Law and judiciary

ຂະບວນການສ້າງກົດໝາຍ

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ສະພາແຫ່ງຊາດອະນຸມັດກົດໝາຍວ່າດ້ວຍຄ່າທຳນຽມສານສະບັບດັດແກ້

ສະພາແຫ່ງຊາດໄດ້ອະນຸມັດກົດໝາຍວ່າດ້ວຍຄ່າທຳນຽມສານ ສະບັບດັດແກ້ ວານນີ້ ເພື່ອສະທ້ອນສະພາບຄວາມເປັນຈິງຂອງລາວ ທັງຮັບປະກັນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການເກັບຄ່າທຳນຽມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.ກົດໝາຍສະບັບດັດແກ້ດັ່ງກ່າວໄດ້ກຳນົດຫຼັກການ ແລະ ມາດຕະການກ່ຽວກັບການເກັບກຳ ແລະ ການຈ່າຍຄ່າທຳນຽມສານ ເພື່ອຮັບປະກັນການເກັບຄ່າທຳນຽມສານຢ່າງສະໝ່ຳສະເໝີໃນທົ່ວປະເທດ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ອຳນາດການປົກຄອງທີ່ກ່ຽວຂ້ອງໃນການປະຕິບັດພາລະບົດບາດໃນການຮັບປະກັນຄວາມເປັນທຳ ແລະ ເພື່ອປະກອບສ່ວນໃນງົບປະມານພາກລັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ກົດໝາຍສະບັບດັດແກ້ແນໃສ່ສົ່ງເສີມລາຍຮັບແຫ່ງຊາດ

ລັດຖະບານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປັບປຸງລະບົບການເກັບອາກອນໃຫ້ທັນສະໄໝ ແລະ ເພີ່ມທະວີຄວາມໂປ່ງໃສໃນຂະແໜງການເງິນ ເພື່ອສົ່ງເສີມລາຍຮັບແຫ່ງຊາດ, ເຈົ້າໜ້າທີ່ການນຳກ່າວ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາກອນໃນມື້ວານນີ້ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ກຳລັງດຳເນີນ ກ່ອນການຫາລືຂອງສະມາຊິກສະພາ.ທ່ານ ສົມດີ ໄດ້ກ່າວເນັ້ນວ່າກົດໝາຍສະບັບປະຈຸບັນໄດ້ມີການດັດແກ້ມາແລ້ວຫ້າຄັ້ງ ເຊິ່ງຫຼ້າສຸດແມ່ນຕັ້ງແຕ່ປີ 2015.ອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະລັດຖະບານຫາລືຮ່າງກົດໝາຍສີ່ສະບັບ

ວານນີ້ ຄະນະລັດຖະບານໄດ້ຫາລືຮ່າງກົດໝາຍໃໝ່ສອງສະບັບ ແລະ ຮ່າງກົດໝາຍດັດແກ້ສອງສະບັບ ໃນກອງປະຊຸມພິເສດສຳລັບເດືອນກຸມພາ.ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ກອງປະຊຸມໄລຍະໜຶ່ງວັນດັ່ງກ່າວໄດ້ມີການຮັບຟັງ ແລະ ຫາລືການດັດແກ້ກົດໝາຍວ່າດ້ວຍອະຊີວະສຶກສາ ແລະ ກົດໝາຍວ່າດ້ວຍປ່າໄມ້.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ສະພາແຫ່ງຊາດເລື່ອນການອະນຸມັດຮ່າງກົດໝາຍທີ່ດິນສະບັບດັດແກ້

ສະພາແຫ່ງຊາດຍັງບໍ່ຜ່ານການອະນຸມັດກົດໝາຍວ່າດ້ວຍທີ່ດິນສະບັບດັດແກ້, ເນື່ອງຈາກເຫັນວ່າຍັງມີຄວາມຈຳເປັນທີ່ຕ້ອງປັບປຸງເພີ່ມເຕີມເພື່ອກແ້ໄຂຂໍ້ຄົງຄ້າງ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລັດເປີດເຜີຍຕໍ່ໜ້າສພະາແຫ່ງຊາດ, ກົດໝາຍວ່າດ້ວຍການລົງລາຍເຊັນທາງອີເລັກໂທຣນິກຈະຊ່ວຍສົ່ງເສີມການຄ້າຂາຍອອນລາຍ E-commerce

