Extractive industries

Oil and gas resources

ອັດຕາເງິນເຟີ້ໃນລາວສູງຂື້ນໃນຮອບ 22 ປີ ເນື່ອງຈາກວິກິດການເສດຖະກິດຮ້າຍແຮງຂຶ້ນ

ອັດຕາເງິນເຟີ້ຍັງສືບຕໍ່ແຜ່ລາມອອກຈາກການຄວບຄຸມຢູ່ໃນລາວ, ໂດຍກົມສະຖິຕິຂອງປະເທດໄດ້ປະກາດໃນອາທິດນີ້ວ່າອັດຕາເງິນເຟີ້ຂອງປະເທດໄດ້ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 22 ປີຂອງ 23.6 ສ່ວນຮ້ອຍໃນເດືອນມິຖຸນາ. ຕາມ​ການ​ລາຍ​ງານ​ຂອງ​ໜັງສືພິມ​ວຽງ​ຈັນ​ທາມ​ຂອງ​ລັດ, ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກ​ໃນ​ເດືອນ​ແລ້ວ​ນີ້​ໄດ້​ເພີ່ມ​ຂຶ້ນ​ສູງ​ກວ່າ​ລະດັບ​ເພດານ​ທີ່​ລັດຖະບານ​ວາງ​ໄວ້ 12% ​ເຊິ່ງ​ໄດ້​ເກີນຕົວເລກເມື່ອ​ເດືອນ​ແລ້ວ​ນີ້, ​ເມື່ອ​ທຽບໃສ່ອັດຕາເງິນເຟີ້​ຂອງ​ປີ​ກາຍ​ເຖິງ 12,8%.ອ່ານເພິ່ມເຕີມ  ...

Sebastian Strangio

ລັດ​ຖະ​ບານ​ໄດ້​ແຕ່ງ​ຕັ້ງ​ຄະນະສະເພາະກິດເພື່ອ​ແກ້​ໄຂ​ວິ​ກິດ​ການ​ນ້ຳ​ມັນ​ເຊື້ອ​ໄຟ, ລາ​ຄາ​ຂຶ້ນ​ສູງ, ເງິນ​ຕາ​ຕ່າງ​ປະ​ເທດ​ຕົກ​ຕ່ຳ

ລັດ​ຖະ​ບານ​ໄດ້​ສ້າງ​ຕັ້ງ​ຄະ​ນະສະເພາະກິິດ​ໃໝ່ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ນ້ຳ​ມັນ​ເຊື້ອ​ໄຟ, ລາ​ຄາ​ສິນ​ຄ້າ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ແພງ​ຂຶ້ນ  ແລະ ​ການສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຫຼຸດ​ລົງ. ພິທີດັ່ງກ່າວ ມີຂຶ້ນ ເພື່ອຮັບມືກັບການຂາດແຄນ ນໍ້າມັນເຊື້ອໄຟ ຍ້ອນຄ່າເງິນກີບ ອ່ອນຄ່າລົງພາຍໃນປະເທດ. ອັດຕາ​ແລກປ່ຽນ​ເງິນ​ກີບ​ກັບ​ເງິນ​ໂດ​ລາ​ສະຫະລັດ ​ແລະ ​ເງິນ​ບາດ​ຂອງ​ໄທ​ບໍ່​ເອື້ອ​ອຳນວຍ​ໄດ້​ເຮັດ​ໃຫ້​ຜູ້​ນໍາ​ເຂົ້າ​ບໍ່​ສາມາດ​ຊື້​ເງິນຕາ​ຕ່າງປະ​ເທດ​ໃນ​ປະລິມານ​ທີ່​ພຽງພໍ​ ເພື່ອ​ຊື້​ນ້ຳມັນ​ເຊື້ອ​ໄຟ​ໃນ​ປະລິມານ​ທີ່​ພຽງພໍ, ລາຄາ​ໃນ​ຕະຫຼາດ​ໂລກ​ຍັງ​ກໍສືບ​ຕໍ່ສູງ​ຂຶ້ນເຊັ່ນດຽວກັນ.ອ່ານເພິ່ມເຕີມ ...

