Public land lease
ເຂດເສດຖະກິດພິເສດ
ການເປີດຕົວໂຄງການພັດທະນາໃໝ່ເຂດເສດຖະກິດພິເສດສີພັນດອນ
ແຜນການຂອງໂຄງການດັ່ງກ່າວໄດ້ສຳເລັດໃນວັນທີ 25 ກໍລະກົດນີ້ ພາຍຫຼັງການປຶກສາຫາລືເປັນເວລາ 45 ວັນຂອງລັດຖະບານ ແລະ ຜູ້ຮັບເໝົາ. ໂຮງແຮມ Mekong Intercontinental ເປັນໜຶ່ງໃນໂຄງການ ຄາດວ່າຈະເປັນໂຮງແຮມທີ່ສູງທີ່ສຸດໃນປະເທດລາວ. ໂຄງການອື່ນໆກ່ຽວກັບການກໍ່ສ້າງສາງສິນຄ້າຂະໜາດໃຫຍ່. ການກໍ່ສ້າງສາງເກັບມ້ຽນແຫ່ງໃໝ່ໃນເນື້ອທີ່ 120,000 ຕາແມັດ ໄດ້ເລີ່ມຂຶ້ນໃນມື້ດຽວກັນກັບການກໍ່ສ້າງຂອງໂຮງແຮມ. ຄາດວ່າສາງດັ່ງກ່າວຈະປັບປຸງລະບົບຂົນສົ່ງສິນຄ້າລະຫວ່າງໄທ, ກຳປູເຈຍ, ຈີນ ແລະ ລາວ. ໂຄງການກໍ່ສ້າງເຂດເສດຖະກິດພິເສດສີທັນດອນໄລຍະທຳອິດໄດ້ເລີ່ມແຕ່ປີ 2018 ແລະ ຄາດວ່າຈະສຳເລັດໃນປີ 2025. ອ່ານເພິ່ມເຕີມ ...
ມະນີພອນ ວົງພະຈັນ
ທາງດ່ວນເສັ້ນໃໝ່ເຊື່ອມຕໍ່ສູ່ສະໜາມບິນສາກົນບໍ່ແກ້ວ
ອຳນາດການປົກຄອງແຂວງບໍ່ແກ້ວ ກໍາລັງກວດກາການກໍ່ສ້າງເສັ້ນທາງແປດເລນ ລະຫວ່າງເຂດເສດຖະກິດພິເສດສາມຫຼ່ຽມທອງຄຳ ຫາ ສະໜາມບິນສາກົນບໍ່ແກ້ວ. ຖະໜົນມີຊື່ວ່າທຽນລອງ, ປະຈຸບັນແມ່ນໄດ້ຮັບການປູຢາງ, ຕາມການລາຍງານຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ. ປະຈຸບັນເສັ້ນທາງດັ່ງກ່າວເປັນເສັ້ນທາງຫຼັກເຊື່ອມຕໍ່ໃຈກາງເມືອງໄປຫາສະໜາມບິນ ແລະ ໃກ້ຈະສຳເລັດແລ້ວ.ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ
ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ນັກລົງທຶນຈີນ ສະເໜີແຜນພັດທະນາສາມລ່ຽມ ລາວ-ຫວຽດນາມ-ຈີນ
ອຳນາດການປົກຄອງແຂວງຜົ້ງສາລີໄດ້ຮັບຮອງເອົາການສຶກສາຄວາມເປັນໄປໄດ້ສຳລັບການພັດທະນາ ແລະ ສ້າງເຂດເສດຖະກິດພິເສດແຫ່ງໃໝ່ຕາມແລວຊາຍແດນລາວ, ຈີນ ແລະ ຫວຽດນາມ. ບໍລິສັດຈີນຈະລົງສຳຫຼວດເນື້ອທີ່ດິນທັງໝົດ 250 ກິໂລຕາແມັດລວມທັງ 100 ກິໂລຕາແມັດຢູ່ສຖານທີ່ທ່ອງທ່ຽວແລະບໍລິການ ແລະ 150 ກິໂລຕາແມັດຂອງເນື້ອທີ່ເຂດກະສິກຳ ແລະ ອຸດສາຫະກຳ. ບໍລິສັດຈະອອກແບບການສ້າງຫົນທາງເຊື່ອມຕໍ່ຈາກບ້ານອູນູຫາຊາຍແດນສາມລ່ຽມພັດທະນາແຫ່ງໃໝ່ ແລະ ຈະມີການລົງສຳຫຼວດການນຳໃຊ້ທີ່ດິນໃນແຫ່ງດັ່ງກ່າວ. ອ່ານເພິ່ມເຕີມ ...
