News
ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້
ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວເລກໜີ້ສິນທີ່ໜັກໜ່ວງຂອງທະນາຄານໂລກບໍ່ໄດ້ກວມເອົາໜີ້ສິນທັງໝົດຂອງປະເທດອາຊີຕາເວັນອອກສຽງໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...
ເດວິດ ຮັດ
ລາວສາມາດ 'ຄຸ້ມຄອງ' ໜີ້ສິນຕໍ່ຈີນ, ນາຍົກກ່າວ
ໂຕກຽວ — ລາວຢືມເງິນຈາກຈີນ ແລະ ບັນດາປະເທດພຽງແຕ່ສຳລັບໂຄງການທີ່ມີຄວາມຈຳເປັນ ແລະ ມີທ່າແຮງດ້ານເສດຖະກິດເທົ່ານັ້ນ, ນາຍົກລາວກ່າວໃນວັນສຸກຜ່ານມາ, ເພື່ອຕອບໂຕ້ຕໍ່ຄຳເຕືອນຈາກສາກົນກ່ຽວກັບໜີ້ສິນຂອງລັດຖະບານຕໍ່ປະເທດມະຫາອຳນາດທາງທຸລະກິດແຫ່ງອາຊີ.“ຖ້າວ່າພວກເຮົາບໍ່ກູ້ຢືມເງິນດັ່ງກ່າວ, ປະເທດລາວ ເຊິ່ງເປັນໜຶ່ງໃນເປັນປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ ຈະບໍ່ສາມາດເດີນໜ້າການພັດທະນາໄດ້,” ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ນັກຂ່າວ ນິເຄອິເອຊຽນຣີວິວ ໃນການສຳພາດຫຼັງກອງປະຊຸມ Nikkei’s Future of Asia ທີ່ໂຕກຽວ.ອ່ານຕໍ່ ...
ທີມຂ່າວ Nikkei
https://asia.nikkei.com/Spotlight/The-Future-of-Asia-2019/Laos-can-manage-debt-to-China-PM-insists