News

ສະຖານີຕິດຕາມກວດກາແມ່ນໍ້າຂອງ MRC ຈະປົກປ້ອງປະຊາຊົນເຂດລຸ່ມແມ່ນໍ້າໄດ້ດີກວ່າ

ໃນວັນສຸກມື້ນີ້, ຄະນະກຳມາທິການແມ່ນ້ຳຂອງ (MRC)  ໄດ້ຈັດພິທີເປີດສະຖານີຕິດຕາມລະດັບນ້ຳແຫ່ງທຳອິດ ທີ່ຕັ້ງຢູ່ເທິງອ່າງແມ່ນ້ຳຂອງຕອນລຸ່ມ. ສະຖານີດັ່ງກ່າວເປັນສ່ວນໜຶ່ງຂອງແຜນງານ MRC ທີ່ກວ້າງຂຶ້ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ຊາວເອເຊຍຕາເວັນອອກສຽງໃຕ້ຫຼາຍລ້ານຄົນ ທີ່ຊີວິດ ແລະ ຊີວິດການເປັນຢູ່ ຢູ່ລຸ່ມນ້ຳ ໄດ້ຮັບຜົນກະທົບຈາກກະແສນ້ຳທີ່ໄຫຼມາຢ່າງບໍ່ຄາດຄິດ.ສະຖານີ ຕິດຕາມ ກວດກາ ແຫ່ງໃໝ່ນີ້ມີຢູ່ຊຽງໂຄກ ຕິດກັບ ຊາຍແດນ ພາກເໜືອ ຂອງລາວ ກັບ ພະມ້າ, ຈະຮຽກຮ້ອງໃຫ້ມີການຮ່ວມມື ທີ່ MRC ທີ່ໄດ້ໃຫ້ການສະໜັບສະໜູນມາແຕ່ດົນນານ. ໃນ​ກໍ​ລະ​ນີ​ນີ້, ມຽນ​ມາ​ມີ​ໂອ​ກາດ​ທີ່​ຈະ​ຮ່ວມ​ກັນ​ເກັບ​ກໍາ​ຂໍ້​ມູນ​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ກ່ຽວ​ກັບ​ການ​ປ່ອຍ​ນ​້​ໍ​າ – ທັງຈະເປັນການ​ເຂົ້າ​ເຖິງ​ຢ່າງ​ວ່ອງ​ໄວຂື້ນຂອງປະຊາຊົນ​ຫຼາຍ​ລ້ານຄົນ​ທີ່​ດໍາ​ລົງ​ຊີ​ວິດ​ຢູ່​ລຸ່ມ​ນ​້​ໍ​າ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຄວາມກັງວົນຂອງລາວ ແລະ ໄທ ກ່ຽວກັບການໄຫລຂອງນ້ຳຈາກເຂື່ອນຕອນເທິງຢູ່ແມ່ນ້ຳຂອງ

ລະດັບນ້ຳຕ່ຳ ແລະ ການຂາດແຄນຕະກອນ ໄດ້ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາຊົນ. ຜູ້ຊ່ຽວຊານກ່າວວ່າ ເຂື່ອນດັ່ງກ່າວເຮັດໃຫ້ຜົນກະທົບຂອງໄພແຫ້ງແລ້ງໃນແຕ່ລະໄລຍະໃນອ່າງແມ່ນໍ້າຂອງຮ້າຍແຮງຂຶ້ນຕໍ່ແມ່ນໍ້າຂອງ ຊຶ່ງຜົນກະທົບດັ່ງກ່າວໄດ້ເປັນການຄຸກຄາມຕໍ່ລະບົບນ້ຳ ແລະ ສານອາຫານທີ່ເປັນປະໂຫຍດແກ່ການປະມົງ ແລະ ການກະສິກໍາ.ອ່ານເພິ່ມເຕີມ  ...

