ການບໍລິການດ້ານການເງິນ ແລະ ການທະນາຄານ
ນະໂຍບາຍ ແລະ ລະບຽບການບໍລິການດ້ານການເງິນ ແລະ ການທະນາຄານ
ທະນາການແຫ່ງລັດ ຄວບຄຸມອັດຕາແລກປ່ຽນເງິນຕາ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບຍິ່ງຂື້ນ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກຖະແຫຼງການສະບັບໃໝ່ ກ່ຽວກັບການກຳນົດອັດຕາແລກປ່ຽນເງິນຕາ, ເພື່ອເປັນແນວທາງໃຫ້ແກ່ທະນາຄານທຸລະກິດຊື້ຂາຍເງິນຕາຕ່າງປະເທດ. ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເຮັດໃຫ້ທະນາຄານການຄ້າສາມາດເຄື່ອນໄຫວໄດ້ໃນລະດັບໜຶ່ງ ໃຫ້ມີຄ່ອງຕົວໃນການຊື້-ຂາຍເງິນຕາຕ່າງປະເທດ, ດັ່ງນັ້ນຈຶ່ງຊ່ວຍເຮັດໃຫ້ມູນຄ່າຂອງເງິນກີບມີສະຖຽນລະພາບ. ພາຍໃຕ້ຂໍ້ຕົກລົງ ຊຶ່ງລົງນາມໂດຍທ່ານ ດຣ ບຸນລືສີ ໄຊສຸລະວົງ, ຜູ້ວ່າການທະນາຄານກາງ, ທະນາຄານການຄ້າໄດ້ຮັບອະນຸຍາດໃຫ້ກຳນົດອັດຕາແລກປ່ຽນໃນແຕ່ລະມື້ຕາມອັດຕາມອັດຕາທີ່ທະນາຄານກາງກຳນົດ.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ການສະຫນອງນໍ້າມັນເຊື້ອໄຟຈະດຳເນີນໄປຢ່າງເປັນປົກກະຕິໃນອະນາຄົດອັນໃກ້ນີ້
ຊາວນະຄອນຫຼວງວຽງຈັນ ມີຄວາມເປັນຫ່ວງກ່ຽວກັບ ການຂາດແຄນນ້ຳມັນເຊື້ອໄຟອີກຄັ້ງທີ່ເກີດຂື້ນຊຶ່ງປ້ຳນ້ຳມັນຫຼາຍແຫ່ງໃນເມືອງ ໄດ້ປິດລົງນັບຕັ້ງແຕ່ ວັນຈັນເປັນຕົ້ນມາ. ແນວໃດກໍ່ຕາມ, ຂະແໜງການທີ່ກ່ຽວຂ້ອງໄດ້ອອກຄຳໝັ້ນສັນຍາວ່າ ນ້ຳມັນເຊື້ອໄຟຈະກັບມາມີປະລິມານທີ່ພຽງພໍກັບຄວາມຕ້ອງການປະຈຳວັນ. ການຂາດແຄນນໍ້າມັນເຊື້ອໄຟໄດ້ເກີດຂຶ້ນໃນຊ່ວງເວລາທີ່ລັດຖະບານກໍາລັງໃຊ້ມາດຕະການຢ່າງເຄັ່ງຄັດເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ລວມທັງການປ່ຽນຫົວຫນ້າທະນາຄານກາງ ແລະ ການປາບປາມຜູ້ຄ້າຂາຍເງິນຕາທີ່ຜິດກົດຫມາຍ. ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ການອ່ອນຄ່າຂອງເງິນກີບສ້າງຄວາມເສຍຫາຍຢ່າງໜັກຕໍ່ເສດຖະກິດຂອງລາວ
ເງິນກີບຂອງລາວໄດ້ອ່ອນຄ່າເປັນປະຫວັດການໃນຫຼາຍມືື້ມານີ້ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະເງິນບາດຂອງໄທ ເຖິງແມ່ນວ່າລັດຖະບານຈະພະຍາຍາມຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາກໍ່ຕາມ. ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວຕໍ່ບັນດາສະມາຊິກສະພາແຫ່ງຊາດໃນອາທິດນີ້ວ່າ: ມູນຄ່າຂອງເງິນຕາແຫ່ງຊາດໄດ້ຫຼຸດລົງມາຕັ້ງແຕ່ທ້າຍເດືອນມີນາ.ໃນໄລຍະ 5 ເດືອນຜ່ານມາ, ເງິນກີບຫຼຸດລົງ 7.79% ທຽບກັບເງິນໂດລາສະຫະລັດ ແລະ 8.43% ທຽບກັບເງິນບາດຂອງໄທ ເມື່ອທຽບໃສ່ຕົວເລກທີ່ບັນທຶກໄວ້ໃນທ້າຍປີທີ່ຜ່ານມາ, ເນື່ອງຈາກຄວາມຕ້ອງການດ້ານການສະໜອງບໍ່ກົງກັນ.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ບັນດາທະນາຄານ, ສະຖາບັນການເງິນໄດ້ສັ່ງໃຫ້ເລື່ອນການຈ່າຍເງິນຕົ້ນ ແລະ ດອກເບັ້ຍ
ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳສັ່ງ ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ເລື່ອນກຳນົດເວລາສຳລັບການຈ່າຍເງິນຕົ້ນ ແລະ ດອກເບ້ຍ ສຳລັບຜູ້ທີ່ໄດ້ກູ້ຢືມເງິນເພື່ອໃຊ້ຈ່າຍໃນການດຳລົງຊີວິດ ເປັນເວລາ 3 ເດືອນ (ນັບແຕ່ເດືອນພຶດສະພາເປັນຕົ້ນໄປ). ຂໍ້ຕົກລົງສະບັບ ລົງວັນທີ 13 ພຶດສະພາ, 2021, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງສະພາບການ Covid-19 ຕໍ່ຜູ້ກູ້ຢືມເງິນຂອງທະນາຄານການຄ້າ ແລະ ສະຖາບັນການເງິນ ທີ່ເປັນພະນັກງານຂອງທຸລະກິດ ຫຼື ອົງການຈັດຕັ້ງທີ່ໄດ້ຢຸດກິດຈະການທາງທຸລະກຳ ແລະ ນັກທຸລະກິດອິດສະຫຼະ ທີ່ຂາດລາຍໄດ້.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ທະນາຄານກາງ ຈະເນັ້ນໃສ່ການຄຸ້ມຄອງເງິນຕາ ທ່າມກາງສິ່ງທ້າທາຍ
ວຽງຈັນ (ວຽງຈັນທາມສ໌) – ທະນາຄານກາງຂອງລາວຈະຈັດການກັບສິ່ງທ້າທາຍ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນບາດໄທ, ແລະ ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ຕ່ຳກວ່າລະດັບ 5 ສ່ວນຮ້ອຍ.ຕໍ່ກັບຄຳຖາມກ່ຽວກັບການຄຸ້ມຄອງເງິນຕາ ຈາກສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາໃນວັນພຸດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການທະນາຄານແຫ່ງ ສປປ ລາວ ກ່າວວ່າ ປະເທດລາວຈະສືບຕໍ່ຜະເຊີນກັບສິ່ງທ້າທາຍໃນດ້ານການຄຸ້ມຄອງເງິນຕາຕ່າງປະເທດ ເນື່ອງຈາກເປັນປະເທດຜູ້ນຳເຂົ້າສຸດທິ.ອ່ານຕໍ່ ...
ໂຕະຂ່າວ
ລາວ: ທະນາຄານກາງຈະອອກທະນະບັດໃບ 500 ກີບສະບັບປີ 2015

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງການກ່ຽວກັບການອອກທະນະບັດໃບ 500 ກີບສະບັບປີ 2015. ທະນາຄານກາງໄດ້ແຈ້ງການລ່ວງໜ້າກ່ຽວກັບການອອກທະນະບັດໃໝ່ດັ່ງກ່າວ ເພື່ອເປັນການຕັດຂໍ້ສົງໄສກ່ຽວກັບການນຳໃຊ້ທະນະບັດດັ່ງກ່າວ.ທະນາຄານກາງໄດ້ອອກແຈ້ງການໃນວັນທີ 24 ກັນຍາ ເຊິ່ງມີເນື້ອໃນວ່າ ຈະເລີ່ມໝູນວຽນການນຳໃຊ້ທະນະບັດໃບ 500 ກີບ ສະບັບປີ 2015 ຢ່າງເປັນທາງການໃນວັນທີ 7 ຕຸລານີ້. ສ່ວນທະນະບັດໃບ 500 ກີບສະບັບປີ 1998 ກໍຍັງສືບຕໍ່ນຳໃຊ້ໄດ້ຕາມປົກກະຕິ ຄຽງຄູ່ກັບທະນະບັດໃໝ່ນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-central-bank-circulate-2015-version-500-kip-note-105205
ການຝຶກອົບຮົມເພື່ອສະໜັບສະໜູນບາດກ້າວການນຳໃຊ້ມາດຕະຖານບັນຊີສາກົນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວພວມກຳລັງຫັນໄປສູ່ການນຳໃຊ້ມາດຕະຖານບັນຊີສາກົນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຍົກລະດັບ ການຄຸ້ມຄອງຂະແໜງການເງິນຂອງຂະແໜງການລັດ ຜ່ານການສ້າງຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ການເງິນໃນທົ່ວປະເທດ.ກອງປະຊຸມຝຶກອົບຮົມຄູຝຶກ ໄລຍະຫ້າວັນ ເພື່ອພັດທະນາທັກສະຄວາມຮູ້ໃຫ້ແກ່ເຈົ້າໜ້າທີ່ ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນນັກການບັນຊີຂອງສິງກະໂປ (ISCA) ກະຊວງການເງິນຂອງລາວ ພາຍໃຕ້ການສະໜັບສະໜູນໂດຍມູນນິທິ ເຕມາເສັກ ສາກົນ (TF Intl) ແລະ ຈະດຳເນີນໄປຈົນເຖິງວັນທີ 27 ກັນຍານີ້.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/training-supporting-local-moves-adopt-int%E2%80%99l-accounting-standards-104810
