ກະຊວງ ອອກລະບຽບການສຳລັບຄຸ້ມຄອງວຽກງານການເງິນບ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງການເງິນ ໄດ້ກຳນົດລະບຽບການວ່າ ອຳນາດການປົກຄອງບ້ານ ບໍ່ມີສິດອອກແຜນງົບປະມານບ້ານຢ່າງເສລີ ເນື່ອງຈາກບ້ານເປັນສ່ວນໜຶ່ງໃນສາຍການປົກຄອງຂອງລັດ ຈຶ່ງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍງົບປະມານ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ກ່ຽວກັບວຽກງານການເງິນບ້ານ ໃນວັນທີ 11 ພະຈິກນີ້, ໂດຍກຳນົດວ່າ ອຳນາດການປົກຄອງບ້ານ ຕ້ອງຍື່ນສະເໜີແຜນລາຍຮັບ ແລະ ລາຍຈ່າຍຂອງບ້ານ ເພື່ອໃຫ້ຫ້ອງການປົກຄອງເມືອງພິຈາລະນາ ແລະ ຮັບຮອງເອົາ.

ການແຊກແຊງດ້ານນະໂຍບາຍດັ່ງກ່າວ ແມ່ນເນື່ອງຈາກຄຳຖາມຂອງປະຊາຊົນ ກ່ຽວກັບສິດຂອງອຳນາດການປົກຄອງບ້ານ ໃນການເກັບຄ່າທຳນຽມຈາກປະຊາຊົນ ແລະ ການໃຊ້ຈ່າຍເງິນດັ່ງກ່າວ. ນອກຈາກນີ້ ຫຼາຍບ້ານກໍ່ມີການເກັບຄ່າທຳນຽມໃນອັດຕາທີ່ແຕກຕ່າງກັນ ເຮັດໃຫ້ຫຼາຍຄົນມີຄຳຖາມວ່າແມ່ນມາຈາກຄຳສັ່ງຂອງຂັ້ນເທິງ ແທ້ຫຼືບໍ່.

ອ່ານຕໍ່…

ເອກະພອນ ພູທອນສີ