ສຸກສາຄອນ ແວ່ນແກ້ວ

ອອກຄຳສັ່ງແນະນຳໃຫ້ປະຊາຊົນຫຼີກລ້ຽງການເດີນທາງທີ່ບໍ່ຈຳເປັນ, ປະຢັດນ້ຳມັນເພື່ອກະສິກຳ

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຮຽກຮ້ອງໃຫ້ບັນດາສະມາຊິກພັກ-ລັດ ຈົ່ງມີສະຕິໃນການນຳໃຊ້ນ້ຳມັນເຊື້ອໄຟ ແລະ ບໍ່ໃຫ້ເດີນທາງໂດຍບໍ່ຈຳເປັນ, ໃຫ້ມີນ້ຳມັນສຳຮອງໄວ້ພຽງພໍເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ແລະ ກິດຈະກຳທີ່ສຳຄັນອື່ນໆ.ການ​ນໍາ​ໃຊ້​ນໍ້າມັນ​ເຊື້ອ​ໄຟ​ຢ່າງ​ລະມັດລະວັງ​ ເປັນ​ວິທີ​ດຽວ​ທີ່​ຈະ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ໃນ​ປະຈຸ​ບັນ.ຊາວກະສິກອນ ຈໍານວນນຶ່ງ ຈົ່ມວ່າ ບໍ່ສາມາດ ປູກຝັງໄດ້ ຍ້ອນຂາດແຄນ ນໍ້າມັນ ແລະ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂວິກິດການ. ຫົວໜ້າສາຂາລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແຂວງຄຳມ່ວນ ທ່ານ ວົງສອນ ພິມມະວົງສາ ໄດ້ລາຍງານໃຫ້ນັກຂ່າວພາຍໃນແຂວງຊາບ ກ່ຽວກັບສະພາບ ການສະໜອງນ້ຳມັນເຊື້ອໄຟຢູ່ທ້ອງຖິ່ນ.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ການຂາດເຂີນນ້ຳມັນເຊື້ອໄຟ ສ້າງຄວາມຍາກລຳບາກໃຫ້ແກ່ປະຊາຊົນລາວ

ທຸລະກິດນໍ້າມັນເຊື້ອໄຟ ແລະ ຜູ້ນໍາເຂົ້າກໍາລັງປະສົບກັບຄວາມຫຍຸ້ງຍາກໃນການສະໜອງນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ເນື່ອງຈາກອັດຕາແລກປ່ຽນເງິນຕາທີ່ເໜັງຕີງ ແລະ ຕະຫຼາດນໍ້າມັນຂອງໂລກທີ່ເໜັງຕີງ. ການຂາດເຂີນນ້ຳມັນເຊື້ອໄຟໄດ້ບັງຄັບໃຫ້ປ້ຳນ້ຳມັນໃນນະຄອນຫຼວງວຽງຈັນ ແລະ ບາງແຂວງປິດລົງໃນວັນຈັນມື້ນີ້, ໂດຍມີຜູ້ຂັບຂີ່ລົດຫຼາຍຄັນໝົດຫວັງທີ່ຈະເດີນທາງຈາກສະຖານີໜຶ່ງໄປຫາອີກສະຖານີໜຶ່ງເພື່ອຫວັງຈະເຕີມເຕັມຖັງ. ປ້ຳນ້ຳມັນບາງແຫ່ງໃນບາງພື້ນທີ່ຂອງນະຄອນຫຼວງທີ່ໃຫ້ບໍລິການກໍເກີດການສັນຈອນແອອັດ. ຫຼາຍແຂວງໄດ້ປະສົບກັບການຂາດແຄນນ້ຳມັນເຊື້ອໄຟໃນອາທິດທີ່ຜ່ານມາ, ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບໃນທ້າຍອາທິດ ເມື່ອປ້ຳນ້ຳມັນຖືກບັງຄັບໃຫ້ປິດ.ອ່ານເພິ່ມເຕີມ ...

ເພັດໂພໄຊ ແສງປະເສີດ

ໂຮງງານກັ່ນນຳ້ມັນແຫ່ງທຳອິດຂອງລາວ ຈະເປີດບໍລິການເປັນສິນຄ້າໃນທ້າຍອາທິດໜ້າ

(KPL) ໂຮງງານກັ່ນນຳ້ມັນແຫ່ງທຳອິດຂອງລາວຕັ້ງຢູ່ພື້ນເຂດພັດທະນາເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ແລະ ຄາດວ່າຈະເປີດເປັນສະຖານທີ່ໃຫ້ບໍລິການເປັນສິນຄ້າສຳລັບການຊົມໃຊ້ພາຍໃນໃນວັນທີ 30 ເດືອນ ພະຈິກນີ້.​ ໂຄງການດັ່ງກ່າວໄດ້ເລິ່ມຂື້ນໃນປີ 2015 ພາຍໃຕ້ການຮ່ວມມືລາວ-ຈີນ (Laos-China Dongyan Petrochemical with Yunnan Dongyan). ອ່ານເພິ່ມເຕີມ.  ...

KPL

ຄວາມຄືບໜ້າຂອງໂຄງການກັ່ນນ້ຳມັນລາວ-ຈີນມີການຊັກຊ້າ

 ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການກັ່ນນ້ຳມັນເຊື້ອໄຟ ລາວ-ຈີນໄດ້ມີການເລື່ອນແຜນການຜະລິດເປັນຄັ້ງທີສອງນັບແຕ່ປີ 2017 ເນື່ອງຈາກບັນຫາຄວາມຫຍຸ້ງຍາກຂອງນັກລົງທຶນໃນການຫາແຫຼ່ງທຶນຈາກຈີນເພື່ອສຳເລັດການກໍ່ສ້າງ.ໂຮງກັ່ນນ້ຳມັນ, ເຊິ່ງຈະດຳເນີນການໂດຍບໍລິສັດ ປີໂຕຣເຄມິຄອລ ດົງຍານ ລາວ-ຈີນ ຈຳກັດ, ມີຜູ້ຖືຫຸ້ນ 5 ລາຍຈາກຈີນ ແລະ ລາວ, ໃນນັ້ນມີລັດວິສາຫະກິດນ້ຳມັນເຊື້ອໄຟລາວ. ການກໍ່ສ້າງດັ່ງກ່າວໄດ້ເລີ່ມມາຕັ້ງແຕ່ປີ 2014 ແຕ່ກໍມີຄວາມຊັກຊ້າ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

erGTM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!