ການສະຫນອງນໍ້າມັນເຊື້ອໄຟຈະດຳເນີນໄປຢ່າງເປັນປົກກະຕິໃນອະນາຄົດອັນໃກ້ນີ້

ຊາວນະຄອນຫຼວງວຽງຈັນ ມີຄວາມເປັນຫ່ວງກ່ຽວກັບ ການຂາດແຄນນ້ຳມັນເຊື້ອໄຟອີກຄັ້ງທີ່ເກີດຂື້ນຊຶ່ງປ້ຳນ້ຳມັນຫຼາຍແຫ່ງໃນເມືອງ ໄດ້ປິດລົງນັບຕັ້ງແຕ່ ວັນຈັນເປັນຕົ້ນມາ. ແນວໃດກໍ່ຕາມ, ຂະແໜງການທີ່ກ່ຽວຂ້ອງໄດ້ອອກຄຳໝັ້ນສັນຍາວ່າ ນ້ຳມັນເຊື້ອໄຟຈະກັບມາມີປະລິມານທີ່ພຽງພໍກັບຄວາມຕ້ອງການປະຈຳວັນ. ການຂາດແຄນນໍ້າມັນເຊື້ອໄຟໄດ້ເກີດຂຶ້ນໃນຊ່ວງເວລາທີ່ລັດຖະບານກໍາລັງໃຊ້ມາດຕະການຢ່າງເຄັ່ງຄັດເພື່ອຟື້ນຟູສະຖຽນລະພາບຂອງເສດຖະກິດມະຫາພາກ, ລວມທັງການປ່ຽນຫົວຫນ້າທະນາຄານກາງ ແລະ ການປາບປາມຜູ້ຄ້າຂາຍເງິນຕາທີ່ຜິດກົດຫມາຍ. 

ອ່ານເພິ່ມເຕີມ…

ເພັດໂພໄຊ ແສງປະເສີດ