ລັດຖະກອນລາວຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດ ເຖິງວ່າຈະມີຄຳສັ່ງແນະນຳຂອງນາຍົກໃນການເບີກຈ່າຍເງິນເດືອນ

ລັດຖະກອນໃນຫຼາຍແຂວງຂອງລາວຍັງຄົງບໍ່ໄດ້ຮັບເງິນເດືອນເດືອນມັງກອນ ເຊິ່ງເປັນການລະເມີດຄຳສັ່ງຂອງລັດຖະບານທີ່ວ່າພະນັກງານຈະຕ້ອງໄດ້ຮັບເງິນເດືອນພາຍໃນວັນທີ 25 ຂອງທຸກໆເດືອນ, ເຊິ່ງສະແດງວ່າຄຳສັ່ງຂອງລັດຖະບານບໍ່ມີຜົນໃນການແກ້ໄຂບັນຫາຍືດເຍື້ອກ່ຽວກັບການຂາດງົບປະມານຂອງແຕ່ລະພາກເພື່ອເບີກຈ່າຍໃຫ້ແກ່ພະນັກງານຕາມກຳນົດການ.

ພະນັກງານພະແນກສາທາລະນະສຸກແຂວງສະຫວັນນະເຂດ — ແຂວງທີ່ໃຫຍ່ທີ່ສຸດໃນປະເທດລາວ — ຍັງຄົງບໍ່ໄດ້ຮັບເງິນເດືອນຕາມກຳນົດເວລາ, ຕາມຄຳບອກເລົ່າຂອງພະນັກງານຈາກໜ່ວຍງານດັ່ງກ່າວທີ່ບໍ່ປະສົງອອກນາມ ຍ້ອນຢ້ານກົວຕໍ່ການລົງໂທດ ແລະ ໄລ່ອອກຈາກວຽກ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