ລັດຖະບານ

ການຕ້ານການສໍ້ລາດບັງຫຼວງ

ການກວດສອບໃນລາວ ເຜີຍປີ 2018 ມີຄະດີການສໍ້ລາດບັງຫຼວງ 1,002 ຄະດີ

ກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວໄດ້ແຈ້ງຕໍ່ຄະນະກວດສອບແຫ່ງລັດໃນກອງປະຊຸມປະຈຳປີວ່າ ໜ່ວຍສືບສວນສອບສວນໄດ້ກວດພົບວ່າມີເຈົ້າໜ້າທີ່ຫຼາຍຮ້ອຍຄົນກ່ຽວຂ້ອງກັບການສໍ້ລາດບັງຫຼວງໃນປີ 2018.ໃນຄະດີສໍ້ລາດບັງຫຼວງຈຳນວນ 1,002 ຄະດີ, ເຈົ້າໜ້າທີ່ປະມານ 850 ຄົນໄດ້ຖືກປະຕິບັດວິໄນ ແລະ 55 ຄົນຖືກດຳເນີນຄະດີອາຍາ, ຕາມສຳເນົາບົດລາຍງານຈາກໜ່ວຍຂ່າວ RFA ລາວ. ສ່ວນທີ່ເຫຼືອແມ່ນຍັງຢູ່ໃນຂັ້ນຕອນການສືບສວນສອບສວນ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ໂຄງການທີ່ມີມູນຄ່າສູງເກີນຈິງມີຕົ້ນທຶນສູງກວ່າມາດຕະຖານເຖິງສອງເທົ່າ: ລັດຖະມົນຕີ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຫຼາຍໂຄງການ ພົບວ່າມີມູນຄ່າສູງເກີນຕົວຈິງຫຼາຍ ບາງໂຄງການກໍມີຕົ້ນທຶນສູງກວ່າມາດຕະຖານສອງເທົ່າ, ລັດຖະມົນຕີກ່າວ.ລັດຖະບານສາມາດປະຢັດງົບປະມານຫຼາຍກວ່າ 3.5 ພັນຕື້ກີບ (ປະມານ US$419 ລ້ານໂດລາ) ຈາກການກວດກາໂຄງການເຫຼົ່ານີ້, ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນໃນວັນຈັນນີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ແຂວງສະຫວັນນະເຂດປະຕິບັດວິໄນພະນັກງານ 40 ຄົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກວດສອບພັດລັກແຂວງສະຫວັນນະເຂດໄດ້ສັ່ງລົງໂທດພະນັກງານ 40 ຄົນ ຕາມການລາຍງານໃນກອງປະຊຸມກວດສອບຂອງແຂວງໃນອາທິດແລ້ວນີ້.ເຈົ້າໜ້າທີ່ຂັ້ນແຂວງເຊິ່ງບໍ່ປະສົງອອກນາມ ໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ຜ່ານທາງໂທລະສັບ ກ່ຽວກັບການປະຕິບັດວິໄນພະນັກງານດັ່ງກ່າວສຳລັບປີ 2018.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ການລົບລ້າງລະບົບເກື້ອກຸນໃນການຄັດເລືອກລັດຖະກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງຫມໍ່ໆມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ຕັກເຕືອນໃຫ້ບັນກາກະຊວງ ແລະ ອຳນາດການປົກຄອງແຂວງ ແລະ ເມືອງ ຈົ່ງຢຸດເຊົາໃນການນຳໃຊ້ລະບົບເກື້ອກູນໃນການຄັດເລືອກລັດຖະກອນ.ການຕັກເຕືອນດັ່ງກ່າວແມ່ນມາຈາກທີ່ລັດຖະບານໄດ້ຮູ້ມາວ່າມີກໍລະນີການຮັບຍາດພີ່ນ້ອງ ຫຼື ເສັ້ນສາຍຫົວໜ້າ ເຂົ້າເຮັດວຽກໃນກົມກອງຂອງລັດ ໂດຍບໍ່ຄຳນຶງເຖິງລະດັບຄຸນວຸດທິການສຶກສາ ເຮັດໃຫ້ສົ່ງຜົນເສຍຕໍ່ການເຮັດວຽກພາຍໃນລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການຄັດເລືອກລັດຖະກອນຕ້ອງໃຫ້ມີຄວາມ 'ຍຸດຕິທຳ, ຊອບທຳ, ມີຄຸນວຸດທິ ແລະ ເປີດເຜີຍ': ນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ບັນດາກະຊວງ ແລະ ອົງການຈັດຕັ້ງພາກລັດ ໃຫ້ຮັບປະກັນເລື່ອງການຄັດເລືອກລັດຖະກອນໃໝ່ໃນປີນີ້ ໃຫ້ດຳເນີນໄປໃນຮູບແບບທີ່ ‘ຍຸດຕິທຳ, ຊອບທຳ,  ເປີດເຜີຍ ແລະ ມີຄວາມສາມາດ’.ຫວ່າງໝໍ່ໆມານີ້ ທ່ານນາຍົກໄດ້ອອກຄຳສັ່ງແນະນຳເລກທີ 05 ກ່ຽວກັບການຈັດສັນຈຳນວນ (ໂກຕາ) ລັດຖະກອນໃໝ່ສຳລັບແຕ່ລະກົມກອງ ແລະ ໃຫ້ທິດຊີ້ນຳກ່ຽວກັບຂັ້ນຕອນການຄັດເລືອກ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອົງການກວດສອບຂອງລາວກ່າວວ່າທຸກຄົນຄວນມີສ່ວນຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກວດສອບແຫ່ງລັດ (GIA) ກ່າວວ່າໜ່ວຍງານບັງຄັບໃຊ້ກົດໝາຍ ຄວນສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມມີສ່ວນຮ່ວມໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ.ທ່ານ ປອ ບຸນທອງ ຈິດມະນີ ປະທານ GIA ໄດ້ອອກຄຳສັ່ງແນະນຳກ່ຽວກັບບັນຫາດັ່ງກ່າວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັັດກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບດັດແກ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວຍັງຕ້ອງປັບປຸງກ່ຽວກັບດັດຊະນີສໍ້ລາດບັງຫຼວງໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ 29 ຄະແນນ ແລະ ຍັງຄົງຢູ່ລະດັບເດີມທີ່ໄດ້ໃນປີ 2017 ກ່ຽວກັບດັດຊະນີຄວາມໂປ່ງໃສດ້ານການສໍ້ລາດບັງຫຼວງສາກົນ 2018 ທີ່ມີການເປີດເຜີຍໃນວັນອັງຄານຜ່ານມານີ້.ຄະແນນດັດຊະນີດັ່ງກ່າວແມ່ນຈັດລຽງຈາກ 0 ຫາ 100, ເຊິ່ງ 0 ໝາຍເຖິງມີການສໍ້ລາດບັງຫຼວງຫຼາຍທີ່ສຸດ ແລະ 100 ໝາຍເຖິງມີຄວາມໂປ່ງໃສຫຼາຍສຸດ.ປະເທດລາວທີ່ໄດ້ 29 ຄະແນນນີ້ແມ່ນຕ່ຳກວ່າບັນດາປະເທດສະມາຊິກອາຊຽນສ່ວນໃຫຍ່. ລຽງລຳດັບສູງສຸດຫາຕ່ຳສຸດ, ປະເທດສິງກະໂປເປັນປະເທດທີ່ມີຄວາມໂປ່ງໃສທີ່ສຸດດ້ວຍຄະແນນ 85. ປະເທດບຣູໄນມີຄະແນນ 63, ມາເລເຊຍ 47, ອິນໂດເນເຊຍ 38, ແລະ ຟິລິປິນ 36. ສ່ວນປະເທດໄທກໍໄດ້ຄະແນນ 36 ເຊັ່ນດຽວກັນ ຂະນະທີ່ຫວຽດນາມໄດ້ 33 ຄະແນນ ແລະ ມຽນມາມີຄະແນນສ່ຳດຽວກັບລາວ. ກຳປູເຈຍແມ່ນໄດ້ 20 ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ຕຳຫຼວດທີ່ໃຊ້ຕຳແໜ່ງໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວຕ້ອງຖືກປະຕິບັດວິໄນ

