ແມ່ນ້ຳຂອງກຳລັງຕາຍລົງຢ່າງຊ້າໆ ແຕ່ແນ່ນອນ

ຄື້ນກະແສຂອງໄພແລ້ງ ແລະ ການກໍ່ສ້າງເຂື່ອນຕ່າງໆຕາມສາຍແມ່ນ້ຳຂອງ ໄດ້ສ້າງຄວາມກັງວົນຄັ້ງໃໝ່ ກ່ຽວກັບອະນາຄົດຂອງແມ່ນ້ຳທີ່ມີຄວາມຍາວ 4,700 ສາຍດັ່ງກ່າວ. ເຊິ່ງເປັນອູ່ເຂົ້າອູ່ນ້ຳຂອງຫຼາຍສິບລ້ານຊີວິດໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ເຂື່ອນທີ່ເກີດຂຶ້ນຢ່າງຫຼວງຫຼາຍ ກຳລັງກີດຂວງການໄຫຼຂອງແມ່ນ້ຳໃນອັດຕາທີ່ເພີ່ມຂຶ້ນ ເຮັດໃຫ້ບາງສ່ວນຂອງແມ່ນ້ຳທີ່ເຄີຍໄຫຼຢ່າງສະດວກເຫືອດແຫ້ງລົງ ແລະ  ເຮັດໃຫ້ທົ່ວພາກພື້ນປະສົບກັບໄພແຫ້ງແລ້ງຄັ້ງໃຫຍ່. ຕາມຄະນະກຳມາທິການແມ່ນ້ຳຂອງ ເຊິ່ງເປັນອົງກອງລະຫວ່າງລັດຖະບານ ທີ່ແນໃສ່ການຮ່ວມມືເພື່ອຄຸ້ມຄອງຊັບພະຍາກອນຂອງແມ່ນ້ຳດັ່ງກ່າວ.

ເຂື່ອນໄຟຟ້າດອນສະໂຮງ ເຊິ່ງເປັນເຂື່ອນຫຼ້າສຸດໃນບັນດາເຂື່ອນນ້ຳຂອງຈຳນວນຫຼາຍສິບແຫ່ງ ໄດ້ເລີ່ມຕົ້ນການຜະລິດກະແສໄຟຟ້າ ຢູ່ໃກ້ກັບຊາຍແດນລະຫວ່າງລາວ-ກຳປູເຈຍ ໃນເດືອນພະຈິກນີ້. ເຊິ່ງພະລັງງານທີ່ຜະລິດສ່ວນໃຫຍ່ ຈະສົ່ງອອກໄປປະເທດໄທ ແລະ ກຳປູເຈຍ.

ອ່ານຕໍ່…

SIMON ROUGHNEEN, BANGKOK