ເດິດີໂປລແມັດ

ວັນສຸດທ້າຍຂອງຫຼວງພະບາງທີ່ສວຍງາມ: ຜູ້ຊ່ຽວຊານຂອງອົງການ UNESCO ຢືນຢັນວ່າ ການສ້າງເຂື່ອນຂະໜາດໃຫຍ່ຈະທຳລາຍ “ຄວາມແທ້ຈິງ ແລະ ສົມບູນ” ຂອງເມືອງມໍລະດົກໂລກໃນລາວ.

ການກໍ່ສ້າງໄດ້ເລີ່ມຂື້ນຢູ່ເທິງເຂື່ອນຂະໜາດໃຫຍ່ ຫ່າງຈາກເທດສະບານເມືອງມໍລະດົກໂລກ ປະມານ 25 ກິໂລແມັດ, ແລະພຽງແຕ່ 4 ກິໂລແມັດ ຈາກຖໍ້າປາກອູອັນເປັນສະຖານທີ່ເຄົາລົບນັບຖືຂອງປະຊາຊົນຊາວພຸດ. ຂໍ້ມູນຈາກດາວທຽມຈາກສູນຕິດຕາມເຂື່ອນໄຟຟ້າຂອງ Stimson ໄດ້ພິສູດວ່າຄຳເຕືອນເຫຼົ່ານີ້ຖືກເມີນເສີຍ ແລະ ການກໍ່ສ້າງເຂື່ອນໄຟຟ້າຫຼວງພະບາງ (LPHP) ກໍ່ສ້າງກໍຍັງເລີ່ມຂຶ້ນ. ຄວາມ​ສະຫງົບ​ຢູ່​ແຄມ​ແມ່​ນ້ຳ​ໄດ້​ຖືກ​ທຳລາຍ​ຍ້ອນ​ດິນ​ເຈື່ອນ, ຂີ້​ຝຸ່ນ, ​ແລະ ການ​ກໍ່ສ້າງ​ເຂື່ອນ​ແຕກ.ອ່ານເພິ່ມເຕີມ ...

Tom Fawthrop

ອັດຕາເງິນເຟີ້ໃນລາວສູງຂື້ນໃນຮອບ 22 ປີ ເນື່ອງຈາກວິກິດການເສດຖະກິດຮ້າຍແຮງຂຶ້ນ

ອັດຕາເງິນເຟີ້ຍັງສືບຕໍ່ແຜ່ລາມອອກຈາກການຄວບຄຸມຢູ່ໃນລາວ, ໂດຍກົມສະຖິຕິຂອງປະເທດໄດ້ປະກາດໃນອາທິດນີ້ວ່າອັດຕາເງິນເຟີ້ຂອງປະເທດໄດ້ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 22 ປີຂອງ 23.6 ສ່ວນຮ້ອຍໃນເດືອນມິຖຸນາ. ຕາມ​ການ​ລາຍ​ງານ​ຂອງ​ໜັງສືພິມ​ວຽງ​ຈັນ​ທາມ​ຂອງ​ລັດ, ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກ​ໃນ​ເດືອນ​ແລ້ວ​ນີ້​ໄດ້​ເພີ່ມ​ຂຶ້ນ​ສູງ​ກວ່າ​ລະດັບ​ເພດານ​ທີ່​ລັດຖະບານ​ວາງ​ໄວ້ 12% ​ເຊິ່ງ​ໄດ້​ເກີນຕົວເລກເມື່ອ​ເດືອນ​ແລ້ວ​ນີ້, ​ເມື່ອ​ທຽບໃສ່ອັດຕາເງິນເຟີ້​ຂອງ​ປີ​ກາຍ​ເຖິງ 12,8%.ອ່ານເພິ່ມເຕີມ  ...

