ລັດຖະບານ

ງົບປະມານ

ກະຊວງການເງິນ ຕັ້ງເປົ້າໝາຍເກັບລາຍຮັບໃຫ້ໄດ້ US$2 ຕື້ໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ການເກັບກຳລາຍຮັບຂອງລັດຖະບານໃນຊ່ວງ 11 ເດືອນຂອງປີ 2019 ບັນລຸໄດ້ 77.89 ສ່ວນຮ້ອຍຂອງແຜນການປະຈຳປີ, ໃນຂະນະທີ່ລາຍຮັບພາຍໃນແມ່ນບັນລຸໄດ້ 82.76 ສ່ວນຮ້ອຍ, ເພີ່ມຂຶ້ນ 3 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີຜ່ານມາ. ຕົວເລກດັ່ງກ່າວ ແມ່ນສ່ວນໜຶ່ງຂອງບົດລາຍງານຂອງກະຊວງການເງິນ ທີ່ມີການເຜີຍແຜ່ວານນີ້ ໃນກອງປະຊຸມປະຊຸມປະຈຳປີ ທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຜົນສຳເລັດໃນການຈັດຕັ້ງປະຕິບັດແຜນການປະຈຳປີ ແລະ ການວາງແຜນການສຳລັບປີ 2020.ອ່ານຕໍ່ ...

ໂຕະຂ່າວ

ທິດຊີ້ນຳໃໝ່ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງດຳເນີນການປະມູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລະບຽບການສະບັບໃໝ່ ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງຈັດສັນຜ່ານການປະມູນໂຄງການ ໃນການຈັດຈ້າງບໍລິສັດທີ່ປຶກສາເພື່ອດຳເນີນການສຶກສາຄວາມເປັນໄປໄດ້, ການສຳຫຼວດ ແລະ ອອກແບບໂຄງການ, ເພື່ອຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ .ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ອອກຄຳສັ່ງແນະນຳສະບັບໃໝ່ກ່ຽວກັບການພິຈາລະນາ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ເຊິ່ງປະກາດໃຊ້ໃນວັນທີ່ 15​ ທັນວາ 2015.ອ່ານຕໍ່ ...

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/new-guidance-requires-state-investment-projects-undergo-bidding-105663

ການຂາດດູນການຄ້າຂອງລາວຍັງຄົງສູງ

ວຽງຈັນ (ວຽງຈັນທາມສ໌) – ການຂາດດູນການຄ້າຂອງລາວຄາດວ່າຈະເພີ່ມຂຶ້ນເປັນ 12 ເປີເຊັນໃນປີ 2019 ເນື່ອງຈາກການນຳເຂົ້າຄາດວ່າຈະສູງກວ່າການສົ່ງອອກສິນຄ້າ, ຕາມບົດລາຍງານຫຼ້າສຸດຂອງທະນາຄານໂລກ.ການຂາດດູນການຄ້າທີ່ເພີ່ມສູງຂຶ້ນດັ່ງກ່າວ ແມ່ນມາຈາກຄວາມຕ້ອງການທີ່ສູງໃນການນຳເຂົ້າສິນຄ້າ ອັນເນື່ອງມາຈາກການລົງທຶນໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດຍັກ, ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນທີ່ກຳລັງດຳເນີນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານຈະຈັດສັນແຫຼ່ງທຶນເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດ

ວຽງຈັນ (ວຽງຈັນທາມສ໌/ANN) – ປະລິມານໜີ້ສິນຂອງລັດຖະບານທີ່ມີຕໍ່ບໍລິສັດເອກະຊົນແມ່ນມີສູງເຖິງ 10.14 ພັນຕື້ກີບ, ສ້າງຄວາມກົດດັນມະຫາສານຕໍ່ລັດຖະບານໃນການແກ້ໄຂບັນຫາໜີ້ສິນ ແລະ ຮັກສາລະດັບການຂະຫຍາຍຕົວຂອງເສດຖະກິດ.ປະຈຸບັນ ລັດຖະບານສັນຍາວ່າຈະຈັດສັນທຶນຮອນເພີ່ມເຕີມເພື່ອຊົດໃຊ້ໜີ້ສິນໃຫ້ແກ່ບໍລິສັດເອກະຊົນ ເພື່ອຮັກສາສະພາບຄ່ອງຕົວດ້ານການເງິນ ແລະ ເສີມຂະຫຍາຍການດຳເນີນກິດຈະກຳ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-govt-allocate-more-funds-repay-debts-owed-companies-100429

