ໜີ້ສິນຈີນ-ລາວ ຫຼາຍກວ່າດັ່ງທີ່ເຄີຍລະບຸໄວ້

ໜີ້ສິນສາທາລະນະຂອງລາວ ອາດຈະເພີ່ມຂຶ້ນເຖິງເກືອບ 95% ຂອງ GDP ໃນທ້າຍປີ 2022, ເຮັດໃຫ້ມັນເປັນໜຶ່ງໃນໜີ້ສິນທີ່ໜັກໜ່ວງທີ່ສຸດໃນອາຊີ, ອີງຕາມການປະເມີນຂອງທະນາຄານໂລກ ທີ່ເຜີຍແຜ່ໃນເດືອນນີ້. ຕົວ​ເລກ​ໜີ້​ສິນ​ທີ່​ໜັກໜ່ວງ​ຂອງ​ທະນາຄານ​ໂລກ​ບໍ່​ໄດ້​ກວມ​ເອົາ​ໜີ້​ສິນ​ທັງ​ໝົດ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ອີງຕາມການລາຍງານ ແລະການວິເຄາະຂອງ Asia Times ສະແດງໃຫ້ເຫັນວ່າ ໜີ້ສິນທັງໝົດຂອງລາວ ລວມທັງໜີ້ສິນຄ້ຳປະກັນສາທາລະນະອື່ນໆ ທີ່ບໍ່ໄດ້ລວມຢູ່ໃນຕົວເລກຫົວຂໍ້ດັ່ງກ່າວມານັ້ນ, ສາມາດເອົາພັນທະດ້ານການເງິນທັງໝົດຂອງລັດໄດ້ຫຼາຍກວ່າ 100% ຂອງ GDP ເປັນເທື່ອທຳອິດໃນປີນີ້. ແລະນັ້ນແມ່ນພຽງແຕ່ໜີ້ສິນທີ່ລັດຖະບານລາວຮັບຮູ້ຢ່າງເປັນທາງການ.ອ່ານເພິ່ມເຕີມ ...

ເດວິດ ຮັດ

ລັດຖະບານລາວອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສຳຫຼວດທີ່ດິນ

ແຈ້ງການຈາກກະຊວງລະບຸວ່າ ຂໍ້ຕົກລົງດັ່ງກ່າວແມ່ນຈະນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ດຳເນີນທຸລະກິດຢູ່ລາວໂດຍຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ-ລາວ.ພົນລະເມືອງລາວສາມາດດຳເນີນທຸລະກິດສິດນຳໃຊ້ທີ່ດິນ, ບໍລິການສຳຫຼວດທີ່ດິນ, ປະເມີນລາຄາທີ່ດິນ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງກັບທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.ໃນຂະນະທີ່ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ແລະ ຄົນຕ່າງປະເທດທີ່ມີສັນຊາດລາວ ທີ່ໄດ້ຮັບໃບອະນຸຍາດທີ່ຈໍາເປັນ, ສາມາດດໍາເນີນທຸລະກິດທີ່ກ່ຽວຂ້ອງກັບການສຳຫຼວດ, ວັດແທກ ແລະ ການບໍລິການປະເມີນທີ່ດິນ.ອ່ານເພິ່ມເຕີີມ  ...

ມະນີພອນ ວົງພະຈັນ

ກະຊວງເປີດໄຟຂຽວໃຫ້ແກ່ການຂຸດຄົ້ນແຮ່ທອງຄຳ

ລັດຖະບານ​ໄດ້​ອະນຸຍາດ​ໃຫ້​ບໍລິສັດ​ທ້ອງ​ຖິ່ນ​ຂຸດ​ຄົ້ນ​ແຮ່​ຄຳ​ໃນ​ເນື້ອ​ທີ່ 18.28 ຕາ​ແມັດ ​ເປັນໄລຍະເວລາ 20 ປີ. ບໍລິສັດ ຈະລົງທຶນ ປະມານ 46 ລ້ານ ໂດລາ ສະຫະລັດ ໃນການດໍາເນີນການຂຸດຄົ້ນບໍ່ແຮ່ ແລະ ກໍ່ສ້າງໂຮງງານ ທີ່ໄດ້ມາດຕະຖານສາກົນ ຢູ່ໃນບໍລິເວນ ດັ່ງກ່າວ. ບໍລິສັດໄດ້ຈ່າຍເງິນໃຫ້ລັດຖະບານ 2 ລ້ານໂດລາສະຫະລັດ ເປັນຄ່າທຳນຽມລ່ວງໜ້າຂອງໂຄງການ ແລະ ຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງ 48 ກິໂລແມັດ ຈາກເມືອງຄຳ ແຂວງຊຽງຂວາງ ຫາ ເມືອງຮ້ຽມ ແຂວງຫົວພັນ ມູນຄ່າ 24 ຕື້ກວ່າກີບ. ອ່ານເພິ່ມ  ...

ຜູ້ລາຍງານຂ່າວທາມສ໌

ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ

ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື  value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ  ...

