ການພັດທະນາ ແລະ ການຄຸ້ມຄອງຕົວເມືອງ

ຈີນ ຈະສ້າງນິຄົມອຸດສາຫະກຳຂະໜາດໃຫຍ່ ພື້ນທີ່ 2.000 ເຮັກຕາ ຈຸດປະສົງເພື່ອຊ່ວຍປະເທດລາວໃຫ້ກ້າວໄກ

ລັດຖະບານ ແລະ ບໍລິສັດ SINO-AGRI International Potash ຈຳກັດ (SINO-KCL) ໄດ້ລົງນາມໃນ MOU ທີ່ນະຄອນຫຼວງວຽງຈັນ, ສະແດງໃຫ້ເຫັນວ່າ ໂຄງການຮ່ວມມືລະຫວ່າງລັດ ແລະ ວິສາຫະກິດ ໃກ້ຈະສຳເລັດແລ້ວ ຫຼັງຈາກໄດ້ກະກຽມມາເປັນເວລາຫຼາຍກວ່າ 1 ປີ. ​ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ, ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ລົງທຶນ​ໃນ​ລາວ ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ກະສິກຳ​ໃຫ້​ທັນ​ສະ​ໄໝ ​ແລະ ພັດທະນາ​ອຸດສາຫະກຳ​ບໍລິການ.ປະກອບມີ 3 ພາກສ່ວນຄື: ສວນອຸດສາຫະກຳຝຸ່ນ potash, ສວນອຸດສາຫະກຳທີ່ບໍ່ມີທາດໂປຕາຊ ແລະ ຕົວເມືອງອາຊີ-ໂປຕາຊ, ໂຄງການດັ່ງກ່າວກວມເອົາເນື້ອທີ່ທັງໝົດປະມານ 2.000 ເຮັກຕາ, ດ້ວຍມູນຄ່າການລົງທຶນປະມານ 4,31 ຕື້ USD.ອ່ານເພິ່ມເຕີມ  ...

ໂຕະໂຄສະນາ

ທ່ານາແລ້ງ ແລະ ສວນອຸທິຍານການຂົນສົ່ງວຽງຈັນ, ແຮງຂັບເຂື່ອນເສດຖະກິດແຫ່ງໃໝ່ຂອງປະເທດລາວ

ໂຄງການດັ່ງກ່າວ ແມ່ນສ່ວນໜຶ່ງຂອງຍຸດທະສາດການຂົນສົ່ງແຫ່ງຊາດຂອງລາວ ແລະ ການເຊື່ອມຕໍ່ດ້ານການຂົນສົ່ງຂອງລາວ, ເຊິ່ງຈະຊ່ວຍຫັນປ່ຽນປະເທດລາວຈາກການບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດທີ່ເຊື່ອມຈອດທາງພື້ນດິນ; ຊຶ່ງຄາດການຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນໜ້າ. ຜູ້ພັດທະນາກ່າວວ່າໂຄງການນີ້ ຄາດວ່າຈະສ້າງລາຍຮັບເຂົ້າງົບປະມານຂອງລັດໂດຍກົງຈາກຄ່າທຳນຽມການບໍລິການຕ່າງໆ.ອ່ານຕໍ່ທີ່ນີ້ .  ...

