ສະຖານີ ຄຳສະຫວາດ ນະຄອນຫຼວງວຽງຈັນ ພ້ອມເປີດໃຫ້ບໍລິການໃນໄວໆນີ້

ສະຖານີລົດໄຟແຫ່ງໃໝ່ແມ່ນສ່ວນໜຶ່ງຂອງການຂະຫຍາຍເສັ້ນທາງລົດໄຟຂ້າມຊາຍແດນ ລາວ-ໄທ ທີ່ເຊື່ອມຕໍ່ໜອງຄາຍຂອງໄທ ກັບສະຖານີ ທ່ານາແລ້ງ ນະຄອນຫຼວງວຽງຈັນ. ສະຖານີ​ໃໝ່ຕັ້ງ​ຢູ່​ເມືອງ​ຄຳ​ສະຫວາດ ຊຶ່ງຈະ​ໃຫ້​ຜູ້​ໂດຍສານ​ຈາກ​ໄທ​ເດີນທາງ​ດ້ວຍ​ລົດ​ໄຟ​ເຂົ້າ​ນະຄອນຫຼວງ​ວຽງ​ຈັນ. ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກປະເທດໄທ ພາຍໃຕ້ການສົມທົບທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບ້ຍຕໍ່າຜ່ານອົງການຮ່ວມມືພັດທະນາເສດຖະກິດປະເທດເພື່ອນບ້ານ (NEDA) ດ້ວຍມູນຄ່າທັງໝົດ 900 ລ້ານບາດ.

ອ່ານເພິ່ມເຕີມ…

ມະນີພອນ ວົງພະຈັນ