ລັດຖະບານປະສົບຄວາມຫຍຸ້ງຍາກໃນການແກ້ໄຂບັນຫາການຂາດດູນດ້ານງົບປະມານ

ລັດຖະບານຄາດຄະເນວ່າ ການຂາດດູນງົບປະມານແຫ່ງຊາດໃນຊ່ວງຫົກເດືອນຕົ້ນປີນີ້ ອາດເພີ່ມຂຶ້ນສູງເຖິງ 1.16 ພັນຕື້ກີບ, ເພີ່ມທະວີຄວາມເຄັ່ງຕຶງດ້ານງົບປະມານ ເນື່ອງຈາກສະພາບຂາດແຄນທາງດ້ານລາຍຮັບຢ່າງຕໍ່ເນື່ອງ.

ຖ້າລວມທັງຈຳນວນເງິນຕົ້ນທີ່ຕ້ອງຈ່າຍຄືນໃຫ້ເຈົ້າໜີ້ທັງພາຍໃນແລະ ຕ່າງປະເທດ, ປະເທດລາວອາດຕ້ອງໃຊ້ງົບທັງໝົດ 5.87 ພັນຕື້ກີບ ເພື່ອຮອງຮັບຄວາມຕ້ອງການໃນການໃຊ້ຈ່າຍໃນປະຈຸບັນ.

ໃນກອງປະຊຸມສະໄໝສາມມັນຂອງສະພາແຫ່ງຊາດຄັ້ງຫຼ້າສຸດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແຈ້ງແຜນການຂອງລັດຖະບານ ໃນການແກ້ໄຂບັນຫາການຂາດດູນດັ່ງກ່າວ ໂດຍການລະດົມແຫຼ່ງທຶນເພີ່ມເຕີມຈາກທັງພາຍໃນ ແລະ ຕ່າງປະເທດ. 

ອ່ານຕໍ່…

ສົມສັກ ພົງຂາວ