News
ສະຖານີ ຄຳສະຫວາດ ນະຄອນຫຼວງວຽງຈັນ ພ້ອມເປີດໃຫ້ບໍລິການໃນໄວໆນີ້
ສະຖານີລົດໄຟແຫ່ງໃໝ່ແມ່ນສ່ວນໜຶ່ງຂອງການຂະຫຍາຍເສັ້ນທາງລົດໄຟຂ້າມຊາຍແດນ ລາວ-ໄທ ທີ່ເຊື່ອມຕໍ່ໜອງຄາຍຂອງໄທ ກັບສະຖານີ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ສະຖານີໃໝ່ຕັ້ງຢູ່ເມືອງຄຳສະຫວາດ ຊຶ່ງຈະໃຫ້ຜູ້ໂດຍສານຈາກໄທເດີນທາງດ້ວຍລົດໄຟເຂົ້ານະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກປະເທດໄທ ພາຍໃຕ້ການສົມທົບທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າຜ່ານອົງການຮ່ວມມືພັດທະນາເສດຖະກິດປະເທດເພື່ອນບ້ານ (NEDA) ດ້ວຍມູນຄ່າທັງໝົດ 900 ລ້ານບາດ.ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ
ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ . ...
ໜ່ວຍງານໂຄສະນາ
ດ່ານວັງເຕົ່າຈະກໍສ້າງສຳເລັດໃນໄວໆນີ້
ໃນວັນທີ 24 ກຸມພາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈຳປາສັກ ໄດ້ຕົກລົງເຫັນດີ ກ່ຽວກັບການສະເໜີຟື້ນຟູການກໍ່ສ້າງດ່ານຊາຍແດນສາກົນວັງເຕົ່າ ພາຍຫຼັງມີການເລື່ອນມາຕັ້ງແຕ່ປີ 2018 ຍ້ອນສາເຫດງົບປະມານມີຈຳກັດ. ສືບຕໍ່ອ່ານ ...
ສຳນັກຂ່າວສານປະເທດລາວ
ວາງແຜນສ້າງທ່າເຮືອບົກສຳລັບເຂດເສດຖະກິດພິເສດວັງເຕົ່າ
ລັດຖະບານໄດ້ອອກໃບອະນຸຍາດໃຫ້ນັກລົງທຶນທ້ອງຖິ່ນດຳເນີນການຄົ້ນຄວ້າເສດຖະກິດ ສຳລັບການສ້າງທ່າເຮືອບົກໃນເຂດເສດຖະກິດພິເສດວັງເຕົ່າ ແຂວງຈຳປາສັກ. ທ່າເຮືອດັ່ງກ່າວເຊິ່ງຄາດວ່າຈຳໃຊ້ງົບປະມານກໍ່ສ້າງ 15 ລ້ານໂດລາສະຫະລັດ ຈະຖືກສ້າງເພື່ອປັບປຸງລະບົບການຂົນສົ່ງພາຍໃນ ແລະ ຍົກລະດັບການເຊື່ອມໂຍງປະເທດທີ່ບໍ່ມີທາງອອກສູ່ທະເລກັບພາກພື້ນ.ອ່ານຕໍ່ ...
ສົມສັກ ພົງຂາວ