ລັດສະໝີ ພອນວິໄລ

ສປ ຈີນ ສືບຕໍ່ເປັນຜູ້ລົງທຶນລາຍໃຫຍ່ສຸດຂອງ ສປປ ລາວ

ສປ ຈີນ ຍັງສືບຕໍ່ເປັນນັກລົງທຶນລາຍໃຫຍ່ສຸດຢູ່ ສ ປປ ລາວ ກວມເອົາທັງໝົດ 813 ໂຄງການຈຳນວນ 16 ຕື້ໂດລາສະຫະລັດ. ” ຈີນ ໄດ້ມີບົດບາດທີ່ສຳຄັນຢູ່ຂະແໜງລົງທຶນເຂດເສດຖະກິດພິເສດ ຮ່ວມກັບລັດຖະບານລາວ ມີທັງໝົດ 89 ໂຄງການເປັນຈຳນວນທັງໝົດ 215 ລ້ານ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວ. ເຂດເສດຖະກິດພິເສດ, ເສັ້ນທາງດ່ວນ, ສວນສາທາລະນະ ແລະ ໂຄງການດ້ານພືິ້ນຖານໂຄງລ່າງອື່ນໆເຮັດໃຫ້ ສປຈີນ ກາຍເປັນຜູ້ລົງທຶນລາຍໃຫຍ່ສຸດຢູ່ ລາວ. ອ່ານຕໍ່ທີ່ນີ້  ...

ໄພບູນ ທະນະບົດສີ

ລັດຖະບານລາວ ແລະ ນະໂຍບາຍ " 3 ເປີດ"

ວຽງຈັນທາມສ໌ໍ- ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ເພື່ອກຳຈັດສິ່ງກີດຂວາງ ພ້ອມທັງປັບປຸງ ແລະ ສ້າງສິ່ງອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ທ່ານ ສອນໄຊ ສີພັນດອນ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃສ່ 3 ບັນຫາສຳຄັນຄື ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດເຊັ່ນ: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ; ສ້າງສິ່ງແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ອ່ານຕໍ່.  ...

Somsack Pongkhao

ຫວຽດນາມ ຫວັງສືບຕໍ່ການລົງທຶນໃນລາວໃນອະນາຄົດ ທ່າມກາງສະພາບເສດຖະກິດທີ່ຂະຫຍາຍຕົວຖົດຖອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມ ສືບຕໍ່ການຮ່ວມມື ກ່ຽວກັບໂຄງການການລົງທຶນໃນລາວໃນອະນາຄົດ ເຖິງຈະຜະເຊີນກັບສະພາບເສດຖະກິດຂະຫຍາຍຕົວຖົດຖອຍ ທຽບກັບຊຸມປີຜ່ານມາ.ໜຶ່ງໃນບັນດາໂຄງການໃຫຍ່ ກໍຄືໂຄງການກໍ່ສ້າງສະໜາມບິນໜອງຄັງ ເມືອງຊຳເໜືອ ແຂວງຫົວພັນ, ຄະນະກຳມະການການຮ່ວມມືລາວ-ຫວຽດນາມ ກ່າວໃນກອງປະຊຸມຂະແໜງແຜນການ ແລະ ການລົງທຶນ ທີ່ວຽງຈັນໃນວັນຈັນຜ່ານມານີ້.ອ່ານຕໍ່ ...

ໂຕະຂ່າວ

ລາວ, ສະຫະລັດ ຮ່ວມມືໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາບແວດລ້ອມຂອງຂະແໜງເອກະຊົນ ຈະໄດ້ຮັບການປັບປຸງ ຈາກໂຄງການສົ່ງເສີມສະພາບແວດລ້ອມການດຳເນີນທຸລະກິດໃນລາວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະລັດອາເມລິກາ.ໂຄງການດັ່ງກ່າວ ຈະສົ່ງເສີມການສ້າງຄວາມສາມາດ ແລະ ການບໍລິການໃຫ້ຄຳປຶກສາ ແນໃສ່ສົ່ງເສີມການແຂ່ງຂັນໃນບັນດາຫົວໜ່ວຍທຸລະກິດດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ທັງເສີມຂະຫຍາຍການຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄ້າ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດຈີນ ສຳຫຼວດໂອກາດທາງທຸລະກິດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດອາຫານ ແລະ ເຄື່ອງດື່ມຈາກຈີນ – ບໍລິສັດໄຫໜານ ປິນຊຽງ ສະບຽງອາຫານ ຈຳກັດ – ຫວັງຂະຫຍາຍຕະຫຼາດໃນປະເທດລາວ, ໂດຍເລີ່ມຈາກນະຄອນຫຼວງວຽງຈັນ.ບໍລິສັດດັ່ງກ່າວ ໄດ້ຮ່ວມວາງສະແດງຜະລິດຕະພັນ ໃນງານວາງສະແດງສິນຄ້າເສດຖະກິດ ແລະ ເທັກໂນໂລຢີ ເພື່ອການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2019 ເຊິ່ງໄດ້ເປີດຂຶ້ນຢູ່ນະຄອນຫຼວງວຽງຈັນໃນຕົ້ນອາທິດນີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ບໍລິສັດຈີນເຊັນສັນຍາ 184 ລ້ານໂດລາເພື່ອຊື້ສິນຄ້າກະເສດຈາກລາວ

ຄຸນໝິງ, 23 ພະຈິກ (Xinhua) — ບັນດາບໍລິສັດຈີນ ໄດ້ເຊັນສັນຍາລວມມູນຄ່າ 1.3 ຕື້ຢວນ (ປະມານ 184 ລ້ານໂດລາສະຫະລັດ) ເພື່ອຈັດຊື້ສິນຄ້າ, ເຊິ່ງສ່ວນໃຫຍ່ແມ່ນສິນຄ້າກະເສດ, ຈາກຄູ່ຄ້າໃນລາວ.ສັນຍາດັ່ງກ່າວ ໄດ້ມີການເຊັນກັນໃນງານຕະຫຼາດນັດການລົງທຶນຈີນ-ລາວ 2019 ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້ ທີ່ນະຄອນຄຸນໝິງ, ແຂວງຢຸນນານ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.ອ່ານຕໍ່ ...

ZX

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Xvct4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!