Vietnam News

ທະນາການແຫ່ງລັດ ຄວບຄຸມອັດຕາແລກປ່ຽນເງິນຕາ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບຍິ່ງຂື້ນ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກຖະແຫຼງການສະບັບໃໝ່ ກ່ຽວກັບການກຳນົດອັດຕາແລກປ່ຽນເງິນຕາ, ເພື່ອເປັນແນວທາງໃຫ້ແກ່ທະນາຄານທຸລະກິດຊື້ຂາຍເງິນຕາຕ່າງປະເທດ. ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເຮັດໃຫ້ທະນາຄານການຄ້າສາມາດເຄື່ອນໄຫວໄດ້ໃນລະດັບໜຶ່ງ ໃຫ້ມີຄ່ອງຕົວໃນການຊື້-ຂາຍເງິນຕາຕ່າງປະເທດ, ດັ່ງນັ້ນຈຶ່ງຊ່ວຍເຮັດໃຫ້ມູນຄ່າຂອງເງິນກີບມີສະຖຽນລະພາບ. ພາຍໃຕ້ຂໍ້ຕົກລົງ ຊຶ່ງລົງນາມໂດຍທ່ານ ດຣ ບຸນລືສີ ໄຊສຸລະວົງ, ຜູ້ວ່າການທະນາຄານກາງ, ທະນາຄານການຄ້າໄດ້ຮັບອະນຸຍາດໃຫ້ກຳນົດອັດຕາແລກປ່ຽນໃນແຕ່ລະມື້ຕາມອັດຕາມອັດຕາທີ່ທະນາຄານກາງກຳນົດ.ອ່ານເພິ່ມເຕີມ ...

ສົມສັກ ພົງຂາວ

ອອກຄຳສັ່ງແນະນຳໃຫ້ປະຊາຊົນຫຼີກລ້ຽງການເດີນທາງທີ່ບໍ່ຈຳເປັນ, ປະຢັດນ້ຳມັນເພື່ອກະສິກຳ

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຮຽກຮ້ອງໃຫ້ບັນດາສະມາຊິກພັກ-ລັດ ຈົ່ງມີສະຕິໃນການນຳໃຊ້ນ້ຳມັນເຊື້ອໄຟ ແລະ ບໍ່ໃຫ້ເດີນທາງໂດຍບໍ່ຈຳເປັນ, ໃຫ້ມີນ້ຳມັນສຳຮອງໄວ້ພຽງພໍເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ແລະ ກິດຈະກຳທີ່ສຳຄັນອື່ນໆ.ການ​ນໍາ​ໃຊ້​ນໍ້າມັນ​ເຊື້ອ​ໄຟ​ຢ່າງ​ລະມັດລະວັງ​ ເປັນ​ວິທີ​ດຽວ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ໃນ​ປະຈຸ​ບັນ.ຊາວກະສິກອນ ຈໍານວນນຶ່ງ ຈົ່ມວ່າ ບໍ່ສາມາດ ປູກຝັງໄດ້ ຍ້ອນຂາດແຄນ ນໍ້າມັນ ແລະ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂວິກິດການ. ຫົວໜ້າສາຂາລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແຂວງຄຳມ່ວນ ທ່ານ ວົງສອນ ພິມມະວົງສາ ໄດ້ລາຍງານໃຫ້ນັກຂ່າວພາຍໃນແຂວງຊາບ ກ່ຽວກັບສະພາບ ການສະໜອງນ້ຳມັນເຊື້ອໄຟຢູ່ທ້ອງຖິ່ນ.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫຼືອການບູລະນະໂຮງຮຽນທີ່ແຂວງສາລະວັນ

ປະຊາຊົນຊາວເມືອງຄົງເຊໂດນ ແລະ ພື້ນທີ່ໃກ້ຄຽງແຂວງສາລະວັນ ຈະໄດ້ຮັບໂອກາດທີ່ດີຂື້ນໃນເລື່ອງການດູແລສຸຂະພາບ ແລະ ການເບິ່ງແຍງຊ່ວຍເຫຼືອທາງການແພດ ທີ່ໄດ້ຮັບຈາກການຊຸກຍູ້ຈາກລັດຖະບານສະຫະລັດອາເມລິກາ ໃນການບູລະນະໂຄງໝໍເມືອງຄົງເຊໂດນ. ພິທີທາງການດັ່ງກ່າວ ໄດ້ເປີດຂື້ນໃນວັນພະຫັດ ຊຶ່ງນຳໂດຍທ່ານ ດຣ. ປີເຕີ ໄຮມອນ, ເອກອັກຄະລັດຖະທູດອາເມລິກາປະຈຳລາວ, ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າເມືອງ ແລະ ທ່ານ ອາຄົມ ລຳວິຈິດ, ຫົວໜ້າຫ້ອງວ່າການແຂວງສາລະວັນ. ສືບຕໍ່ອ່ານ  ...

