ລັດ​ຖະ​ບານ​ໄດ້​ແຕ່ງ​ຕັ້ງ​ຄະນະສະເພາະກິດເພື່ອ​ແກ້​ໄຂ​ວິ​ກິດ​ການ​ນ້ຳ​ມັນ​ເຊື້ອ​ໄຟ, ລາ​ຄາ​ຂຶ້ນ​ສູງ, ເງິນ​ຕາ​ຕ່າງ​ປະ​ເທດ​ຕົກ​ຕ່ຳ

ລັດ​ຖະ​ບານ​ໄດ້​ສ້າງ​ຕັ້ງ​ຄະ​ນະສະເພາະກິິດ​ໃໝ່ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ນ້ຳ​ມັນ​ເຊື້ອ​ໄຟ, ລາ​ຄາ​ສິນ​ຄ້າ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ແພງ​ຂຶ້ນ  ແລະ ​ການສຳຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຫຼຸດ​ລົງ. ພິທີດັ່ງກ່າວ ມີຂຶ້ນ ເພື່ອຮັບມືກັບການຂາດແຄນ ນໍ້າມັນເຊື້ອໄຟ ຍ້ອນຄ່າເງິນກີບ ອ່ອນຄ່າລົງພາຍໃນປະເທດ. ອັດຕາ​ແລກປ່ຽນ​ເງິນ​ກີບ​ກັບ​ເງິນ​ໂດ​ລາ​ສະຫະລັດ ​ແລະ ​ເງິນ​ບາດ​ຂອງ​ໄທ​ບໍ່​ເອື້ອ​ອຳນວຍ​ໄດ້​ເຮັດ​ໃຫ້​ຜູ້​ນໍາ​ເຂົ້າ​ບໍ່​ສາມາດ​ຊື້​ເງິນຕາ​ຕ່າງປະ​ເທດ​ໃນ​ປະລິມານ​ທີ່​ພຽງພໍ​ ເພື່ອ​ຊື້​ນ້ຳມັນ​ເຊື້ອ​ໄຟ​ໃນ​ປະລິມານ​ທີ່​ພຽງພໍ, ລາຄາ​ໃນ​ຕະຫຼາດ​ໂລກ​ຍັງ​ກໍສືບ​ຕໍ່ສູງ​ຂຶ້ນເຊັ່ນດຽວກັນ.

ອ່ານເພິ່ມເຕີມ…

ສຸກສາຄອນ ແວ່ນແກ້ວ