ລັດຖະບານ

ການຕ້ານການສໍ້ລາດບັງຫຼວງ

ສປປ ລາວ ຖືກຍົກລະດັບຕຳແໜ່ງດັດຊະນີຄວາມສໍ້ລາດບັງຫຼວງຂື້ນໃນປີ 2021

ໃນຊຸມປີຜ່ານມາມໍ່ໆນີ້, ປະເທດລາວໄດ້ຖືກຈັດອັນດັບຄວາມສໍ້ລາດບັງຫຼວງເພີ່ມລະດັບຂຶ້ນຈາກ 135 ໃນປີ 2017 ເປັນ 132 ໃນປີ 2018, 130 ໃນປີ 2019 ແລະ ຫຼຸດລົງມາເປັນ 134 ໃນປີ 2020. ເພື່ອສົ່ງເສີມຄວາມໂປ່ງໃສໃນລາວ, ລັດຖະບານໄດ້ສຸມໃສ່ການພັດທະນາຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງລະຫວ່າງພະນັກງານ, ນັກສຶກສາ. ລັດຖະບານ​ພວມ​ສືບ​ຕໍ່​ສ້າງ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ປັບປຸງ​ນິຕິ​ກຳ​ຕ່າງໆ​ເຊັ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.ອ່ານເພິ່ມເຕີມ  ...

Phayboune Thanabouasy
http://ໄພບູນ ທະນະບົວສີ

ລັດຖະບານເນັ້ນເຖິງຄວາມພະຍາຍາມໃນການຕ້ານການຮັບສິນບົນ ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສຸມໃສ່ການສົ່ງເສີມຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໃນຖັນແຖວລັດຖະກອນ ແລະ ນັກຮຽນນັກສຶກສາ ເພື່ອເພີ່ມທະວີຄວາມໂປ່ງໃສໃນປະເທດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນທອງ ຈິດມະນີ ປະທານອົງການກວດສອບແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຮອງນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນ ເນື່ອງໃນພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ທີ່ນະຄອນຫຼວງວຽງຈັນ ວານນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງ ອອກລະບຽບການສຳລັບຄຸ້ມຄອງວຽກງານການເງິນບ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການເງິນ ໄດ້ກຳນົດລະບຽບການວ່າ ອຳນາດການປົກຄອງບ້ານ ບໍ່ມີສິດອອກແຜນງົບປະມານບ້ານຢ່າງເສລີ ເນື່ອງຈາກບ້ານເປັນສ່ວນໜຶ່ງໃນສາຍການປົກຄອງຂອງລັດ ຈຶ່ງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍງົບປະມານ.ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບວຽກງານການເງິນບ້ານ ໃນວັນທີ 11 ພະຈິກນີ້, ໂດຍກຳນົດວ່າ ອຳນາດການປົກຄອງບ້ານ ຕ້ອງຍື່ນສະເໜີແຜນລາຍຮັບ ແລະ ລາຍຈ່າຍຂອງບ້ານ ເພື່ອໃຫ້ຫ້ອງການປົກຄອງເມືອງພິຈາລະນາ ແລະ ຮັບຮອງເອົາ.ການແຊກແຊງດ້ານນະໂຍບາຍດັ່ງກ່າວ ແມ່ນເນື່ອງຈາກຄຳຖາມຂອງປະຊາຊົນ ກ່ຽວກັບສິດຂອງອຳນາດການປົກຄອງບ້ານ ໃນການເກັບຄ່າທຳນຽມຈາກປະຊາຊົນ ແລະ ການໃຊ້ຈ່າຍເງິນດັ່ງກ່າວ. ນອກຈາກນີ້ ຫຼາຍບ້ານກໍ່ມີການເກັບຄ່າທຳນຽມໃນອັດຕາທີ່ແຕກຕ່າງກັນ ເຮັດໃຫ້ຫຼາຍຄົນມີຄຳຖາມວ່າແມ່ນມາຈາກຄຳສັ່ງຂອງຂັ້ນເທິງ ແທ້ຫຼືບໍ່.ອ່ານຕໍ່ ...

