ຕົວເມືອງເລັ່ງມືໃນການວາງແຜນຜັງເມືອງ

ຄະນະລັດຖະບານໄດ້ອອກຄຳສັ່ງໃຫ້ອຳນາດການປົກຄອງນະຄອນຫຼວງວຽງຈັນ ເລັ່ງມືໃນການຈັດສັນເຂດສຳລັບການພັດທະນາໃນພື້ນທີ່ຕ່າງໆໃນນະຄອນຫຼວງ ເພື່ອຄວາມເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງຕົວເມືອງອັນເປັນສູນກາງຂອງປະເທດ.

ໃນກອງປະຊຸມສື່ມວນຊົນພາຍຫຼັງກອງປະຊຸມປະຈຳເດືອນຂອງລັດຖະບານໃນທ້າຍເດືອນກຸມພາປີນີ້, ທ່ານ ຈະເລີນ ເຢຍເປົາເຮີ ກ່າວວ່າຄະນະລັດຖະບານໄດ້ຊຸກຍູ້ໃຫ້ອຳນາດການປົກຄອງນະຄອນຫຼວງເລັ່ງມືເອົາໃຈໃສ່ໃນການຈັດສັນເຂດຕົວເມືອງ.

ຕົວເມືອງຄວນປະກອບດ້ວຍການຈັດແບ່ງເຂດສຳລັບການກະສິກຳ, ເຂດອະນຸລັກ, ເຂດສຳນັກງານ, ເຂດອຸດສາຫະກຳ, ແລະ ເຂດເສດຖະກິດພິເສດ.

ອ່ານຕໍ່…

ເອກະພອນ ພູທອນສີ