ລາວປະຕິບັດວິໄນເຈົ້າໜ້າທີ່ທີ່ສໍ້ລາດບັງຫຼວງຫຼາຍຮ້ອຍ ແລະ ສັ່ງຈຳຄຸກຈຳນວນໜຶ່ງໃນຊຸມເດືອນຜ່ານມາ

ລັດຖະບານລາວໄດ້ປະຕິບັດວິໄນເຈົ້າໜ້າທີ່ 200 ກວ່າຄົນ ທີ່ມີສ່ວນພົວພັນກ່ຽວຂ້ອງກັບການກິນສິນບົນ ຫຼື ສໍ້ໂກງໃນຊຸມເດືອນຜ່ານມາ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປາບປາມການສໍ້ລາດບັງຫຼວງທີ່ແຜ່ຫຼາຍໃນລາວ, ແຕ່ວ່າກໍມີພຽງຈຳນວນໜ້ອຍເທົ່ານັ້ນ ທີ່ໄດ້ຮັບການລົງໂທດທາງອາຍາຍ້ອນການກະທຳດັ່ງກ່າວ.

ໃນຕົ້ນອາທິດນີ້ ອຳນາດການປົກຄອງແຂວງຊຽງຂວາງ ໄດ້ສຶກສາອົບຮົມເຈົ້າໜ້າທີ່ລັດຈຳນວນ 16 ຄົນ, ສັ່ງປົດ 2 ຄົນ, ແລະ ຕັກເຕືອນອີກ 9 ຄົນ ຫຼັງຈາກທີ່ກວດພົບວ່າເຂົາເຈົ້າໄດ້ສໍ້ໂກງງົບປະມານ ຫຼາຍລ້ານໂດລາ, ຕາມການລາຍງານຂອງສື່ມວນຊົນລັດ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