Public land lease

ເຂດເສດຖະກິດພິເສດ

ກຸ່ມການຄ້າຍີ່ປຸ່ນສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການການຄ້າຕ່າງປະເທດຍີ່ປຸ່ນ (JETRO) ວຽງຈັນຈະເຮັດວຽກຮ່ວມກັບບໍລິສັດພັດທະນາໃນສີ່ເຂດເສດຖະກິດພິເສດ (SEZs) ເພື່ອສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນ, ສົ່ງເສີມສາຍພົວພັນທາງການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດລາວ ຍີ່ປຸ່ນ.ບົດບັນທຶກການຮ່ວມມືໄດ້ມີການລົງນາມທີ່ນະຄອນຫຼວງວຽງຈັນໃນວັນອັງຄານນີ້ ໂດຍທ່ານ ກັດຊູອິຈິ ອີວາກາມິ ຫົວໜ້າອົງການ JETRO ວຽງຈັນ, ແລະ ຜູ້ພັດທະນາໃນເຂດ.ເຂດເສດຖະກິດເປົ້າໝາຍສີ່ແຫ່ງມີຄື ເຂດເສດຖະກິດພິເສດ SME ປາກເຊ-ຍີ່ປຸ່ນ, ນິຄົມອຸດສາຫະກຳສະຫວັນ, ເຂດພັດທະນາໄຊເສດຖາ, ເຂດພັດທະນາອຸດສາຫະກຳ ແລະ ການຄ້າວຽງຈັນ (ນິຄົມອຸດສາຫະກຳ VITA).ອ່ານຕໍ່. ...

ໂຕະຂ່າວ
http://annx.asianews.network/content/japanese-trade-group-promotes-investment-lao-sezs-103547

ນາຍົກລົງຢ້ຽມຢາມແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເພື່ອສົ່ງເສີມການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານໄດ້ເດີນທາງຢ້ຽມຢາມທ່າເຮືອບົກ ແລະ ນິຄົມອຸດສາຫະກຳແຂວງສະຫວັນນະເຂດໃນອາທິດແລ້ວນີ້ ເພື່ອຢ້ຽມຢາມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃນສະຖານອຸດສາຫະກຳດັ່ງກ່າວ.ທ່ານ ທອງລຸນໄດ້ເດີນທາງຢ້ຽມຊົມການປະຕິບັດງານຢູ່ທ່າເຮືອບົກແຂວງສະຫວັນນະເຂດ ແລະ ຫ້ອງພາສີຄົບວົງຈອນ ເພື່ອຢ້ຽມຢາມການປະຕິບັດງານຂອງເຈົ້າໜ້າທີ່ພາກສະໜາມ.ເຈົ້າໜ້າທີ່ໄດ້ລາຍງານກ່ຽວກັບແຜນທີ່ເສັ້ນທາງການຂົນສົ່ງສິນຄ້າໃນປະຈຸບັນຈາກຈີນເຖິງສິງກະໂປໂດຍຜ່ານທ່າເຮືອບົກ ຕໍ່ທ່ານນາຍົກລັດຖະມົນຕີ. ທ່າເຮືອບົກດັ່ງກ່າວໄດ້ເປີດດຳເນີນການຕິດຕຕໍ່ກັນມາເປັນເວລາສາມປີນັບແຕ່ປີ 2016.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-pm-visits-savannakhet-province-and-special-economic-zone-promote-investment-102228

ວຽກງານການກໍ່ສ້າງເຂດເສດຖະກິດພິເສດວັງເຕົ່າ-ໂພນທອງເປັນໄປຕາມແຜນການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດວັງເຕົ່າ-ໂພນທອງ ແຂວງຈຳປາສັກ ກ່າວວ່າການດຳເນີນໂຄງການແມ່ນເປັນໄປຕາມແຜນ ແລະ ຄາດວ່ານັກລົງທຶນພາຍໃນ ແລະ ຕ່າງະເທດຈະຕ້ອງການເຂົ້າມາລົງທຶນໃນເຂດດັ່ງກ່າວ.ພິທີວາງສິລາເລີກໂຄງການເພື່ອເລີ່ມຕົ້ນການກໍ່ສ້າງເຂດເສດຖະກິດພິເສດຢ່າງເປັນທາງການ ໄດ້ມີຂຶ້ນຫວ່າງໝໍ່ໆມານີ້ຢູ່ແຂວງຈຳປາສັກ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/work-vangtao-phonthong-economic-zone-track-100349

