ໜີ້ສິນຂອງລັດ ‘ສາມາດຈັດການໄດ້’, ທ່ານນາຍົກກ່າວ

ວຽງຈັນ (ວຽງຈັນທາມສ໌/ANN) – ໜີ້ສິນຂອງລັດ ‘ສາມາດຈັດການໄດ້’ ເນື່ອງຈາກວ່າລັດຖະບານມີມາດຕະການຮອງຮັບໃນການຈັດການຢ່າງມີປະສິດທິຜົນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວໃນການສຳພາດຕໍ່ສຳນັກຂ່າວ Nikkei Asian Review ອາທິດແລ້ວນີ້.

ທ່ານນາຍົກ ເຊິ່ງກຳລັງຢ້ຽມຢາມປະເທດຍີ່ປຸ່ນເພື່ອຮ່ວມກອງປະຊຸມ Future of Asia ກ່າວວ່າ ໃນປະຈຸບັນປະເທດລາວແມ່ນເປັນໜີ້ຫຼາຍປະເທດ ແລະ ອົງການ ເຊັ່ນ ຈີນ, ຍີ່ປຸ່ນ, ຫວຽດນາມ, ແລະ ທະນາຄານໂລກ.

ມາຮອດທ້າຍປີ 2018 ໜີ້ສິນຂອງລັດຖະບານລາວເພີ່ມຂຶ້ນເປັນ US$9.761 ຕື້ໂດລາ. ໃນນີ້ 14.02% ແມ່ນເພີ່ມຂຶ້ນຈາກຕົວເລກໜີ້ສິນຂອງປີກ່ອນ, ຕາມທະນາຄານແຫ່ງ ສປປ ລາວ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/public-debt-%E2%80%98manageable%E2%80%99-lao-pm-says-97834