ລັດຖະບານ

ລັດຖະບານກາງ

ການອ່ອນຄ່າຂອງເງິນກີບສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດຂອງລາວ

ເງິນ​ກີບ​ຂອງ​ລາວ​ໄດ້​ອ່ອນຄ່າ​ເປັນ​ປະຫວັດ​ການ​ໃນ​ຫຼາຍມືື້​ມາ​ນີ້​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ ​ແລະ​ເງິນ​ບາດ​ຂອງ​ໄທ ​ເຖິງ​ແມ່ນ​ວ່າ​ລັດຖະບານ​ຈະ​ພະຍາຍາມ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ​ກໍ່ຕາມ. ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວຕໍ່ບັນດາສະມາຊິກສະພາແຫ່ງຊາດໃນອາທິດນີ້ວ່າ: ມູນຄ່າຂອງເງິນຕາແຫ່ງຊາດໄດ້ຫຼຸດລົງມາຕັ້ງແຕ່ທ້າຍເດືອນມີນາ.ໃນໄລຍະ 5 ເດືອນຜ່ານມາ, ເງິນກີບຫຼຸດລົງ 7.79% ທຽບກັບເງິນໂດລາສະຫະລັດ ແລະ 8.43% ທຽບກັບເງິນບາດຂອງໄທ ເມື່ອທຽບໃສ່ຕົວເລກທີ່ບັນທຶກໄວ້ໃນທ້າຍປີທີ່ຜ່ານມາ, ເນື່ອງຈາກຄວາມຕ້ອງການດ້ານການສະໜອງບໍ່ກົງກັນ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ລັດຖະບານຊຸກຍູ້ທຸລະກິດເພື່ອກະຕຸ້ນການຜະລິດສົ່ງອອກຕະຫຼາດຈີນ

ລັດຖະບານວາງແຜນ​ກຳນົດ​ການ​ເຈລະຈາ​ກັບ​ຜູ້​ປະກອບ​ທຸລະ​ກິດ​ ເພື່ອ​ຊຸກຍູ້​ໃຫ້​ເຂົາ​ເຈົ້າ​ຜະລິດ​ສິນຄ້າ​ທີ່​ຜູ້​ຊື້​ຈີນ​ຕ້ອງການ​ຕື່ມ​ອີກ. ແຜນການ​ຂອງ​ລັດຖະບານ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ທາງ​ລົດ​ໄຟ​ທີ່​ຕິດ​ພັນ​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຈະ​ເປີດ​ບໍລິການ​ໃນ​ເດືອນ​ໜ້າ​ເພື່ອ​ຊຸກຍູ້​ເສດຖະກິດ.ອ່ານເພິ່ມເຕີມ ...

ກຳມາທິການບັນດາເຜົ່າ, ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະ

ໃນວັນທີ 20, ກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະໂດຍການເປັນປະທານຂອງຫົວໜ້າກຳມາທິການດັ່ງກ່າວ. ທ່ານໄດ້ສະຫຼຸບການປະຕິບັດງານພາຍໃນໜຶ່ງປີຜ່ານມາກ່ຽວກັບວຽກງານຮ່ວມມືແລະພົບປະກັບຜູ້ມີສິດເລືອກຕັ້ງ ພ້ອມທັງເຜີຍແຜ່ຜົນສະຫຼຸບຂອງກອງປະຊຸມຄັ້ງທີ 6 ຂອງສພຊ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງເທື່ອທີ2 ພ້ອມທັງວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດຂອງລັດຖະທຳມະນູນ, ກົດໝາຍ, ລຸ່ມກົດໝາຍ,​ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ ພ້ອມທັງວຽກງານສົ່ງເສີມການອະນຸລັກຮີດຄອງປະເພນີຂອງຊົນເຜົ່າ ແລະ ວິທີທາງແກ້ໄຂບັນຫາສິ່ງຫຍໍ້ທໍ້ຕ່າງໆ.ອ່ານເພິ່ມເຕີມ  ...

ຂ່າວສານປະເທດລາວ

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ

ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້   ...

