າວ ແນໃສ່ໃຫ້ການສຶກສາຊັ້ນປະຖົມ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ປັບປຸງສະພາບແວດລ້ອມການສຶກສາຂອງນັກຮຽນຊົນເຜົ່າ ຢູ່ເມືອງປາກແບງ ແຂວງອຸດົມໄຊ. ເຂດ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ເຂດ​ພູດ​ອຍ​ຢູ່​ຕາມ​ແມ່​ນ້ຳ​ຂອງ​ທີ່​ມີ​ອັດ​ຕາ​ຄວາມ​ທຸກ​ຍາກ​ສູງ. ປະມານ 90% ຂອງປະຊາກອນໃນແຂວງອຸດົມໄຊ ແມ່ນມາຈາກຊົນເຜົ່າທີ່ບໍ່ໄດ້ເວົ້າພາສາລາວເປັນພາສາທຳອິດ. 

ອ່ານເພິ່ມເຕີມ… 

ຂ່າວສານປະເທດລາວ