Sebastian Strangio

ການຂາດແຄນນ້ຳມັນເຊື້ອໄຟເປັນໄພຂົ່ມຂູ່ຕໍ່ວິກິດການຢູ່ຊົນນະບົດໃນລາວ

ໃນສອງສາມເດືອນຜ່ານມາ, ປະເທດຊາດໄດ້ຮັບຜົນກະທົບຈາກການເພີ່ມຂຶ້ນຂອງລາຄານ້ໍາມັນທົ່ວໂລກແລະເງິນສະກຸນເງິນທ້ອງຖິ່ນທີ່ອ່ອນຄ່າ, ເຊິ່ງເຮັດໃຫ້ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ການຂາດແຄນຢ່າງກວ້າງຂວາງ. ໃນເດືອນເມສາ, ລາຄານໍ້າມັນ ແລະ ກາຊວນ ເພີ່ມຂຶ້ນ 72 ເປີເຊັນ ແລະ 96.6 ເປີເຊັນຕໍ່ປີ ຕາມສະຖິຕິ ທີ່ອ້າງໂດຍ Asia Times, ໃນຂະນະທີ່ຜູ້ຂັບຂີ່ໃນນະຄອນຫຼວງ ວຽງຈັນ ຈຳເປັນຕ້ອງຕໍ່ແຖວຢູ່ປໍ້ານໍ້າມັນຫຼາຍຊົ່ວໂມງ.ອ່ານເພິ່ມເຕີມ  ...

ເຊບາສຕຽນ ສະແຕນຈີໂອ

ລົດໄຟລາວ-ຈີນໄດ້ໄຂພິທິເປີດນຳໃຊ້ຢ່າງເປັນທາງການ ແຕ່ບັນຫາໜີ້ກໍຍັງເປັນສິ່ງທີ່ຕ້ອງຄຳນຶງ Laos-China Railway Inaugurated Amid Mounting Debt Concerns

ທາງການຈີນ ແລະ ລາວ ໄດ້ຈັດພິທີເປີດທາງລົດໄຟ ມູນຄ່າ 5,9 ຕື້ໂດລາ ສະຫະລັດ ຢ່າງເປັນທາງການ, ຊຶ່ງເປັນຜົນສຳເລັດໃນການກໍ່ສ້າງເສັ້ນທາງລົດໄຟສາຍທຳອິດ ທີ່ຍາວໄກ ຊື່ອມຕໍ່ຈາກພາກຕາເວັນຕົກສຽງໃຕ້ຂອງຈີນ ກັບສິງກະໂປ. ​ໂຄງການ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ມາ​ສູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ເຂດ​ພູດ​ອຍ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ແລະ ປະຊາຊົນໃນເຂດຊົນນະບົດຈະໄດ້ປະໂຫຍດຫຍັງແນ່ນັ້ນ ກໍຍັງເປັນຂໍ້ສົງໃສ. ຕະຫຼອດໄລຍະ 6 ປີຂອງການກໍ່ສ້າງ, ປະຊາຊົນຜູ້ທີ່ຖືກຍົກຍ້າຍອອກຈາກບ້ານເພື່ອເຮັດເສັ້ນທາງລົດໄຟໄດ້ກ່າວວ່າໄດ້ຮັບຄ່າຈ້າງໜ້ອຍເກີນໄປ, ແລະ ມີບັນຫາເອກະສານຫຼາຍຢ່າງທີ່ກ່ຽວຂ້ອງກັບການນຳໃຊ້ແຮງງານຈີນທີ່ໄດ້ຍົກຍ້າຍເຂົ້າມາຢູ່ປະເທດລາວຊົ່ວຄາວເພື່ອເຮັດວຽກໃນໄລຍະຂອງການດຳເນີນໂຄງການ.ອ່ານເພິ່ມເຕີມ  ...