ໄພບູນ ທະນະບົວສີ
ອຳນາດການປົກຄອງລັດໄດ້ຊີ້ແຈງກ່ຽວກັບການປະທ້ວງຂອງແຮງງານຊາວພະມ້າຢູ່ເຂດເສດຖະກິດພິເສດ
ເຂດເສດຖະກິດພິເສດ ສາມລ່ຽມທອງຄຳ ໄດ້ຖືກປິດບໍລິເວນໃນວັນສຸກທີ່ຜ່ານມາ ເນື່ອງຈາກຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຈາກຄົນງານພາຍໃນນັ້ນ. ອຳນາດການປົກຄອງທີ່ກ່ຽວຂ້ອງຢູ່ເຂດເສດຖະກິດພິເສດສາມລ່ຽມທອງຄຳແຫ່ງນັ້ນ ໄດ້ອອກຄຳຖະແຫຼງກ່ຽວກັບເຫດການໂຮມຊຸມນຸມຂອງບັນດາແຮງານຕ່າງດ້າວຈາກປະເທດມຽນມ້າ. ການປະທ້ວງດັ່ງກ່າວແມ່ນເກີດຈາກຄວາມບໍ່ພໍໃຈກັບການຫວ່າງງານ ແລະ ຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໃນລະຫວ່າງການປິດລ້ອມໃນເຂດເສດຖະກິດພິເສດ.ອ່ານຕໍ່ທີ່ນີ້ ...
ໄພບູນ ທະນະບົວສີ
ແຮງງານອົບພະຍົບຕົກຢູ່ໃນສະພາບຖືກປິດລ້ອມຍ້ອນການລະບາດຂອງພະຍາດໂຄວິດ -19: ສິ້ນຫວັງທີ່ຈະອອກຈາກເຂດເສດຖະກິດພິເສດຂອງລາວ
ຄົນງານຢູ່ເຂດເສດຖະກິດພິເສດ (SEZ) ຢູ່ພາກເໜືອຂອງລາວ ທີ່ເຮັດວຽກບໍລິການແກ່ນັກພະນັນຊາວຈີນ ສິ້ນຫວັງທີ່ຈະກັບຄືນບ້ານຂອງເຂົາເຈົ້າທ່າມກາງການລະບາດຂອງພະຍາດໂຄໂຣນາ ທີ່ເຮັດໃຫ້ເກີດມີການປິດປະຕູໃນຕົ້ນອາທິດນີ້, ໂດຍກ່າວວ່າເຂົາເຈົ້າບໍ່ໄດ້ຮັບເງິນມາເປັນຫຼາຍເດືອນ ແລະ ບໍ່ກໍບໍ່ສາມາດຮັບຜິດຊອບຄ່າເຊົ່າ ແລະ ອາຫານໄດ້ອີກຕໍ່ໄປ. ອ່ານຕໍ່ທີ່ນີ້ ...
ວິທະຍຸເອເຊຍເສລີ
ໂສມໜ້າທຳອິດຂອງໂຄງການພັດທະນາເຂດເສດຖະກິດພິເສດກຳລັງເລີ່ມຕົ້ນຂື້ນ
ອີງຕາມການລາຍງານຂອງຂ່າວສານເສດຖະກິດ – ສັງຄົມ, ໄລຍະທຳອິດຂອງການກໍ່ສ້າງໂຄງການເຂດເສດຖະກິດພິເສດ ສີພັນດອນ ໄດ້ເລີ່ມຕົ້ນໃນປີ 2018 ແລະມີກຳນົດສຳເລັດໃນປີ 2025. ຮອງປະທານບໍລິສັດ ສີພັນດອນ ຮ່ວມພັດທະນາຈຳກັດ, ທ່ານ ລາຕີ ສີສຸພັນທອງ ກ່າວວ່າເຂດເສດຖະກິດພິເສດສີພັນດອນ ໄດ້ສຳເລັດການປຸກສ້າງເຮືອນວິນລາແລ້ວ 21 ຫຼັງ ເຊິ່ງເປັນສ່ວນໜຶ່ງ ຂອງສະຖານທີ່ພັກຜ່ອນ, ອາຄານໂຮງແຮມຫລັງໃໝ່, ສູນບໍລິການຫລັງການຂາຍ ພ້ອມທັງເຮືອນເລກ 43 ກິໂລແມັດແຄມທາງຄອນກີດອ້ອມດອນໂຂງ.ອ່ານເພິ່່ມເຕີມທີ່ ...
