ນະໂຍບາຍ ແລະ ລະບຽບການດ້ານການລົງທຶນ
ນັກລົງທຶນຕ່າງປະເທດ
ກະຊວງເປີດໄຟຂຽວໃຫ້ແກ່ການຂຸດຄົ້ນແຮ່ທອງຄຳ
ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດທ້ອງຖິ່ນຂຸດຄົ້ນແຮ່ຄຳໃນເນື້ອທີ່ 18.28 ຕາແມັດ ເປັນໄລຍະເວລາ 20 ປີ. ບໍລິສັດ ຈະລົງທຶນ ປະມານ 46 ລ້ານ ໂດລາ ສະຫະລັດ ໃນການດໍາເນີນການຂຸດຄົ້ນບໍ່ແຮ່ ແລະ ກໍ່ສ້າງໂຮງງານ ທີ່ໄດ້ມາດຕະຖານສາກົນ ຢູ່ໃນບໍລິເວນ ດັ່ງກ່າວ. ບໍລິສັດໄດ້ຈ່າຍເງິນໃຫ້ລັດຖະບານ 2 ລ້ານໂດລາສະຫະລັດ ເປັນຄ່າທຳນຽມລ່ວງໜ້າຂອງໂຄງການ ແລະ ຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງ 48 ກິໂລແມັດ ຈາກເມືອງຄຳ ແຂວງຊຽງຂວາງ ຫາ ເມືອງຮ້ຽມ ແຂວງຫົວພັນ ມູນຄ່າ 24 ຕື້ກວ່າກີບ. ອ່ານເພິ່ມ ...
ຜູ້ລາຍງານຂ່າວທາມສ໌
ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ
ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ສປ ຈີນ ສືບຕໍ່ເປັນຜູ້ລົງທຶນລາຍໃຫຍ່ສຸດຂອງ ສປປ ລາວ
ສປ ຈີນ ຍັງສືບຕໍ່ເປັນນັກລົງທຶນລາຍໃຫຍ່ສຸດຢູ່ ສ ປປ ລາວ ກວມເອົາທັງໝົດ 813 ໂຄງການຈຳນວນ 16 ຕື້ໂດລາສະຫະລັດ. ” ຈີນ ໄດ້ມີບົດບາດທີ່ສຳຄັນຢູ່ຂະແໜງລົງທຶນເຂດເສດຖະກິດພິເສດ ຮ່ວມກັບລັດຖະບານລາວ ມີທັງໝົດ 89 ໂຄງການເປັນຈຳນວນທັງໝົດ 215 ລ້ານ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວ. ເຂດເສດຖະກິດພິເສດ, ເສັ້ນທາງດ່ວນ, ສວນສາທາລະນະ ແລະ ໂຄງການດ້ານພືິ້ນຖານໂຄງລ່າງອື່ນໆເຮັດໃຫ້ ສປຈີນ ກາຍເປັນຜູ້ລົງທຶນລາຍໃຫຍ່ສຸດຢູ່ ລາວ. ອ່ານຕໍ່ທີ່ນີ້ ...
ໄພບູນ ທະນະບົດສີ
ລັດຖະບານລາວ ແລະ ນະໂຍບາຍ " 3 ເປີດ"
ວຽງຈັນທາມສ໌ໍ- ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ເພື່ອກຳຈັດສິ່ງກີດຂວາງ ພ້ອມທັງປັບປຸງ ແລະ ສ້າງສິ່ງອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ທ່ານ ສອນໄຊ ສີພັນດອນ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃສ່ 3 ບັນຫາສຳຄັນຄື ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດເຊັ່ນ: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ; ສ້າງສິ່ງແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ອ່ານຕໍ່. ...
Somsack Pongkhao
ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດໄທໝາຍຕາໂອກາດທາງທຸລະກິດອາຫານໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ PTT (ລາວ) ຈຳກັດ ແລະ ບໍລິສັດ Zixgar Group ຈຳກັດ ກຳລັງເບິ່ງໂອກາດທາງດ້ານທຸລະກິດອາຫານໃນລາວ ເຊິ່ງມີເປົ້າໝາຍແນໃສ່ກຸ່ມລູກຄ້າທີ່ເປັນນັກທ່ອງທ່ຽວ ແລະ ພະນັກງານຫ້ອງການ.ໂດຍສະເພາະ ຂະແໜງດັ່ງກ່າວຍິ່ງເປັນທີ່ໜ້າສົນໃຈເນື່ອງຈາກການຂະຫຍາຍຕົວຂອງທຸລະກິດຮ້ານກາເຟ, ຕາມເຈົ້າໜ້າທີ່ລັດຖະບານ.ອ່ານຕໍ່ ...