ແຊບາດສ໌ຕຽນ

ປະເທດລາວອອກມາດຕະການເຄັ່ງຄັດຕໍ່ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ສືບເນື່ອງຈາກຕົວເລກທີ່ສູງຂື້ນ

ເນື່ອງຈາກຈຳນວນຜູ້ຕິດເຊື້ອເພິ່ມຂື້ນຫຼາຍກໍລະນີຢູ່ນະຄອນຫຼວງວຽງຈັນ, ເຮັດໃຫ້ອຳນາດການປົກຄອງ ອອກຄຳສັ່ງປິດເມືອງຢ່າງເດັດຂາດເປັນເວລາສອງອາທິດ, ຊຶ່ງນັບແຕ່ວັນອາທິດ ທີ 19 ເປັນຕົ້ນໄປ. ອີງຕາມຄຳສັ່ງດັ່ງກ່າວ, ທຸກຄົນແມ່ນຕ້ອງກັກຕົວຢູ່ເຮືອນ ແລະ ອະນຸຍາດໃຫ້ອອກໄປນອກພຽງເພື່ອໄປຊື້ເຄື່ອງກິນ, ອາຫານ, ຢາ ຫຼື ອອກໄປໂຮງໝໍເທົ່ານັ້ນ. ອ່ານເພິ່ມເຕີມ  ...

ເຊບັດຕຽນ ສະຕັນໂກ

ພະລັງານໄຟຟ້າ ແລະ ເມືອງມໍລະດົກ: ສປປ ລາວ ຈະສູນເສຍຫຼວງພະບາງບໍ?

ລັດຖະບານ ສປປ ລາວ ມີຄວາມສ່ຽງໃນການວາງແຜນຕິດຕັ້ງເຂື່ອນພະລັງານນ້ຳໃຫຍ່ທີ່ແມ່ນ້ຳຂອງ, ໃກ້ຄຽງກັບເຂດເມືອງມໍລະດົກໂລກ ເມືອງຫຼວງພະບາງ, ໂດຍອີງຕາມການວິເຄາະຂອງຜູ້ຊ່ຽງຊານດ້ານອະນຸລັກ ເພື່ອປົກປັກຮັກສາເຂດທີ່ມີຊື່ສຽງແຫ່ງນັ້ນ. ສືບຕໍ່ອ່ານ    ...

ທອມ ຟໍລົບ

ການສະກັດກັ້ນການຮົ່ວໄຫຼຂອງງົບປະມານແຫ່ງລັດຫຼ້າສຸດຂອງລາວມີຫຍັງແດ່?

ໃນຫຼາຍເດືອນຜ່ານມາ, ລັດຖະບານ ແລະ ສື່ມວນຊົນໄດ້ເຜີຍແຜ່ກ່ຽວກັບການຈັດລະບຽບງົບປະມານແຫ່ງລັດ. ສິ່ງທີ່ພົ້ນເດັນຫຼ້າສຸດໃນນີ້ແມ່ນມະຕິຕົກລົງຫຼ້າສຸດຂອງລັດຖະບານກ່ຽວກັບການເຂັ້ມງວດການກວດກາການໃຊ້ຈາຍຂອງລັດ ທີ່ເຫັນວ່າເປັນການຈັດລະບຽບດ້ານການໃຊ້ຈ່າຍຂອງລັດໃນຖັນແຖວພະນັກງານ.ຂໍ້ຕົກລົງສະບັບໃໝ່ຂອງນາຍົກລັດຖະມົນຕີ ທີ່ມີການລົງນາມໃນວັນທີ 12 ທັນວານີ້ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ປີ 2019, ໄດ້ກຳນົດຂີດຈຳກັດຂອງຈຳນວນເງິນທີ່ໜ່ວຍງານພາກລັດສາມາດນຳໃຊ້ໃນການປະຕິບັດໜ້າທີ່ຕ່າງໆ ເຊັ່ນ ກອງປະຊຸມສຳມະນາ, ກອງປະຊຸມວິຊາການ, ກອງປະຊຸມຝຶກອົບຮົມ, ແລະ ກິດຈະກຳທີ່ກ່ຽວຂ້ອງອື່ນໆ.ອ່ານຕໍ່ ...

Tae-jun Kang

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zUP4z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!