ສຸກສາຄອນ ແວ່ນແກ້ວ

ການຈັດຕັ້ງສະຖານທີ່ປ່ອນບັດສຳລັບພົນລະເມືອງລາວຢູ່ຕ່າງປະເທດ

ສະຖານທີ່ບ່ອນບັດຈະຖືກຈັດຕັ້ງຂື້ນເພື່ອອຳນວຍຄວາມສະດວກໃຫ້ພົນລະເມືອງລາວທີ່ອາໃສຢູ່ຕ່າງປະເທດ ເພື່ອລົງເລືອກຕັ້ງຕໍ່ຄະນະສະມາຊິກສະພາແຫ່ງຊາດຊຸດໃໝ່ ຊຶ່ງວັນເລືອກຕັ້ງຈະມີຂື້ນໃນວັນທີ 21​ ກຸມພາ. ພົນລະເມືອງລາວ ສາມາດປ່ອນບັດຢູ່ບັນດາສະຖານທູດ ແລະ ກົງສູນຂອງປະເທດຕົນຢູ່ຕ່າງປະເທດ ຢູ່ສະຖານທີ່ໄດ້ກຽມໄວ້. ບັນດາສະຖານທູດລາວ ໄດ້ຖືກແນະນຳໃນການເປັນສ່ວນໜຶ່ງໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ຊຶື່ງອີງຕາມສະຖານະການທ້ອງຖິ່ນນັ້ນ. ສືບຕໍ່ອ່ານ   ...

ສົມສັກ ປ້ອງຂາວ

ສປປ ລາວ ຈະມີການເລືອກຕັ້ງຂື້ນໃນວັນທີ 21 ກຸມພາ

ການເລືອກຕັ້ງທົ່ວໄປ ຂອງບັນດາ ສະມາຊິກສະພາແຫ່ງຊາດຊຸດທີ 9 ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ໄດ້ໄຂຂຶ້ນໃນວັນທີ 21 ກຸມພານີ້ ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ. ຜູ້ລົງສະໝັກເລືອກຕັ້ງປະກອບມີຈຳນວນ 224 ຄົນ, ໃນນັ້ນມີເພດຍິງຈຳນວນ 49 ຄົນ ທີ່ຈະໄດ້ຖືກຮັບຄັດເລືອກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ.​ອ່ານຕໍ່   ...

ຫົວເຊຍ

ລັດຖະບານລາວ ແລະ ນະໂຍບາຍ " 3 ເປີດ"

ວຽງຈັນທາມສ໌ໍ- ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ເພື່ອກຳຈັດສິ່ງກີດຂວາງ ພ້ອມທັງປັບປຸງ ແລະ ສ້າງສິ່ງອຳນວຍໃຫ້ແກ່ການດຳເນີນທຸລະກິດ ເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ທ່ານ ສອນໄຊ ສີພັນດອນ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃສ່ 3 ບັນຫາສຳຄັນຄື ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດເຊັ່ນ: ເປີດໃຈ, ເປີດປະຕູ ແລະ ເປີດສິ່ງກີດຂວາງ; ສ້າງສິ່ງແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ອ່ານຕໍ່.  ...

Somsack Pongkhao

ກອງປະຊຸມຂອງສະພາແຫ່ງຊາດ ອັດລົງດ້ວຍວາລະການພັດທະນາພາຍໃນປະເທດ

ກອງປະຊຸມຂອງສະພາແຫ່ງຊາດ ໄດ້ອັດລົງດ້ວຍການຮັບຮອງເອົາບັນດາເອກະສານກົດໝາຍ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.ພິທີປິດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັກ 6 ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ້  ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ນັກກົດໝາຍ ປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທີ່ໄດ້ຮັບການແຕ່ງຕັ້ງໂດຍສະພາແຫ່ງຊາດ

ໃນວັນພຸດນີ້ ສະພາແຫ່ງຊາດໄດ້ຈັດກອງປະຊຸມທົບທວນຢ່າງເປັນທາງການ ເພື່ອປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ກວດກາລັດຖະບານ ກ່ຽວກັບການເລັ່ງມືໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 8.ໃນກອງປະຊຸມດັ່ງກ່າວ ເຊິ່ງຈັດຂຶ້ນໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ນຳພານັກກົດໝາຍໃນການເກັບກຳໃບປະເມີນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ທີ່ໄດ້ຮັບການແຕ່ງຕັ້ງໂດຍສະພາ ປ່ອນລົງກ່ອງລົງຄະແນນສຽງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VfLxn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!