Asia Times

ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້

ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວ​ເລກ​ໜີ້​ສິນ​ທີ່​ໜັກໜ່ວງ​ຂອງ​ທະນາຄານ​ໂລກ​ບໍ່​ໄດ້​ກວມ​ເອົາ​ໜີ້​ສິນ​ທັງ​ໝົດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...

ເດວິດ ຮັດ

ແມ່ນ້ຳຂອງກຳລັງຕາຍລົງຢ່າງຊ້າໆ ແຕ່ແນ່ນອນ

ຄື້ນກະແສຂອງໄພແລ້ງ ແລະ ການກໍ່ສ້າງເຂື່ອນຕ່າງໆຕາມສາຍແມ່ນ້ຳຂອງ ໄດ້ສ້າງຄວາມກັງວົນຄັ້ງໃໝ່ ກ່ຽວກັບອະນາຄົດຂອງແມ່ນ້ຳທີ່ມີຄວາມຍາວ 4,700 ສາຍດັ່ງກ່າວ. ເຊິ່ງເປັນອູ່ເຂົ້າອູ່ນ້ຳຂອງຫຼາຍສິບລ້ານຊີວິດໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ເຂື່ອນທີ່ເກີດຂຶ້ນຢ່າງຫຼວງຫຼາຍ ກຳລັງກີດຂວງການໄຫຼຂອງແມ່ນ້ຳໃນອັດຕາທີ່ເພີ່ມຂຶ້ນ ເຮັດໃຫ້ບາງສ່ວນຂອງແມ່ນ້ຳທີ່ເຄີຍໄຫຼຢ່າງສະດວກເຫືອດແຫ້ງລົງ ແລະ  ເຮັດໃຫ້ທົ່ວພາກພື້ນປະສົບກັບໄພແຫ້ງແລ້ງຄັ້ງໃຫຍ່. ຕາມຄະນະກຳມາທິການແມ່ນ້ຳຂອງ ເຊິ່ງເປັນອົງກອງລະຫວ່າງລັດຖະບານ ທີ່ແນໃສ່ການຮ່ວມມືເພື່ອຄຸ້ມຄອງຊັບພະຍາກອນຂອງແມ່ນ້ຳດັ່ງກ່າວ.ເຂື່ອນໄຟຟ້າດອນສະໂຮງ ເຊິ່ງເປັນເຂື່ອນຫຼ້າສຸດໃນບັນດາເຂື່ອນນ້ຳຂອງຈຳນວນຫຼາຍສິບແຫ່ງ ໄດ້ເລີ່ມຕົ້ນການຜະລິດກະແສໄຟຟ້າ ຢູ່ໃກ້ກັບຊາຍແດນລະຫວ່າງລາວ-ກຳປູເຈຍ ໃນເດືອນພະຈິກນີ້. ເຊິ່ງພະລັງງານທີ່ຜະລິດສ່ວນໃຫຍ່ ຈະສົ່ງອອກໄປປະເທດໄທ ແລະ ກຳປູເຈຍ.ອ່ານຕໍ່ ...

SIMON ROUGHNEEN, BANGKOK

ການຫຼຸດງົບປະມານການກໍ່ສ້າງຂອງຜູ້ຮັບເໝົາເກົາຫຼີນຳໄປສູ່ໄພພິບັດເຂື່ອນແຕກໃນລາວຫຼືບໍ່?

ຄຳກ່າວໂຈມຕີຂອງນັກກົດໝາຍເກົາຫຼີໃຕ້ ແລະ ເຊິ່ງເຜີຍແຜ່ໃນໜ້າໜັງສືພິມຊັ້ນນຳຂອງເກົາຫຼີໃຕ້ ຊີ້ຄວາມຮັບຜິດຊອບໄປທີ່ບໍລິສັດຜູ້ຮັບເໝົາເກົາຫຼີ ທີ່ມີຕໍ່ຫຼາຍຮ້ອຍຜູ້ເສຍຊີວິດ ແລະ ຫຼາຍພັນຄົນທີ່ຕ້ອງສູນທີ່ຢູ່ອາໄສ ໃນເຫດເຂື່ອນແຕກໃນລາວໃນເດືອນກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ແອນດຣູ ເຊລມອນ

ຂໍ້ສົງໃສກ່ຽວກັບຍອດຕົວເລກຜູ້ເສຍຊີວິດຈາກເຫດເຂື່ອນແຕກໃນລາວ ແລະ ບົດບາດຂອງຜູ້ຮັບເໝົາ

ຍອດຕົວເລກຜູ້ເສຍຊີວິດຢ່າງເປັນທາງການທີ່ວຽງຈັນຈາກເຫດເຂື່ອນແຕກທາງພາກໃຕ້ຂອງລາວ ໃນເດືອນກໍລະກົດທີ່ຜ່ານມາ ບໍ່ສາມາດເຊື່ອຖືໄດ້, ຕາມການກ່າວຂອງກຸ່ມອົງການຈັດຕັ້ງສັງຄົມພົນລະເຮືອນຂອງໄທ.ເປຣມຣຶດີ ດາວຣຸ້ງ, ນັກອະນຸລັກສິ່ງແວດລ້ອມທີ່ມີຊື່ສຽງ ທີ່ເປັນສ່ວນໜຶ່ງຂອງໜ່ວຍງານຕິດຕາມການລົງທຶນກ່ຽວກັບເຂື່ອນໄຟຟ້າໃນລາວ ກ່າວວ່າຕົວເລກຜູ້ເສຍຊີວິດຢ່າງເປັນທາງການປະມານ 40 ຄົນຂອງລາວ ແມ່ນແຕກຕ່າງຈາກ “ບົດລາຍງານເບື້ອງຕົ້ນທີ່ມີຜູ້ສູນຫາຍກວ່າ 800 ຄົນ”.ອ່ານຕໍ່ ...

ຈິມ ໂພລລາດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

m4fvP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!