 ວຽງຈັນ (ວຽງຈັນທາມສ໌/ANN) – ຄະດີກ່ຽວກັບນັກທຸລະກິດຄົນດັງຂອງລາວທີ່ຖືກປັບໄໝກ່ຽວກັບການລະເມີດກົດຈໍລະຈອນກຳລັງເປັນຫົວຂໍ້ດັງໃນການສົນທະນາຜ່ານສື່ສັງຄົມອອນໄລ ຫຼັງຈາກທີ່ມີການສະເໜີກລະນີດັ່ງກ່າວເພື່ອຂໍຄຳເຫັນມະຫາຊົນ.ນັກທຸລະກິດຊາຍດັ່ງກ່າວໄດ້ຖືກສັ່ງໃຫ້ຢຸດລົດ ເພື່ອກວດສອບເອກະສານໂດຍເຈົ້າໜ້າທີ່ຕຳຫຼວດ ໃນຂະນະທີ່ຂັບລົດຈິບໄປຕາມເສັ້ນທາງເລກທີ 13 ໃຕ້ ທີ່ແຂວງຄຳມ່ວນ.ອ່ານຕໍ່  ...

ໂຕະຂ່າວ

ແຂວງສະຫວັນນະເຂດປະຕິບັດວິໄນຕໍ່ລັດຖະກອນຫຼາຍສິບຄົນທີ່ກະທຳຜິດຕໍ່ລະບຽບການ

ແຂວງສະຫວັນນະເຂດປະຕິບັດວິໄນຕໍ່ລັດຖະກອນ ກວ່າ 30 ຄົນ ທັງກຳລັງດຳເນີນການສືບສວນສອບສວນພະນັກງານຈຳນວນໜຶ່ງທີ່ກະທຳຜິດຕໍ່ລະບຽບການໃນຫຼາຍຮູບແບບ ແລະ ທຳການສໍ້ລາດບັງຫຼວງ, ​ຕາມການລາຍງານຂອງສື່ທ້ອງຖິ່ນ.ໃນນັ້ນ ມີພະນັກງານ 5 ຄົນທີ່ກ່ຽວຂ້ອງກັບການປອມໃບອະນຸຍາດການເຮັດວຽກຈຳນວນ 247 ໃບໃຫ້ແກ່ຊາວຕ່າງປະເທດ ເຮັດໃຫ້ປະເທດສູນເສຍຜົນປະໂຫຍດກວ່າ 250 ລ້ານກີບອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ລັດແນໃສ່ສົ່ງເສີມຄວາມຮູ້ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງສາກົນ

ລັດຖະບານແນໃສ່ການສົ່ງເສີມຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງໃນຖັນແຖວພະນັກງານ ແລະ ນັກຮຽນນັັກສຶກສາ ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 15 ປີ (9 ທັນວາ).ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

VWb6G
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!