ລັດຖະບານກ່າວຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ລາວຈຳເປັນຕ້ອງມີກົດໝາຍກ່ຽວກັບການລົງນາມອີເລັກໂທຣນິກ ຮອງຮັບເພື່ອສົ່ງເສີມການຄ້າ E-commerce ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ລະບົບ E-governance.ໃນການນຳສະເໜີຮ່າງກົດໝາຍວ່າດ້ວຍການລົງນາມອີເລັກໂທຣນິກ ເພື່ອການຫາລືໃນທີ່ປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 6 ວານນີ້, ທ່ານ ທັນສະໄໝ ກົມມະສິດລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ຄຳເຫັນວ່າກົດໝາຍສະບັບນີ້ແມ່ນມີຄວາມຈຳເປັນ.ອ່ານຕໍ່    ...

ສຸກສາຄອນ ແຫວນແກ້ວ

ສະພາແຫ່ງຊາດຫາລືກົດໝາຍວ່າດ້ວຍປະກັນສັງຄົມ

ການດັດແກ້ກົດໝາຍປະກັນສັງຄົມສົ່ງຜົນໃຫ້ມີການປ່ຽນແປງຫຼາຍຢ່າງຕໍ່ນະໂຍບາຍດ່ງກ່າວ ເຊິ່ງລັດຖະບານຫວັງວ່າຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາລະບົບປະກັນສັງຄົມແຫ່ງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ສະພາຫາລື, ຂະແໜງການບິນແຫ່ງຊາດຕ້ອງເພີ່ມຄວາມໂປ່ງໃສ

ສະມາຊິກສະພາແຫ່ງຊາດໄດ້ສະເໜີສະພາບການໃນຂົງເຂດວຽກງານທຸລະກິດການບິນແຫ່ງຊາດ ໃຫ້ເປີດກວ້າງຕໍ່ສະພາຜ່ານການປະຕິບັດກົດໝາຍວ່າດ້ວຍການບິນພົນລະເຮືອນ. ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພດ້ານການບິນພົນລະເຮືອນ ແລະ ການຄຸ້ມຄອງຫຸ່ນຍົນບິນແມ່ນບັນຫາຫຼັກໃນການຫາລືດ້ານນິຕິບັນຍັດ ກ່ຽວກັບກົດໝາຍວ່າດ້ວຍການບິນພົນລະເຮືອນ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ສະພາແຫ່ງຊາດອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ

(ຂປລ) ໃນວັນທີ 22 ມິຖຸນາທີ່ຜ່ານມາ ສະມາຊິກສະພາແຫ່ງຊາດໄດ້ອະນຸມັດການດັດແກ້ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ ເພື່ອສົ່ງເສີມການສ້າງເງື່ອນໄຂສະດວກສຳລັບການລົງທຶນ.ອ່ານຕໍ່ ...

ຂປລ

ສະມາຊິກສະພາ ຫາລືຄວາມປອດໄພ ແລະ ຄວາມຮັບຜິດຊອບໃນກົດໝາຍກ່ຽວກັບການສັກຢາປ້ອງກັນພະຍາດ

ຜົນຂ້າງຄຽງຈາກການສັກຢາປ້ອງກັນພະຍາດ ແລະ ຄວາມຮັບຜິດຊອບຈາກການສັກຢາດັ່ງກ່າວ ແມ່ນຫົວຂໍ້ຫຼັກໃນການຫາລືລະຫວ່າງສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງກົດໝາຍວ່າດ້ວຍການສັກຢາປ້ອງກັນພະຍາດໃນມື້ວານນີ້.  ການສັກຢາປ້ອງກັນພະຍາດແມ່ນສິ່ງທີ່ຕ້ອງເຮັດໃນວຽກງານສາທາລະນະສຸກ ແລະ ກ່ຽວຂ້ອງກັບຫຼາຍກິດຈະກຳເຊິ່ງມີສ່ວນຮ່ວມຈາກທັງພາກລັດ ແລະ ເອກະຊົນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tZfuT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!