ລັດຖະບານຊອກຫາຊ່ອງທາງໃນການຫຼຸດຜ່ອນພາລະດ້ານງົບປະມານ ແລະ ຄວາມກົດດັນຈາກໜີ້ສິນ

ລັດຖະບານໄດ້ຮ່າງມາດຕະການເພື່ອສົ່ງເສີມລາຍຮັບແຫ່ງຊາດສຳລັບປີ 2020 ໃນຂະນະດຽວກັບກໍ່ເພື່ອຮັບປະກັນປະສິດທິພາບຂອງໂຄງການລົງທຶນຂອງລັດ.ຄຳສັ່ງແນະນຳຂອງນາຍົກລັດຖະມົນຕີສະບັບຫຼ້າສຸດ ໄດ້ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງຮັດເຂັມຂັດໃນການເບີກຈ່າຍງົບປະມານ ໂດຍການຕັດຢອນງົບປະມານດ້ານການບໍລິຫານ, ທັງເລື່ອນການຈັດຕັ້ງປະຕິບັດໂຄງການພັດທະນາທີ່ບໍ່ຈຳເປັນໄປກ່ອນ.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານຄາດວ່າຈະສາມາດເກັບກຳລາຍຮັບໄດ້ຕາມແຜນ

ລັດຖະບານຈະສາມາດບັນລຸການເກັບກຳລາຍຮັບໄດ້ 49% ຂອງແຜນການປະຈຳປີພາຍໃນທ້າຍເດືອນນີ້ ເຖິງວ່າຈະຜະເຊີນກັບບັນຫາທ້າທາຍທາງດ້ານເສດຖະກິດ ຕາມບົດລາຍງານທາງການສະບັບໃໝ່.ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕິກະຊວງແຜນການ ແລະ ການລົງທຶນ ເປີດເຜີຍໃນບົດງານງາຍສະບັບຫຼ້າສຸດໃນເດືອນນີ້ວ່າ ລັດຖະບານສາມາດປະຕິບັດຕາມແຜນການໃນການເກັບກຳລາຍຮັບ ໄດ້ປະມານ 12,128 ຕື້ກີບພາຍໃນທ້າຍເດືອນມິຖຸນາປີນີ້ ຫຼືເທົ່າກັບ 47.2% ຂອງແຜນການເກັບກຳລາຍຮັບປະຈຳປີ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານປະສົບຄວາມຫຍຸ້ງຍາກໃນການແກ້ໄຂບັນຫາການຂາດດູນດ້ານງົບປະມານ

ລັດຖະບານຄາດຄະເນວ່າ ການຂາດດູນງົບປະມານແຫ່ງຊາດໃນຊ່ວງຫົກເດືອນຕົ້ນປີນີ້ ອາດເພີ່ມຂຶ້ນສູງເຖິງ 1.16 ພັນຕື້ກີບ, ເພີ່ມທະວີຄວາມເຄັ່ງຕຶງດ້ານງົບປະມານ ເນື່ອງຈາກສະພາບຂາດແຄນທາງດ້ານລາຍຮັບຢ່າງຕໍ່ເນື່ອງ.ຖ້າລວມທັງຈຳນວນເງິນຕົ້ນທີ່ຕ້ອງຈ່າຍຄືນໃຫ້ເຈົ້າໜີ້ທັງພາຍໃນແລະ ຕ່າງປະເທດ, ປະເທດລາວອາດຕ້ອງໃຊ້ງົບທັງໝົດ 5.87 ພັນຕື້ກີບ ເພື່ອຮອງຮັບຄວາມຕ້ອງການໃນການໃຊ້ຈ່າຍໃນປະຈຸບັນ.ໃນກອງປະຊຸມສະໄໝສາມມັນຂອງສະພາແຫ່ງຊາດຄັ້ງຫຼ້າສຸດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຈ້ງແຜນການຂອງລັດຖະບານ ໃນການແກ້ໄຂບັນຫາການຂາດດູນດັ່ງກ່າວ ໂດຍການລະດົມແຫຼ່ງທຶນເພີ່ມເຕີມຈາກທັງພາຍໃນ ແລະ ຕ່າງປະເທດ. ອ່ານຕໍ່ ...