ເຂດເສດຖະກິດບໍ່ເຕັນເປີດຕົວປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫຼວງນ້ຳທາ ສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ 2019 ແລະ ກອງປະຊຸມການຮ່ວມມືຂ້າມຊາຍແດນພາຍໃນເຂດ.ກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ຈັດຂຶ້ນໃນທົ່ວປະເທດ ແລະ ໄດ້ມີການເປີດຕົວຢ່າງເປັນທາງການໃນສອງປະເທດໃນເດືອນມັງກອນ.ກິດຈະກຳຢູ່ບໍ່ເຕັນແມ່ນມີເປົ້າໝາຍໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ, ທັງພາຍໃນເຂດກໍຄືແຂວງຫຼວງນ້ຳທາ ແລະ ແຂວງອ້ອມແອ້ມ.ອ່ານຕໍ່ ...

ສຸກສະໄໝ ບູລົມ
http://annx.asianews.network/content/boten-economic-zone-launches-visit-laos-china-year-98317

ຍອດເງິນໂອນໃນເຂດການຮ່ວມມືດ້ານເສດຖະກິດພິເສດຈີນ-ລາວ ທະລຸ 100 ລ້ານຢວນ

ຄຸນໝິງ, 2 ມິຖຸນາ (Xinhua) — ການໂອນເງິນລະຫວ່າງຊາຍແດນຈີນ ແລະ ລາວ ທະລຸ 100 ລ້ານຢວນ (14.5 ລ້ານໂດລາສະຫະລັດ) ໃນເຂດການຮ່ວມມືດ້ານເສດຖະກິດພິເສດມູຫານ-ບໍ່ເຕັນ  ຜ່ານອຸໂມງຖະໜົນພິເສດ.ເງິນໝູນວຽນໃນຂົງເຂດດັ່ງກ່າວແມ່ນມາຈາກບໍລິສັດຈີນທີ່ໄດ້ລິເລີ່ມການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ເຊັ່ນ ທາງລົດໄຟ, ຖະໜົນ ແລະ ໂຮງໄຟຟ້າ, ຕາມການລາາຍງານຂອງທະນາຄານຟູດຽນ.ອ່ານຕໍ່ ...

mingmei

ຊາວບ້ານປະຕິເສດການໃຫ້ພື້ນທີ່ສຳລັບເຂດເສດຖະກິດພິເສດ, ເຊິ່ງປະຈຸບັນໄດ້ເລີ່ມມີການຕັດຖະໜົນເຂົ້າເຖິງແລ້ວ

ຊາວບ້ານ 140 ຄອບຄົວຈາກແປດບ້ານໃນເມືອງໂຂງ ແຂວງຈຳປາສັກ ທາງພາກໃຕ້ຂອງລາວ ປະຕິເສດການຂາຍທີ່ດິນ ຫຼື ຍ້າຍພູມລຳເນົາເພື່ອເປີດທາງ ໃຫ້ແກ່ການສ້າງເຂດເສດຖະກິດພິເສດ ທີ່ໄດ້ວາງແຜນສຳລັບເຂດດັ່ງກ່າວ.ເຖິງຢ່າງໃດກໍຕາມ ຜູ້ຮັບເໝົາກໍໄດ້ເລີ່ມເລັ່ງມືໃນການກໍ່ສ້າງຖະໜົນເຂົ້າເຖິງພື້ນທີ່ ເຊິ່ງອາດເຮັດໃຫ້ການສັນຈອນໃນການກໍ່ສ້າງເປັນອັນຕະລາຍ ເນື່ອງຈາກຢູ່ໃກ້ກັບບ້ານ.ອ່ານຕໍ່ ...

