ລາວຈະເຂັ້ມງວດໃນການຄຸ້ມຄອງອັດຕາແລກປ່ຽນ

ລັດຖະບານລາວໄດ້ເນັ້ນເຖິງຄວາມຈຳເປັນຕໍ່ການເຂັ້ມງວດໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ທ່າມກາງຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.

ໃນກອງປະຊຸມສື່ມວນຊົນໃນຕອນທ້າຍຂອງກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນທີ 19 ສິງຫານີ້,​ ລັດຖະບານໄດ້ຖະແຫຼງວ່າ ຊ່ອງຫວ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາແລກປ່ຽນໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບທາງລົບຕໍ່ລາຄາສິນຄ້າອຸປະໂພກບໍລິໂພກໃນລາວ.

ສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ໃນລາວແມ່ນສິນຄ້ານຳເຂົ້າ, ສະນັ້ນເມື່ອຄ່າເງິນກີບອ່ອນລົງ ເມື່ອທຽບກັບເງິນຕາຕ່າງປະເທດສ່ວນໃຫຍ່ ເຊັ່ນ ເງິນໂດລາ ຫຼື ເງິນບາດ, ເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນເປັນລຳດັບ.

ອ່ານຕໍ່…

The Laotian Times
https://laotiantimes.com/2019/09/02/laos-to-tighten-management-of-exchange-rates/