ໜ່ວຍງານໂຄສະນາ

ແຂວງຈຳປາສັກ ຫວັງພັດທະນານະຄອນປາກເຊ ໃຫ້ເປັນຕົວເມືອງສະຫຼາດ,​ ເປັນສູນກາງການຂົນສົ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງຈຳປາສັກ ແລະ ບໍລິສັດ ໄຕໂຮ ໂຮລດິ້ງ ຈະຮ່ວມມືກັນໃນການດຳເນີນການສຶກສາຄວາມເປັນໄປໄດ້ ເພື່ອສ້າງຕັ້ງຕົວເມືອງສະຫຼາດ ແລະ ເປັນມິດຕໍ່ລະບົບນິເວດ ຢູ່ນະຄອນປາກເຊ ທາງພາກໃຕ້ຂອງລາວ, ພາຍຫຼັງທີ່ໄດ້ບັນລຸຂໍ້ຕົກລົງໃນອາທິດນີ້.ທ່ານ ປອ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ແລະ ທ່ານ ເສີນ ຈຸນຢານ ປະທານບໍລິສັດ ໄຕໂຮ ໂຮລດິ້ງ ຈຳກັດ ໄດ້ມີການລົງນາມຂໍ້ຕົກລົງໃນວັນອັງຄານນີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເບຍລາວຕົກລົງຢຸດຕິການໂຄສະນາຕາມການສັ່ງຫ້າມຂອງກະຊວງ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດເບຍລາວຈະປະຕິບັດຕາມແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ສັ່ງຫ້າມການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ກິດຈະກຳຕ່າງໆທີ່ເປັນການໂຄສະນາການສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.ແຕ່ວ່າບໍລິສັດຍັງມີຄວາມເຫັນທີ່ແຕກຕ່າງກ່ຽວກັບການສັ່ງຫ້າມພະນັກງານເສີບເບຍ, ໂດຍໃຫ້ເຫດຜົນວ່າມັນຈະສົ່ງຜົນກະທົບຕໍ່ຍິງສາວກຸ່ມໃຫຍ່ທີ່ເຮັດວຽກເສີບຢູ່ຕາມບາ ແລະ ຮ້ານອາຫານຕ່າງໆ.ອ່ານຕໍ່  ...

ໂຕະຂ່າວ

ລາວເຜີຍແຜ່ວິໄສທັດໃໝ່ກ່ຽວກັບການພັດທະນານະຄອນຫຼວງວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງຕົວເມືອງໄດ້ເປີດເຜີຍວິໄສທັດໃໝ່ສຳລັບນະຄອນຫຼວງວຽງຈັນ, ແນໃສ່ການສ້າງຕົວເມືອງໃຫ້ມີຄວາມສະຫງົບ ແລະ ຄວາມສຸກໃນຊຸມປີຕໍ່ໜ້າ.ຕາມເອກະສານກ່ຽວກັບວິໄສທັດໃໝ່, ເຊິ່ງອອກໂດຍຫ້ອງການປົກຄອງນະຄອນຫຼວງວຽງຈັນ ແລະ ເຜີຍແຜ່ຜ່ານທາງເວັບໄຊຈົດໝາຍເຫດທາງລັດຖະການ, ຕ້ອງມີການປະຕິບັດຫ້າເປົ້າໝາຍຍຸດທະສາດ ເພື່ອການພັດທະນານະຄອນຫຼວງຽງຈັນສູ່ປີ 2030.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕົວເມືອງເລັ່ງມືໃນການວາງແຜນຜັງເມືອງ

ຄະນະລັດຖະບານໄດ້ອອກຄຳສັ່ງໃຫ້ອຳນາດການປົກຄອງນະຄອນຫຼວງວຽງຈັນ ເລັ່ງມືໃນການຈັດສັນເຂດສຳລັບການພັດທະນາໃນພື້ນທີ່ຕ່າງໆໃນນະຄອນຫຼວງ ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງຕົວເມືອງອັນເປັນສູນກາງຂອງປະເທດ.ໃນກອງປະຊຸມສື່ມວນຊົນພາຍຫຼັງກອງປະຊຸມປະຈຳເດືອນຂອງລັດຖະບານໃນທ້າຍເດືອນກຸມພາປີນີ້, ທ່ານ ຈະເລີນ ເຢຍເປົາເຮີ ກ່າວວ່າຄະນະລັດຖະບານໄດ້ຊຸກຍູ້ໃຫ້ອຳນາດການປົກຄອງນະຄອນຫຼວງເລັ່ງມືເອົາໃຈໃສ່ໃນການຈັດສັນເຂດຕົວເມືອງ.ຕົວເມືອງຄວນປະກອບດ້ວຍການຈັດແບ່ງເຂດສຳລັບການກະສິກຳ, ເຂດອະນຸລັກ, ເຂດສຳນັກງານ, ເຂດອຸດສາຫະກຳ, ແລະ ເຂດເສດຖະກິດພິເສດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ນັກພັດທະນາຍີ່ປຸ່ນເປີດຕົວໂຄງການ "ARATA Garden Residences” ທຳອິດໃນລາວ

