ລັດຖະບານ

ງົບປະມານ

ໂຄງການທີ່ມີມູນຄ່າສູງເກີນຈິງມີຕົ້ນທຶນສູງກວ່າມາດຕະຖານເຖິງສອງເທົ່າ: ລັດຖະມົນຕີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຫຼາຍໂຄງການ ພົບວ່າມີມູນຄ່າສູງເກີນຕົວຈິງຫຼາຍ ບາງໂຄງການກໍມີຕົ້ນທຶນສູງກວ່າມາດຕະຖານສອງເທົ່າ, ລັດຖະມົນຕີກ່າວ.ລັດຖະບານສາມາດປະຢັດງົບປະມານຫຼາຍກວ່າ 3.5 ພັນຕື້ກີບ (ປະມານ US$419 ລ້ານໂດລາ) ຈາກການກວດກາໂຄງການເຫຼົ່ານີ້, ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນໃນວັນຈັນນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານບຸກບືນເກັບລາຍຮັບເພີ່ມຂຶ້ນ

ຄະນະລັດຖະບານສັ່ງໃຫ້ກະຊວງການເງິນ ແລະ ອົງກອນພາກລັດຕ່າງໆ ບຸກບືນເກັບກຳລາຍຮັບໃຫ້ໄດ້ຢ່າງໜ້ອຍ 20% ຂອງເປົ້າໝາຍລວມພາຍໃນທ້າຍເດືອນນີ້.ໃນກອງປະຊຸມສື່ມວນຊົນຫຼັງກອງປະຊຸມຂອງຄະນະລັດຖະບານໃນທ້າຍເດືອນກຸມພາຜ່ານມານີ້, ທ່ານ (ປອ) ຈະເລີນ ເຢຍປາວເຮີ ກ່າວວ່າ ຄະນະລັດຖະບານໄດ້ຕົກລົງໃຫ້ໜ່ວຍງານພາກລັດບຸກບືນໃນການເກັບກຳລາຍຮັບໃຫ້ໄດ້ 25% ຂອງຄາດໝາຍລາຍຮັບປີ 2019 ຄື 26,305 ຕື້ກີບ (US$3 ຕື້ໂດລາ) ພາຍໃນໄຕມາດທຳອິດຂອງປີນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະກອນລາວຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດ ເຖິງວ່າຈະມີຄຳສັ່ງແນະນຳຂອງນາຍົກໃນການເບີກຈ່າຍເງິນເດືອນ

ລັດຖະກອນໃນຫຼາຍແຂວງຂອງລາວຍັງຄົງບໍ່ໄດ້ຮັບເງິນເດືອນເດືອນມັງກອນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ວ່າພະນັກງານຈະຕ້ອງໄດ້ຮັບເງິນເດືອນພາຍໃນວັນທີ 25 ຂອງທຸກໆເດືອນ, ເຊິ່ງສະແດງວ່າຄຳສັ່ງຂອງລັດຖະບານບໍ່ມີຜົນໃນການແກ້ໄຂບັນຫາຍືດເຍື້ອກ່ຽວກັບການຂາດງົບປະມານຂອງແຕ່ລະພາກເພື່ອເບີກຈ່າຍໃຫ້ແກ່ພະນັກງານຕາມກຳນົດການ.ພະນັກງານພະແນກສາທາລະນະສຸກແຂວງສະຫວັນນະເຂດ — ແຂວງທີ່ໃຫຍ່ທີ່ສຸດໃນປະເທດລາວ — ຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດເວລາ, ຕາມຄຳບອກເລົ່າຂອງພະນັກງານຈາກໜ່ວຍງານດັ່ງກ່າວທີ່ບໍ່ປະສົງອອກນາມ ຍ້ອນຢ້ານກົວຕໍ່ການລົງໂທດ ແລະ ໄລ່ອອກຈາກວຽກ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ການຕັດພາສີຈະບໍ່ສົ່ງຜົນກະທົບຫຼາຍຕໍ່ການເກັບລາຍຮັບຂອງລັດຖະບານ

ລັດຖະບານຄາດວ່າຂະແໜງພາສີຈະຍັງຄົງມີບົດບາດສຳຄັນໃນການເກັບກຳລາຍຮັບຂອງລັດຖະບານ ເຖິງແມ່ນວ່າລາວຈະມີການລົບລ້າງພາສີນຳເຂົ້າສຳລັບສິນຄ້າສ່ວນໃຫຍ່ຈາກບັນດາປະເທດອາຊຽນ.ຕາມຂໍ້ມູນຈາກກະຊວງການເງິນ ລັດຖະບານຄາດວ່າຂະແໜງພາສີຈະສ້າງລາຍຮັບ 7,520 ຕື້ກີບ (US$877 ລ້ານໂດລາ) ສຳລັບປີງົບປະມານ 2019, ເຊິ່ງເພີ່ມຂຶ້ນ 4.44% ທຽບກັບເປົ້າໝາຍໃນປີ 2018.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວ:​ ຄາດຈະຫຼຸດຜ່ອນການຂາດດູນງົບປະມານສ່ວນໃຫຍ່ ພາຍໃນປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຈະຫຼຸດຜ່ອນ ຫຼື ລົບລ້າງການຂາດດູນງົບປະມານສ່ວນໃຫຍ່ພາຍໃນປີໜ້າ ຕາມຄຳເຫັນຂອງທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ.ໃນຊຸມປິຜ່ານມາ ລາວໄດ້ຜະເຊີນກັບການຂາດດູນທາງດ້ານງົບປະມານຢ່າງຕໍ່ເນື່ອງ ເຊິ່ງນຳໄປສູ່ການສະສົມໜີ້ສິນກ້ອນໃຫຍ່ ແລະ ຄວາມເຄັ່ງຕຶງທາງດ້ານງົບປະມານ.ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ນາຍົກຮຽກຮ້ອງຄົ້ນຄວ້າຫາວິທີການເພື່ອເກັບລາຍຮັບ ເພື່ອຂັບເຄື່ອນການຂະຫຍາຍຕົວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ເຈົ້າໜ້າທີ່ການນຳລັດຖະບານທີ່ຮັບຜິດຊອບທາງດ້ານເສດຖະກິດ ຄົ້ນຄວ້າຫາວິທີການເພື່ອຮັບປະກັນວ່າກະແສລາຍຮັບທັງໝົດຂອງລັດຈະຖືກນຳໃຊ້ຢ່າງເຕັມເມັດເຕັມໜ່ວຍ ແລະ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການສະກັດກັ້ນການຮົ່ວໄຫຼຂອງງົບປະມານແຫ່ງລັດຫຼ້າສຸດຂອງລາວມີຫຍັງແດ່?