ໄພບູນ ທະນາບົວສີ
ເຂດເສດຖະກິດພິເສດ ບໍ່ເຕັນ ຄາດໝາຍການລົງທຶນ 11 ຕື້ກວ່າໂດລາ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ບໍ່ເຕັນ ແຂວງຫຼວງນ້ຳທາ ຄາດຄະເນການລງທຶນຕ່ຳສຸດ US$10 ຕື້ໂດລາໃນການພັດທະນາພື້ນທີ່ທັງໝົດ, ຕາມຜູ້ຕາງໜ້າເຂດ.ເຂດເສດຖະກິດດັ່ງກ່າວມີຊາຍແດນຕິດກັບບໍ່ຫານ ແຂວງຢຸນນານ, ປະເທດຈີນ ແລະ ເປັນສ່ວນໜຶ່ງຂອງການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ລະຫວ່າງລາວ ແລະ ຈີນ.ໃນປີ 2016 ເຂດດັ່ງກ່າວມີເນື້ອທີ່ 16.4 ກິໂລຕາແມັດ ແຕ່ມາໃນປະຈຸບັນມີການຂະຫຍາຍເປັນ 700 ກວ່າເຮັກຕາ. ສາທາລະນຸປະໂຫຍດຄົບວົງຈອນກຳລັງຢູ່ໃນໄລຍະກໍ່ສ້າງ ລຽບຕາມເສັ້ນທາງຫຼວງຂະໜາດຫົກເລນ ແລະ ພື້ນຖານໂຄງລ່າງອື່ນໆ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ເຂດເສດຖະກິດພິເສດແຂວງຫຼວງນ້ຳທາ ໝາຍຕາເພີ່ມທະວີການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ຫວັງເພີ່ມທະວີການດຶງດູດນັກລົງທຶນໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງການສຶກສາ ແລະ ການແພດ.ພິທີເປີດເຂດອຸດສາຫະກຳການສຶກສາ ແລະ ການແພດ ໄດ້ມີຂຶ້ນໃນວັນສຸກແລ້ວນີ້. ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກລັດຖະບານ, ນັກລົງທຶນຕ່າງປະເທດ ແລະ ແຂກທີ່ຖືກເຊີນ.“ເຂດເສດຖະກິດດັ່ງກ່າວໄດ້ແບ່ງເປັນ 4 ເຂດພັດທະນາຄື ເຂດການຄ້າ, ການທະນາຄານ ແລະ ການເງິນ, ເຂດການຂົນສົ່ງ, ເຂດການສຶກສາ ແລະ ການແພດ, ແລະ ເຂດການທ່ອງທ່ຽວ.” ເມື່ອສຳເລັດການກໍ່ສ້າງຄາດວ່າຈະມີຜູ້ຢູ່ອາໄສປະມານ 300,000 ຄົນ. ສະນັ້ນ ຂະແໜງການສຶກສາ ແລະ ສາທາລະນະສຸກຈຶ່ງມີຄວາມສຳຄັນ,” ທ່ານ ຈູ ກຸນ ປະທານກຸ່ມຕະຫຼາດຫຸ້ນອຸດສາຫະກຳ ຢຸນນານ ໄຫ ເຈິງ ກ່າວ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ຮອງນາຍົກ ໃຫ້ການຍ້ອງຍໍເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ປະຕິບັດໜ້າທີ່ໄດ້ດີ, ສາມາດສ້າງຊື່ສຽງທີ່ດີໃຫ້ແກ່ເຂດ ແລະ ປະເທດຊາດ ແລະ ສາມາດດຶງດູດຄວາມສົນໃຈຂອງນັກລົງທຶນຕ່າງປະເທດໄດ້ດີ, ທ່ານ ປອ ສອນໄຊ ສີພັນດອນ ກ່າວຫວ່າງໝໍ່ໆມານີ້.ທ່ານ ສອນໄຊ ໄດ້ໃຫ້ຄຳເຫັນດັ່ງກ່າວໃນລະຫວ່າງການຢ້ຽມຢາມເຂດເສດຖະກິດພິເສດ ສະຫວັນ- ເຊໂນ ເຂດ C – ນິຄົມອຸດສາຫະກຳສະຫວັນ ແລະ ທ່າເຮືອບົກສະຫວັນນະເຂດ ໃນວັນທີ 3 ຕຸລານີ້. ເຂດດັ່ງກ່າວ ແມ່ນຕັ້ງຢູ່ໃຈກອງຂອງ ເສັ້ນທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ແລະ ເປັນຈຸດເຊື່ອມຕໍ່ທີ່ດີທີ່ສຸດຂອງພາກພື້ນອາຊຽນ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/deputy-pm-praises-savan-seno-special-economic-zone-105756