ເອກະພອນ ພູທອນສີ

ທິດຊີ້ນຳໃໝ່ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງດຳເນີນການປະມູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລະບຽບການສະບັບໃໝ່ ຮຽກຮ້ອງໃຫ້ໂຄງການລົງທຶນຂອງລັດຕ້ອງຈັດສັນຜ່ານການປະມູນໂຄງການ ໃນການຈັດຈ້າງບໍລິສັດທີ່ປຶກສາເພື່ອດຳເນີນການສຶກສາຄວາມເປັນໄປໄດ້, ການສຳຫຼວດ ແລະ ອອກແບບໂຄງການ, ເພື່ອຮັບປະກັນການນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິພາບ .ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ອອກຄຳສັ່ງແນະນຳສະບັບໃໝ່ກ່ຽວກັບການພິຈາລະນາ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ເຊິ່ງປະກາດໃຊ້ໃນວັນທີ່ 15​ ທັນວາ 2015.ອ່ານຕໍ່ ...

ສຸກສາຄອນ ແວ່ນແກ້ວ
http://annx.asianews.network/content/new-guidance-requires-state-investment-projects-undergo-bidding-105663

ການອອກໃບຕາດິນຊ້ຳຊ້ອນຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ: ອຳນາດການປົກຄອງນະຄອນວຽງຈັນ

ອຳນາດການປົກຄອງນະຄອນວຽງຈັນໄດ້ແຈ້ງເຕືອນຕໍ່ເຈົ້າໜ້າທີ່ ກ່ຽວກັບການອອກໃບຕາດິນຊ້ຳຊ້ອນໂດຍເຈດຕະນາ ຈະຕ້ອງຈະຕ້ອງຜະເຊີນກັບການລົງໂທດທີ່ຮ້າຍແຮງ, ພາຍໃຕ້ຂໍ້ຂັດແຍ່ງດ້ານທີ່ດິນທີ່ຍັງຄົງມີຢູ່.ຜູ້ລະເມີດຈະຖືກດຳເນີນຄະດີໃນຂໍ້ຫາປອມແປງເອກະສານພາຍໃຕ້ກົດໝາຍອາຍາ ມາດຕາ 364, ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນກ່າວໃນທີ່ປະຊຸມສານປະຊາຊົນນະຄອນຫຼວງຫວ່າງໝໍ່ໆມານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດຖະບານເຕືອນເຈົ້າໜ້າທີ່ ຫ້າມໃຊ້ອຳນາດເພື່ອຜົນປະໂຫຍດສ່ວນຕົວ

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານໄດ້ແຈ້ງເຕືອນ ຫ້າມບໍ່ໃຫ້ພະນັກງານລັດຖະກອນນຳໃຊ້ອຳນາດໜ້າທີ່ຕຳແໜ່ງຂອງຕົນເພື່ອຜົນປະໂຫຍດສ່ວນຕົວ ຫຼື ຂອງພີ່ນ້ອງ ແລະ ຜູ້ໃກ້ຊິດ, ບໍ່ດັ່ງນັ້ນຈະຖືກລົງໂທດຕາມລະບຽບການ.ຫວ່າງໝໍ່ໆມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງນາມຮັບຮອງເອົາດຳລັດຂອງລັດຖະບານວ່າດ້ວຍຈັນຍາບັນຂອງລັດຖະກອນ ເຊິ່ງລະບຸລາຍລະອຽດແນວທາງດ້ານຈັນຍາບັນສຳລັບລັດຖະກອນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/don%E2%80%99t-abuse-power-personal-gain-lao-govt-warns-100574

ລັດຖະມົນຕີຕ້ອງສົ່ງຄືນລົດໃຫຍ່ສ່ວນເກີນໃຫ້ແກ່ລັດຖະບານ: ຮອງນາຍົກກ່າວ

ລັດຖະມົນຕີ ແລະ ຮອງລັດຖະມົນຕີທີ່ມີລົດປະຈຳຕຳແໜ່ງຫຼາຍກວ່າທີ່ໄດ້ກຳນົດໄວ້ໃນດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 15​ ປີ 2017 ຈະຕ້ອງສົ່ງຄືນລົດຈຳນວນທີ່ເກີນໃຫ້ແກ່ລັດຖະບານ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ລັດຖະບານໄດ້ຕັດສິນໃຈຈັດຕັ້ງຄະນະກຳມະການເພື່ອເກັບກຳຂໍ້ມູນລາຍລະອຽດ ກ່ຽວກັບຈຳນວນລົດປະຈຳຕຳແໜ່ງທີ່ຢູ່ພາຍໃຕ້ການຄອບຄອງຂອງເຈົ້າໜ້າທີ່ການນຳລະດັບສາມ ແລະ ລະດັບສີ່.ອ່ານຕໍ່ ...