ສົມສັກ ພົງຂາວ

ກົດໝາຍສະບັບດັດແກ້ແນໃສ່ສົ່ງເສີມລາຍຮັບແຫ່ງຊາດ

ລັດຖະບານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງລະບົບການເກັບອາກອນໃຫ້ທັນສະໄໝ ແລະ ເພີ່ມທະວີຄວາມໂປ່ງໃສໃນຂະແໜງການເງິນ ເພື່ອສົ່ງເສີມລາຍຮັບແຫ່ງຊາດ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາກອນໃນມື້ວານນີ້ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ກ່ອນການຫາລືຂອງສະມາຊິກສະພາ.ທ່ານ ສົມດີ ໄດ້ກ່າວເນັ້ນວ່າກົດໝາຍສະບັບປະຈຸບັນໄດ້ມີການດັດແກ້ມາແລ້ວຫ້າຄັ້ງ ເຊິ່ງຫຼ້າສຸດແມ່ນຕັ້ງແຕ່ປີ 2015.ອ່ານຕໍ່ ...

ສົມສັກ ພົງຂາວ

ລັດຖະບານກຳນົດລາຍລະອຽດມາດຕະການເພື່ອຄວບຄຸມ ແລະ ຊົດໃຊ້ໜີ້ສິນສາທາລະນະ

ລັດຖະບານຈະຫຼຸດຜ່ອນການຂາດດູນດ້ານງົບປະມານໃຫ້ເປັນສູນພາຍໃນປີໜ້າ ເພື່ອຮັບປະກັນວ່າໜີ້ສິນສາທາລະນະລະດັບສູງຂອງລາວ ຈະສາມາດຊົດໃຊ້ໄດ້ໄວເທົ່າທີ່ເປັນໄປໄດ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດໃນອາທິດແລ້ວນີ້.ທ່ານ ສົມດີ ເຊິ່ງຄວບຕຳແໜ່ງລັດຖະມົນຕີກະຊວງການເງິນຍັງກ່າວຕື່ມວ່າ, ‘ພວກເຮົາຂໍຮັບປະກັນວ່າ ແຜນການໃຊ້ຈ່າຍຂອງລັດຈະກຳນົດຕາມອັດຕາລາຍຮັບຕົວຈິງ,’ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ.‘ນີ້ແມ່ນບັນຫາທ້າທາຍອັນໜຶ່ງ.’ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ໜີ້ສິນຂອງລັດ 'ສາມາດຈັດການໄດ້', ທ່ານນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ໜີ້ສິນຂອງລັດ ‘ສາມາດຈັດການໄດ້’ ເນື່ອງຈາກວ່າລັດຖະບານມີມາດຕະການຮອງຮັບໃນການຈັດການຢ່າງມີປະສິດທິຜົນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນການສຳພາດຕໍ່ສຳນັກຂ່າວ Nikkei Asian Review ອາທິດແລ້ວນີ້.ທ່ານນາຍົກ ເຊິ່ງກຳລັງຢ້ຽມຢາມປະເທດຍີ່ປຸ່ນເພື່ອຮ່ວມກອງປະຊຸມ Future of Asia ກ່າວວ່າ ໃນປະຈຸບັນປະເທດລາວແມ່ນເປັນໜີ້ຫຼາຍປະເທດ ແລະ ອົງການ ເຊັ່ນ ຈີນ, ຍີ່ປຸ່ນ, ຫວຽດນາມ, ແລະ ທະນາຄານໂລກ.ມາຮອດທ້າຍປີ 2018 ໜີ້ສິນຂອງລັດຖະບານລາວເພີ່ມຂຶ້ນເປັນ US$9.761 ຕື້ໂດລາ. ໃນນີ້ 14.02% ແມ່ນເພີ່ມຂຶ້ນຈາກຕົວເລກໜີ້ສິນຂອງປີກ່ອນ, ຕາມທະນາຄານແຫ່ງ ສປປ ລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/public-debt-%E2%80%98manageable%E2%80%99-lao-pm-says-97834

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8xzve
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!