ທະນາຄານກາງອອກມາດຕະການເພື່ອຄຸ້ມຄອງຄ່າເງິນກີບ
ທະນາຄານແຫ່ງ ສປປ ລາວ ໄດ້ອອກມາດຕະການເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນຕາຕ່າງປະເທດ.ຕາມຈົດໝາຍັຂ່າວຂອງທະນາຄານກາງໃນອາທິດນີ້, ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບທຽບກກັບເງິນໂດລາ ແລະ ເງິນບາດ, ທະນາຄານກາງໄດ້ປັບປຸງປະລິມານເງິນໃນລະດັບໜຶ່ງ ເຊິ່ງສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປະຈຸບັນ.ນອກຈາກນີ້ ທະນາຄານຍັງມີການນຳໃຊ້ລະບົບອັດຕາແລກປ່ຽນແບບລອຍຕົວພາຍໃຕ້ການຄຸ້ມຄອງ ເພື່ອເພີ່ມສະຖຽນລະພາບໃຫ້ແກ່ຄ່າເງິນກີບ, ຕາມຈົດໝາຍຂ່າວ ເຊິ່ງມີການເຜີຍແຜ່ຢູ່ໜ້າເວັບໄຊຫຼັກຂອງທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...
ເອກະພອນ ພູທອນສີ
ເງິນກີບອ່ອນຄ່າທຽບກັບເງິນບາດ ສົ່ງຜົນກະທົບຕໍ່ຜູ້ນຳເຂົ້າສິນຄ້າໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການອ່ອນຄ່າຢ່າງຕໍ່ເນື່ອງຂອງເງິນກີບລາວທຽບກັບເງິນບາດຂອງໄທ ໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວ, ໂດຍສະເພາະແມ່ນຜູ້ນຳເຂົ້າສິນຄ້າ, ເຮັດໃຫ້ເຂົາເຈົ້າສູນເສຍຜົນກຳໄລ.ມາຮອດວັນທີ 2 ກັນຍາ, ອັດຕາແລກປ່ຽນຢູ່ທະນາຄານການຄ້າຕ່າງປະເທດລາວ (BCEL) ໜຶ່ງບາດແມ່ນມີອັດຕາຂາຍເທົ່າກັບ 291.92 ກີບ ແລະ ອັດຕາຊື້ແມ່ນຢູ່ທີ່ 289.73 ກີບຕໍ່ໜຶ່ງບາດ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/kip-weakens-against-thai-baht-hurts-lao-importers-103260
ລາວຈະເຂັ້ມງວດໃນການຄຸ້ມຄອງອັດຕາແລກປ່ຽນ
ລັດຖະບານລາວໄດ້ເນັ້ນເຖິງຄວາມຈຳເປັນຕໍ່ການເຂັ້ມງວດໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ທ່າມກາງຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.ໃນກອງປະຊຸມສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້, ລັດຖະບານໄດ້ຖະແຫຼງວ່າ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບທາງລົບຕໍ່ລາຄາສິນຄ້າອຸປະໂພກບໍລິໂພກໃນລາວ.ສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ໃນລາວແມ່ນສິນຄ້ານຳເຂົ້າ, ສະນັ້ນເມື່ອຄ່າເງິນກີບອ່ອນລົງ ເມື່ອທຽບກັບເງິນຕາຕ່າງປະເທດສ່ວນໃຫຍ່ ເຊັ່ນ ເງິນໂດລາ ຫຼື ເງິນບາດ, ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນເປັນລຳດັບ.ອ່ານຕໍ່ ...
The Laotian Times
https://laotiantimes.com/2019/09/02/laos-to-tighten-management-of-exchange-rates/