ຜູ້ສື່ຂ່າວທາມສ໌

ລາວມີແຜນສຳເລັດໂຄງການສ້າງເຂື່ອນ 12 ແຫ່ງໃນປີ 2019

ວຽງຈັນ (VNA) – ລັດຖະບານລາວຈະສູ້ຊົນສຳເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ 12 ແຫ່ງໃນປີ 2019 ເຊິ່ງມີກຳລັງການຜະລິດລວມ 1,950 MW ຕາມການລາຍງານຂອງສື່ທ້ອງຖິ່ນ.ອີງຕາມສຳນັກຂ່າວເສດຖະກິດສັງຄົມຂອງລາວ ລາຍງານວ່າ 80% ຂອງກະແສໄຟຟ້າທີ່ຜະລິດໄດ້ຈາກໂຄງການເຫຼົ່ານີ້ ຫຼື 1,570 MW ຈະຖືກຂາຍໃຫ້ປະເທດໄທ ສ່ວນທີ່ເຫຼືອ 384.94 MW ແມ່ນສຳລັບນຳໃຊ້ພາຍໃນປະເທດ.ອ່ານຕໍ່ ...

VNA

ຫວຽດນາມ, ລາວຮ່ວມມືດ້ານການບັງຄັບໃຊ້ກົດໝາຍປ່າໄມ້

ຮາຕິນ (VNA)– ຜູ້ຕາງໜ້າຈາກໜ່ວຍງານຄຸ້ມຄອງປ່າໄມ້ຫວຽດນາມ (VNFOREST) ແລະ ກົມກວດກາປ່າໄມ້ລາວ (DOFI) ຮ່ວມປະຊຸມທີ່ແຂວງພາກກາງຮາຕິນ ຂອງຫວຽດນາມໃນວັນທີ 30 ຕຸລານີ້ ເພື່ອທົບທວນການຮ່ວມມືໃນການບັງຄັບໃຊ້ກົດໝາຍປ່າໄມ້.ຫວຽດນາມ ແລະ ລາວມີຊາຍແດນຕິດຕໍ່ກັນເປັນໄລຍະຍາວ 2,340 ກມໃນສິບແຂວງ. ສອງຊາດມີດ່ານຊາຍແດນສາກົນຮ່ວມ 7 ແຫ່ງ ແລະ ມີ 6 ດ່ານເຂົ້າອອກຫຼັກລຽບຕາມແນວຊາຍແດນ.ອ່ານຕໍ່ ...

ບັນນາທິການ VNA

ບໍລິສັດຫວຽດນາມມອບທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພເຂື່ອນແຕກໃນລາວ

ວຽງຈັນ (VNA) – ໃນວັນທີ 17 ຕຸລານີ້ ຕົວແທນຈາກສາຂາບໍລິສັດຂົນສົ່ງ ອິນໂດ ທຣານ ປະເທດຫວຽດນາມປະຈຳລາວ ໄດ້ມອບເງິນຈຳນວນ 12,300 ໂດລາສະຫະລັດ ໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກ ທີ່ອັດຕະປື ໃນເດືອນກໍລະກົດຜ່ານມາ.ອ່ານຕໍ່ ...

ບັນນາທິການ VNA

ຫວຽດນາມຈະດຳເນີນໂຄງການຂຸດຄົ້ນບໍ່ແຮ່ທີ່ໃຫຍ່ທີ່ສຸດໃນລາວ

ວຽງຈັນ — ໃນວັນອັງຄານນີ້ ລັດຖະບານລາວ ແລະ ກຸ່ມບໍລິສັດຫວຽດພວງ (VPG) ຫວຽດນາມໄດ້ເຊັນສັນຍາສຳປະທານການຂຸດຄົ້ນ ແລະ ປຸງແຕ່ງແຮ່ອາລູມິນຽມ ແລະ ການສ້າງຕັ້ງໂຮງງານຜະລິດອາລູມິນຽມທີ່ແຂວງເຊກອງ ປະເທດລາວ.ໂຄງການດັ່ງກ່າວມີມູນຄ່າການລົງທຶນກປະມານ 650 ລ້ານໂດລາສະຫະລັດ ເຊິ່ງເປັນໂຄງການລົງທຶນທີ່ໃຫຍ່ທີ່ສຸດຂອງຫວຽດນາມໃນຂະແໜງການຂຸດຄົ້ນບໍ່ແຮ່ຂອງລາວ.ອ່ານຕໍ່ ...

ວີເອັນເອັສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

UWzvh
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!