RFA’s Lao Service

KOICA ສືບຕໍ່ສະໜັບສະໜູນໂຄງການແຕ້ມແຜນທີ່ແຂວງສະຫວັນນະເຂດ

ສະຫວັນນະເຂດ, ລາວ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ເລີ່ມໂຄງການການສ້າງຕັ້ງໂຄງລ່າງຂໍ້ມູນດ້ານທີ່ຕັ້ງ ແລະ ການສ້າງຄວາມສາມາດເພື່ອພັດທະນາເຂດເສດຖະກິດພິເສດຢູ່ແຂວງສະຫວັນນະເຂດ.ໂຄງການແຕ້ມແຜນທີ່ມູນຄ່າກວ່າ 51 ຕື້ກີບ (US$6 ລ້ານໂດລາ) ແຂວງສະຫວັນນະເຂດດັ່ງກ່າວ ແມ່ນດຳເນີນແຕ່ປີ 2018-2021 ແລະ ແນໃສ່ເລັ່ງມືການພັດທະນາເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໂດຍການສ້າງພື້ນຖານໂຄງລ່າງດ້ານແຜນທີ່.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ນັກລົງທຶນຈີນເລັ່ງມືການພັດທະນາເຂດເສດຖະກິດພິເສດໃນລາວ

(ຂປລ) ກຸ່ມນັກລົງທຶນຈີນໄດ້ລົງທຶນກວ່າ 10 ຕື້ຢວນ ເພື່ອເລັ່ງມືໃນການພັດທະນາພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ຳທາ ທາງພາກເໜືອຂອງລາວ.“ເຂດເສດຖະກິດພິເສດບໍ່ເຕັນແມ່ນຕັ້ງຢູ່ຕິດກັບເມືອງໂມຫານ ມົນທົນຢຸນນານປະເທດຈີນ. ຄາດວ່າເມື່ອສຳເລັດການພັດທະນາ ແລະ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນປີ 2021 ແລ້ວ ຈະມີນັກທ່ອງທ່ຽວຈາກຈີນເຂົ້າມາໃນເຂດດັ່ງກ່າວປະມານ 50,000 ຄົນຕໍ່ປີ,” ທ່ານ ກັງ ເປັງ ຜູ້ຮັບຜິດຊອບການສົ່ງເສີມການລົງທຶນ ເຂດເສດຖະກິດພິເສດບໍ່ເຕັນກ່າວ.ອ່ານຕໍ່ ...

ຂປລ

ນັກລົງທຶນຈີນຍາດແຍ່ງເຂົ້າມາລົງທຶນໃນເຂດເສດຖະກິດພິເສດບໍ່ເຕັນກ່ອນສຳເລັດໂຄງການທາງລົດໄຟ

ເຂດເສດຖະກິດພິເສດ (SEZ) ບໍ່ເຕັນຂອງລາວໄດ້ຮັບຄວາມສົນໃຈເປັນພິເສດຈາກນັກລົງທຶນຈີນ ເນື່ອງຈາກໂຄງການທາງລົດໄຟລາວ-ຈີນໃກ້ສຳເລັດການກໍ່ສ້າງ, ແຕ່ວ່າຊາວບ້ານພັດມີຄວາມຢ້ານກົວຕໍ່ການປ່ຽນແປງຢ່າງໄວວາດັ່ງກ່າວ. ພວກເຂົາເວົ້າວ່າໂຄງການພັດທະນາດັ່ງກ່າວແມ່ນດີສຳລັບຊາວຈີນ, ແຕ່ວ່າບໍ່ແມ່ນສຳລັບປະຊາຊົນລາວທີ່ອາໄສຢູ່ເຂດດັ່ງກ່າວ.ເຂດເສດຖະກິດດັ່ງກ່າວ ເຊິ່ງຕັ້ງຢູ່ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບເມືອງໂມຮັນໃນມົນທົນຢຸນນານປະເທດຈີນ. ລັດຖະບານລາວຄາດວ່າເມື່ອໂຄງການສຳເລັດ ແລະ ມີການເປີດນຳໃຊ້ທາງລົດໄຟໃນປີ 2021, ນັກທ່ອງທ່ຽວຈີນຫຼາຍລ້ານຄົນຈະຫຼັ່ງໄຫຼເຂົ້າມາໃນເຂດດັ່ງກ່າວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ahZWz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!