ວິທະຍຸເອເຊຍເສລີ

ການນຳໃຊ້ເຕັກໂນໂລຊີ ເພື່ອຈັດການກັບຄວາມສ່ຽງໄພນໍ້າຖ້ວມ, ໄພແຫ້ງແລ້ງ ຢູ່ໃນເຂດລຸ່ມແມ່ນໍ້າຂອງ

ໃນຕົ້ນປີນີ້, ອົງການ MRC ແລະ ສະຖາບັນພັດທະນາເກົາຫຼີ (KDI) ໄດ້ເປີດຕົວໂຄງການຄົ້ນຄ້ວາຮ່ວມກັນພາຍໃຕ້ໂຄງການແບ່ງປັນຄວາມຮູ້ (KSP) 2020-2021. ໂຄງການດັ່ງກ່າວມີຈຸດປະສົງເພື່ອສະແດງໃຫ້ເຫັນການນຳເອົາເຕັກໂນໂລຍີສູງເພື່ອມາຊຸກຍູ້ປະເທດກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ໃນການຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ໂດຍການນໍາໃຊ້ເຕັກໂນໂລຍີດາວທຽມທີ່ທັນສະໄໝ, ປັນຍາປະດິດ (AI) ແລະ ຂໍ້ມູນໃຫຍ່, ມາຊ່ວຍປັບປຸງຍຸດທະສາດການຫຼຸດຜ່ອນ, ການຕອບສະໜອງ ແຜນການເຜີຍແຜ່ຂໍ້ມູນຂ່າວສານ. ອ່ານຕໍ່ທີ່ນີ້   ...

ລາວຊຽນທາມສ໌

ແມ່ນ້ຳຂອງກຳລັງຕາຍລົງຢ່າງຊ້າໆ ແຕ່ແນ່ນອນ

ຄື້ນກະແສຂອງໄພແລ້ງ ແລະ ການກໍ່ສ້າງເຂື່ອນຕ່າງໆຕາມສາຍແມ່ນ້ຳຂອງ ໄດ້ສ້າງຄວາມກັງວົນຄັ້ງໃໝ່ ກ່ຽວກັບອະນາຄົດຂອງແມ່ນ້ຳທີ່ມີຄວາມຍາວ 4,700 ສາຍດັ່ງກ່າວ. ເຊິ່ງເປັນອູ່ເຂົ້າອູ່ນ້ຳຂອງຫຼາຍສິບລ້ານຊີວິດໃນປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ເຂື່ອນທີ່ເກີດຂຶ້ນຢ່າງຫຼວງຫຼາຍ ກຳລັງກີດຂວງການໄຫຼຂອງແມ່ນ້ຳໃນອັດຕາທີ່ເພີ່ມຂຶ້ນ ເຮັດໃຫ້ບາງສ່ວນຂອງແມ່ນ້ຳທີ່ເຄີຍໄຫຼຢ່າງສະດວກເຫືອດແຫ້ງລົງ ແລະ  ເຮັດໃຫ້ທົ່ວພາກພື້ນປະສົບກັບໄພແຫ້ງແລ້ງຄັ້ງໃຫຍ່. ຕາມຄະນະກຳມາທິການແມ່ນ້ຳຂອງ ເຊິ່ງເປັນອົງກອງລະຫວ່າງລັດຖະບານ ທີ່ແນໃສ່ການຮ່ວມມືເພື່ອຄຸ້ມຄອງຊັບພະຍາກອນຂອງແມ່ນ້ຳດັ່ງກ່າວ.ເຂື່ອນໄຟຟ້າດອນສະໂຮງ ເຊິ່ງເປັນເຂື່ອນຫຼ້າສຸດໃນບັນດາເຂື່ອນນ້ຳຂອງຈຳນວນຫຼາຍສິບແຫ່ງ ໄດ້ເລີ່ມຕົ້ນການຜະລິດກະແສໄຟຟ້າ ຢູ່ໃກ້ກັບຊາຍແດນລະຫວ່າງລາວ-ກຳປູເຈຍ ໃນເດືອນພະຈິກນີ້. ເຊິ່ງພະລັງງານທີ່ຜະລິດສ່ວນໃຫຍ່ ຈະສົ່ງອອກໄປປະເທດໄທ ແລະ ກຳປູເຈຍ.ອ່ານຕໍ່ ...

SIMON ROUGHNEEN, BANGKOK

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

xARbK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!