(ຂປລ) ໂຄງການຈັດສັນທີ່ຢູ່ອາໄສຊຸມຊົນ “ARATA Garden Residences” ທີ່ຕັ້ງຢູ່ທາງດ້ານຫຼັງຂອງສູນການຄ້າລາວ-ໄອເຕັກ ຂ້າງບຶງທາດຫຼວງ ເມືອງໄຊເສດຖາ ຈະເລີ່ມດຳເນີນການກໍ່ສ້າງໃນຕົ້ນປີ 2019 ແລະ ຄາດວ່າຈະສຳເລັດພາຍໃນທ້າຍໄຕມາດທຳອິດຂອງປີ 2021.ARATA ແມ່ນໂຄງການທຳອິດໃນລາວຂອງບໍລິສັດ Creed ເຊິ່ງເປັນທຸລະກິດຮ່ວມປະສົມຮ່ວມກັບບໍລິສັດ “Aanandi Group” Co., Ltd ຂອງສິງກະໂປ.ອ່ານຕໍ່ ...

ຂປລ

ບໍລິສັດ ກຳໂຮ ອີ&ຈີ ຂອງເກົາຫຼີ ຈະສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ

ບໍລິສັດ ກຳໂຮ ອີ&ຈີ ບໍລິສັດທີ່ປຶກສາໃນການຄຸ້ມຄອງດ້ານພະລັງງານ ຈະດຳເນີນໂຄງການຊ່ວຍເຫຼືອດ້ານການພັດທະນາໃນລາວ ເພື່ອສ້າງເມືອງທີ່ນຳໃຊ້ພະລັງງານແບບຍືນຍົງກຸ້ມຕົນເອງໃນລາວ ເພື່ອຊ່ວຍເຫຼືອໃນການຟື້ນຟູລາວຈາກໄພພິບັດທຳລາຍລ້າງຈາກເຂື່ອນທີ່ຜ່ານມາ.ອ່ານຕໍ່ ...

ລີຢຸງວຸກ ແລະ ກິມ ຮະໂຍຈິນ

ຄາດໝາຍການຂະຫຍາຍຕົວຜັກດັນການຄົ້ນຄວ້າເສດຖະກິດສຳລັບສະໜາມບິນພູພຽງບໍລະເວນ

ບໍລິສັດຈີນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບການພັດທະນາຕົວເມືອງໃໝ່ໃນເຂດພູພຽງບໍລະເວນ ພາກໃຕ້ຂອງລາວ ເພື່ອສະໜັບສະໜູນໂຄງການຂະໜາດຍັກ. ບໍລິສັດຈີນດັ່ງກ່າວມີຄວາມສົນໃຈໃນການກໍ່ສ້າງສະໜາມບິນສາກົນ, ຕົວເມືອງຍຸກໃໝ່, ສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ຄົ້ນຫາການສຳປະທານທີ່ດິນຂະໜາດໃຫຍ່ເພື່ອການປູກຝັງ ແລະ ລ້ຽງສັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະມາຊິກສະພາກ່າວຫຼາຍພັນຄອບຄົວມີຊີວິດທີ່ດີຂຶ້ນ

ລັດຖະມົນຕີກ່າວໃນສະພາແຫ່ງຊາດວ່າ 2,529 ຄອບຄົວທີ່ຕັ້ງຖິ່ນຖານໃນເຂດຈຸດສຸມພັດທະນາຂອງລັດຖະບານ ເຊິ່ງມີການສ້າງສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເຮັດໃຫ້ຜູ້ຢູ່ອາໄສມີຊີວິດທີ່ດີຂຶ້ນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

fkadP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!