ທະນາຄານກາງ ຈະເນັ້ນໃສ່ການຄຸ້ມຄອງເງິນຕາ ທ່າມກາງສິ່ງທ້າທາຍ

ວຽງຈັນ (ວຽງຈັນທາມສ໌) – ທະນາຄານກາງຂອງລາວຈະຈັດການກັບສິ່ງທ້າທາຍ ເພື່ອຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ແລະ ເພື່ອສະກັດກັ້ນການອ່ອນຄ່າຂອງເງິນກີບ ທຽບກັບເງິນບາດໄທ, ແລະ ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ຕ່ຳກວ່າລະດັບ 5 ສ່ວນຮ້ອຍ.

ຕໍ່ກັບຄຳຖາມກ່ຽວກັບການຄຸ້ມຄອງເງິນຕາ ຈາກສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາໃນວັນພຸດນີ້, ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການທະນາຄານແຫ່ງ ສປປ ລາວ ກ່າວວ່າ ປະເທດລາວຈະສືບຕໍ່ຜະເຊີນກັບສິ່ງທ້າທາຍໃນດ້ານການຄຸ້ມຄອງເງິນຕາຕ່າງປະເທດ ເນື່ອງຈາກເປັນປະເທດຜູ້ນຳເຂົ້າສຸດທິ.

ອ່ານຕໍ່…

ໂຕະຂ່າວ