ສົມສັກ ພົງຂາວ

ເຈົ້າໜ້າທີ່ 1,285 ຄົນມີສ່ວນກ່ຽວຂ້ອງກັບການສໍ້ຫຼາດບັງຫຼວງ ເຊິ່ງສູນງົບປະມານ 999 ຕື້ກີບ

ເຈົ້າໜ້າທີ່ 1,285 ຄົນພົບວ່າມີສ່ວນກ່ຽວຂ້ອງກັບການສໍ້ຫຼາດບັງຫຼວງ ເຮັດໃຫ້ສູນເສຍງົບປະມານຂອງລັດຖະບານ 999 ຕື້ກີບ, ຕາມຜົນການກວດສອບລັດຖະບານປີ 2018.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ສະພາແຫ່ງຊາດໃນວັນສຸກແລ້ວນີ້ ພາຍຫຼັງຄະນະກຳມະກາດກວດສອບແຫ່ງລັດໄດ້ມີການສືບສວນສອບສວນກວ່າ 1,000 ຄະດີ ແລະ ທຳການເປີດໂປງກິດຈະກຳການສໍ້ລາດບັງຫຼວງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວປະຕິບັດວິໄນເຈົ້າໜ້າທີ່ທີ່ສໍ້ລາດບັງຫຼວງຫຼາຍຮ້ອຍ ແລະ ສັ່ງຈຳຄຸກຈຳນວນໜຶ່ງໃນຊຸມເດືອນຜ່ານມາ

ລັດຖະບານລາວໄດ້ປະຕິບັດວິໄນເຈົ້າໜ້າທີ່ 200 ກວ່າຄົນ ທີ່ມີສ່ວນພົວພັນກ່ຽວຂ້ອງກັບການກິນສິນບົນ ຫຼື ສໍ້ໂກງໃນຊຸມເດືອນຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປາບປາມການສໍ້ລາດບັງຫຼວງທີ່ແຜ່ຫຼາຍໃນລາວ, ແຕ່ວ່າກໍມີພຽງຈຳນວນໜ້ອຍເທົ່ານັ້ນ ທີ່ໄດ້ຮັບການລົງໂທດທາງອາຍາຍ້ອນການກະທຳດັ່ງກ່າວ.ໃນຕົ້ນອາທິດນີ້ ອຳນາດການປົກຄອງແຂວງຊຽງຂວາງ ໄດ້ສຶກສາອົບຮົມເຈົ້າໜ້າທີ່ລັດຈຳນວນ 16 ຄົນ, ສັ່ງປົດ 2 ຄົນ, ແລະ ຕັກເຕືອນອີກ 9 ຄົນ ຫຼັງຈາກທີ່ກວດພົບວ່າເຂົາເຈົ້າໄດ້ສໍ້ໂກງງົບປະມານ ຫຼາຍລ້ານໂດລາ, ຕາມການລາຍງານຂອງສື່ມວນຊົນລັດ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຫຼາຍພັນໂຄງການມີການຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຈົ້າໜ້າທີ່ກວດສອບກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊຸມປີຜ່ານມາ ມີໂຄງການລົງທຶນຂອງລັດເຖິງ 1,225 ໂຄງການທີ່ມີການຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຕາມການລາຍງານຂອງຄະນະກຳມະການກວດສອບແຫ່ງລັດ (GIA) ໃນອາທິດນີ້.ໃນປີ 2017, ອົງການກວດສອບແຫ່ງລັດ (SAO) ໄດ້ສະເໜີໃຫ້ຄະນະ GIA ລົງກວດສອບໂຄງການຕ່າງໆຫຼັງຈາກກວດພົບສິ່ງຜິດປົກກະຕິ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5TmrT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!