ສະພາປະຊາຊົນແຂວງຫາລືບັນຫາທີ່ເປັນທີ່ຖົກຖຽງກັນໃນທ້ອງຖິ່ນ

ສະພາປະຊາຊົນຫຼາຍແຂວງໄດ້ຈັດປະຊຸມໃນອາທິດນີ້ ເພື່ອຫາລືບັນຫາພົ້ນເດັ່ນໃນທ້ອງຖິ່ນ ພາຍຫຼັງການສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີເຈັດຂອງສະພາແຫ່ງຊາດ.

ສະພາປະຊາຊົນແຂວງສະຫວັນນະເຂດໄດ້ໄຂກອງປະຊຸມສະໄໝສາມັນຮອບເຄິ່ງປີແຕ່ວັນຈັນຈົນເຖິງມື້ວານນີ້. 

ໃນກອງປະຊຸມໄລຍະສີ່ວັນດັ່ງກ່າວ ສະມາຊິກສະພາແຂວງໄດ້ຫາລືມາດຕະການກ່ຽວກັບການຄຸ້ມຄອງການຜະລິດຖ່ານ ແລະ ການຄຸ້ມຄອງທຸລະກິດຖ່ານຂາວພາຍໃນແຂວງ ເຊິ່ງສະເໜີໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ, ແລະ ການຄຸ້ມຄອງການຈ່າຍເບ້ຍບຳນານ ແລະ ເບ້ຍລ້ຽງສຳລັບຄົນພິການ ເຊິ່ງສະເໜີໂດຍພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.

ອ່ານຕໍ່…

 

ໂຕະຂ່າວວຽງຈັນທາມສ໌