News

ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້

ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວ​ເລກ​ໜີ້​ສິນ​ທີ່​ໜັກໜ່ວງ​ຂອງ​ທະນາຄານ​ໂລກ​ບໍ່​ໄດ້​ກວມ​ເອົາ​ໜີ້​ສິນ​ທັງ​ໝົດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...

ເດວິດ ຮັດ

ລັດຖະບານລາວກັບການແກ້ໄຂບັນຫາໜີ້ສິນ, ນໍ້າມັນເຊື້ອໄຟ ແລະ ເງິນຕາ

ຄໍາ​ໝັ້ນ​ສັນຍາ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ແມ່ນ​ໜຶ່ງ​ໃນ 13 ບັນຫາ​ທີ່​ຄະນະ​ລັດຖະບານ​ໄດ້​ກຳນົດ​ວ່າ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ທັນທີ ​ໃນ​ລະຫວ່າງ​ກອງ​ປະຊຸມ​ລັດຖະບານ​ສອງ​ວັນ​ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ສຸກຜ່ານມານີ້. ລັດ​ຖະ​ບານ​ໄດ້​ແກ້​ໄຂ​ບັນ​ຫາ​ຕ່າງໆ​ເພື່ອ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ໜີ້​ສິນ​ສາ​ທາ​ລະ​ນະ, ພິ​ເສດ​ແມ່ນ​ໜີ້​ສິນ​ທີ່​ລັດ​ວິ​ສາ​ຫະ​ກິດ​ສ້າງ. ຕາມຄໍາເວົ້າ ຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ, ລັດຖະບານຈະເຈຣະຈາ ກັບ ເຈົ້າໜີ້ ເພື່ອເລື່ອນ ການຊໍາລະເງິນຕົ້ນ ແລະ ດອກເບັຍ ພ້ອມທັງ ຊອກຫາ ເງິນກູ້ ໃໝ່ທີ່ດອກເບັ້ຍຕ່ຳ.ອ່ານເພິ່ມເຕີມ ...

ລັດສະໝີ ພອນວິໄລ

ທະນາຄານໂລກ,​ ເສດຖະກິດລາວເຕີບຕົວຢ່າງເຂັ້ມແຂງ, ແຕ່ຍັງມີຄວາມສ່ຽງຍ້ອນໜີ້ສິນອັນມະຫາສານຂອງລັດ

ອັດຕາການເຕີບຕົວດ້ານເສດຖະກິດຂອງລາວມີການຂະຫຍາຍຕົວຢ່າງເຂັ້ມແຂງ ທຽບກັບບັນດາປະເທດໃນພາກພື້ນ, ແຕ່ວ່າປະເທດລາວຍັງຄົງມີຄວາມສ່ຽງຍ້ອນໜີ້ສິນຂອງລັດທີ່ສູງ, ຕາມການເພີ່ມຂຶ້ນຂອງສ່ວນແບ່ງໜີ້ສິນເຊິ່ງບໍ່ຢູ່ພາຍໃຕ້ເງື່ອນໄຂການສຳປະທານ,​ ຕາມບົດລາຍງານການຕິດຕາມສະພາບເສດຖະກິດລາວຂອງທະນາຄານໂລກ ສະບັບຫຼັງສຸດ . ໃນປີນີ້ ການເຕີບຕົວທາງດ້ານເສດຖະກິດຂອງລາວຄາດຄະເນຢູ່ໃນລະດັບ 6.7 ເປີເຊັນ ຂະນະທີ່ໜີ້ສິນຂອງລັດແມ່ນຕົກຢູ່ປະມານ 61 ເປີເຊັນຂອງ GDP ໃນທ້າຍປີ 2017.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

x5mzF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!