ໃນຫຼາຍເດືອນຜ່ານມາ, ລັດຖະບານ ແລະ ສື່ມວນຊົນໄດ້ເຜີຍແຜ່ກ່ຽວກັບການຈັດລະບຽບງົບປະມານແຫ່ງລັດ. ສິ່ງທີ່ພົ້ນເດັນຫຼ້າສຸດໃນນີ້ແມ່ນມະຕິຕົກລົງຫຼ້າສຸດຂອງລັດຖະບານກ່ຽວກັບການເຂັ້ມງວດການກວດກາການໃຊ້ຈາຍຂອງລັດ ທີ່ເຫັນວ່າເປັນການຈັດລະບຽບດ້ານການໃຊ້ຈ່າຍຂອງລັດໃນຖັນແຖວພະນັກງານ.ຂໍ້ຕົກລົງສະບັບໃໝ່ຂອງນາຍົກລັດຖະມົນຕີ ທີ່ມີການລົງນາມໃນວັນທີ 12 ທັນວານີ້ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ປີ 2019, ໄດ້ກຳນົດຂີດຈຳກັດຂອງຈຳນວນເງິນທີ່ໜ່ວຍງານພາກລັດສາມາດນຳໃຊ້ໃນການປະຕິບັດໜ້າທີ່ຕ່າງໆ ເຊັ່ນ ກອງປະຊຸມສຳມະນາ, ກອງປະຊຸມວິຊາການ, ກອງປະຊຸມຝຶກອົບຮົມ, ແລະ ກິດຈະກຳທີ່ກ່ຽວຂ້ອງອື່ນໆ.ອ່ານຕໍ່ ...

Tae-jun Kang

ລາວປະຢັດງົບປະມານໄດ້ກວ່າ 3.5 ພັນຕື້ກີບຈາກໂຄງການທີ່ມີມູນຄ່າສູງເກີນຈິງ

ລາວສາມາດປະຢັດງົບປະມານໄດ້ກວ່າ 3.5 ພັນຕື້ກີບ (ຫຼືເກືອບ 419 ລ້ານໂດລາສະຫະລັດ) ໂດຍການສະກັດກັ້ນງົບປະມານທີ່ຈະຖືກໃຊ້ຈ່າຍໃນໂຄງການທີ່ມີມູນຄ່າສູງເກີນຕົວຈິງ, ຕາມການລາຍງານຂອງທ່ານລັດຖະມົນຕີຕໍ່ສະພາແຫ່ງຊາດ.ຈາກການກວດສອບໂຄງການການລົງທຶນຂອງລັດ ເປີດເຜີຍວ່າມີການໃຊ້ຄ່າອັດຕາເງິນເຟີ້ທີ່ບໍ່ຖືກຕາມຕົວຈິງ, ຕາມການເປີດເຜີຍຂອງທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດອາທິດແລ້ວນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຈະຫຼຸດໂກຕາລັດຖະກອນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານງົບປະມານ

ວຽງຈັນ, 20 ພະຈິກ (ຊິນຫົວ) — ລັດຖະບານລາວຈະຫຼຸດໂກຕາລັດຖະກອນປະຈຳປີຈາກ 3,000 ອັດຕາສຳລັບປີນີ້ລົງເຫຼືອ 1,500 ອັດຕາສຳລັບປີໜ້າ ເພື່ອຫຼຸດຜ່ອນພາລະທາງດ້ານງົບປະມານຂອງລັດຖະບານ, ຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕໍ່ສະພາຫ່ງຊາດໃນວັນອັງຄານນີ້.ອ່ານຕໍ່ ...

Li Xia

ລັດຖະບານພະຍາຍາມປິດກັ້ນການຮົ່ວໄຫຼ ແລະ ຊ່ອງຫວ່າງທາງການເງິນ

ຊ່ອງຫວ່າງທັງໝົດທີ່ເຮັດໃຫ້ງົບປະມານຮົ່ວໄຫຼຕ້ອງໄດ້ຮັບການປິດກັ້ນເພື່ອເພີ່ມທະວີລາຍຮັບແຫ່ງຊາດ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີກ່າວຕໍ່ເຈົ້ໜ້າທີ່ການເງິນຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vAgcg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!