ສຸກສະໄໝ ບູລົມ
ບໍລິສັດໂຮຢາຈະສ້າງໂຮງງານຜະລິດພື້ນຜິວໃຍແກ້ວ HDD ໃນລາວ
ພະນົມເປັນ: ບໍລິສັດໂຮຢາ ຜູ້ຜະລິດໄຍແກ້ວຈາກປະເທດຍີ່ປຸ່ນ ຈະສ້າງໂຮງງານຂະໜາດໃຫຍ່ໃນລາວ ເພື່ອຜະລິດພື້ນຜິວໃຍແກ້ວສຳລັບໜ່ວຍເກັບຂໍ້ມູນ hard disk drives ເພື່ອສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເນື່ອງຈາກການຂະຫຍາຍຕົວຂອງການສົ່ງຖ່າຍຂໍ້ມູນໃນທົ່ວໂລກ.ອ່ານຕໍ່ ...
KYODO NEWS
ທະນາຄານ ເຄແບັງ ໝາຍຂະຫຍາຍທຸລະກິດໃນລາວ
ເພື່ອເປັນສ່ວນໜຶ່ງຂອງຍຸດທະສາດຫຼັກໃນການຂະຫຍາຍທຸລະກິດໃນບັນດາປະເທດ AEC+3, ທະນາຄານ KBank ພ້ອມແລ້ວທີ່ຈະຂະຫຍາຍທຸລະກິດໃນ ສປປ ລາວ ຜ່ານການບໍລິການ ແລະ ການກະກຽມການຮ່ວມງານກັບທ້ອງຖິ່ນ, ຕາມການເປີດເຜີຍຂອງທະນາຄານຕໍ່ສື່ມວນຊົນໃນວັນສຸກແລ້ວນີ້.ສຳລັບປີ 2019 ທາງທະນາຄານຕັ້ງເປົ້າສຳລັບປ່ອຍເງິນກູ້ຢືມໃຫ້ໄດ້ 3 ຕື້ບາດໄທ, ເງິນຝາກໃຫ້ໄດ້ 2 ຕື້ບາດໄທ ແລະ ແລກປ່ຽນທຸລະກຳການເງິນໃຫ້ໄດ້ 18 ຕື້ບາດໄທ.ອ່ານຕໍ່ ...
The Nation
ONYX ຈະເປີດທຸລະກິດອະສັງຫາລິມະຊັບແຫ່ງທີສອງໃນລາວ
ກຸ່ມບໍລິສັດບໍລິການ ONYX, ໜຶ່ງໃນທຸລະກິດການໂຮງແຮມຊັ້ນນຳຂອງພາກພື້ນ, ເປີດເຜີຍໃນວັນອັງຄານຜ່ານມາກ່ຽວກັບຂໍ້ຕົກລົງການຈັດການຮ່ວມກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີປະຈຳລາວ (AIDC) ໃນການກໍ່ຕັ້ງໂຮງແຮມອາມາຣີແຫ່ງໃໝ່ໃນໃຈກາງນະຄອນຫຼວງວຽງຈັນ.AIDC ແມ່ນທຸລະກິດຮ່ວມລົງທຶນ ແລະ ກໍ່ສ້າງຂອງກຸ່ມບໍລິສັດຕັງຊາຣອນ, ຜູ້ຮັບເໝົາກໍ່ສ້າງໂຮງແຮມອາມາຣີວັງວຽງ ທີ່ໄດ້ເປີດຕົວໃນຕົ້ນປີນີ້.ອ່ານຕໍ່ ...
ບັນນາທິການ The Nation
ເຊັນທາຣາຈະເປີດສາຂາໂຮງແຮມສາມແຫ່ງໃນລາວພາຍໃນ 2020
ເຊັນທາຣາ, ກຸ່ມບໍລິສັດບໍລິການແຖວໜ້າຂອງປະເທດໄທ, ນຳໂດຍທ່ານ ສຸດທິກຽດ ຈິຣາທິວັດ ປະທານຄະນະບໍລິຫານບໍລິສັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ MOU ກັບບໍລິສັດການລົງທຶນ, ພັດທະນາ ແລະ ກໍ່ສ້າງອາຊີ ຈຳກັດ (AIDC), ບໍລິສັດການລົງທຶນ ແລະ ກໍ່ສ້າງໃນລາວ. ຂໍ້ຕົກລົງດັ່ງກ່າວເປັນການເລີ່ມຕົ້ນສຳລັບເຊັນທາຣາໃນການບັນລຸຂໍ້ຕົກລົງການບໍລິຫານສຳລັບການສ້າງໂຮງແຮມສາມແຫ່ງໃນລາວ ເຊິ່ງມີຫ້ອງພັກລວມກັນທັງໝົດ 214 ຫ້ອງ ທີ່ນະຄອນຫຼວງວຽງຈັນ ແລະ ເມືອງທ່ອງທ່ຽວມໍລະດົກຫຼວງພະບາງ.ອ່ານຕໍ່ ...
ເດິລາວທຽນທາມສ໌