Law and judiciary

ລັດ​ຖະ​ບານ​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ປະ​ຈຳ​ປີ​ຢ່າງ​ໜ້ອຍ 4 ເປີເຊັນ

ລັດຖະບານ​ໄດ້​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຕໍ່​ປີ​ຢ່າງ​ໜ້ອຍ 4% ນັບ​ແຕ່​ນີ້​ໄປ​ຮອດ​ປີ 2025, ​ເຖິງ​ແມ່ນ​ວ່າຈະຢູ່ໃນທ່າມກາງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19ຢູ່ກໍຕາມ. ຂະ​ແໜງ​ກະ​ສີ​ກຳ​ຄາດ​ວ່າ​ຈະ​ເຕີບ​ໂຕ​ໃນ​ອັດຕາ​ສະ​ເລ່ຍ ​2,5% ຕໍ່​ປີ  ​ແລະ ກວມ 15,3% ຂອງ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ໃນ​ປີ 2025, ອີງ​ຕາມ​ດຳລັດ​ທີ່​ໄດ້​ລົງ​ນາມ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ທ່ານ ພັນ​ຄຳ ວິພາ​ວັນ. ລັດຖະບານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ບຸລິມະສິດ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຮອດ​ປີ 2025.ອ່ານເພິ່ມເຕີມ    ...

ສົມສັກ ພົງຂາວ

ສະຫັດລັດອາເມລິກາ ຊຸກຍູ້ ສະພາທະນາຍຄວາມເພື່ອເພິ່ມທະວີການເຂົ້າເຖິງທາງດ້ານກົດໝາຍໂດຍບໍ່ເສຍຄ່າສຳລັບປະຊາກອນດ້ອຍໂອກາດ

ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ (USAID) ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ລ້າ 525 ລ້ານ​ກວ່າ​ກີບ (​ເທົ່າ​ກັບ 54,768 ​ໂດ​ລາ​ສະຫະລັດ) ​ໃຫ້​ແກ່​ສະພາ​ທະນາຍຄວາມ​ລາວ (LBA). ຊຶ່ງ LBA ຈະນຳໃຊ້ທຶນຊ່ວຍເຫຼືອລ້າ ເພື່ອສ້າງຄຣີນິກຊ່ວຍເຫຼືອດ້ານກົດໝາຍ 17 ແຫ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆໃນລາວ. ສະຫະລັດຍັງຮ່ວມມືກັບ ສປປ ລາວ ໃນການເຄື່ອນໄຫວທີ່ກວ້າງຂວາງເພື່ອສົ່ງເສີມການສຶກສາຂັ້ນພື້ນຖານ, ປັບປຸງສຸຂະພາບ ແລະໂພຊະນາການ, ອໍານວຍຄວາມສະດວກທາງດ້ານການຄ້າ ແລະການລົງທຶນ ແລະ ວຽກງານ ຕ້ານການຄ້າມະນຸດ.ອ່ານເພິ່ມເຕີມ ...

ຂ່າວສານປະເທດລາວ

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍໄດ້ຖືກເປີດນຳໃຊ້

ໜ້າເວັບຊ່ວຍເຫຼືອດ້ານກົດໝາຍຈະໄດ້ຖືກເປີດໃຫ້ນຳໃຊ້ໂດຍກະຊວງຍຸດຕິທຳ ເພື່ອສະໜອງຂໍ້ມູນ ແລະ ບໍລິການຕ່າງໆທາງດ້ານກົດໝາຍໃຫ້ບັນດາພົນລະເມືອງລາວ. ມວນຊົນສາມາດເຂົ້າໄປໃນເວັບໄຊ, ສອບຖາມ ແລະ ຮ້ອງຂໍຄຳແນະນຳ ແລະ ຄຳປຶກສາຕ່ກະຊວງຍຸດຕິທຳໂດຍບໍ່ມີຄ່າໃຊ້ຈ່າຍ. ກະຊວງຍຸດຕິທຳໄດ້ນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວ ເພື່ອປົກປ້ອງສິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ປະສົບເຄາະຮ້າຍທາງດ້ານການຄ້າມະນຸດ ໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ. ໜ້າເວັບດັ່ງກ່າວໄດ້ຖືກພັດທະນາຂື້ນພາຍໃຕ້ການສະໜັບສະໜູນຈາກ ອົງການ USAID ຮ່ວມມືກັບ ມູນນິທິເອເຊຍ. ອ່ານຕໍ່ທີ່ນີ້  ...

ຂ່າວສານປະເທດລາວ

ສືບຕໍ່ຂະຫຍາຍກຳນົດເວລາລອກດາວຈົນເຖິງວັນທີ 20 ພຶດສະພາ

ລັດຖະບານໄດ້ຂະຫຍາຍກຳນົດເວລາລອກດາວໄປຕື່ມອີກ 15​ ວັນ ຈົນເຖິງວັນທີ 20 ພຶດສະພາ ເນື່ອງຈາກຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19​ ຍັງສືບຕໍ່ເພິ່ມຂື້ນ. ລັດຖະບານ ໄດ້ອອກມາດຕະການລອກດາວພາຍໃນນະຄອນຫຼວງວຽງຈັນນັບຕັ້ງແຕ່ ວັນທີ 22 ເມສາ ພາຍຫຼັງການແຜ່ລາມຢ່າງຂວາງຂອງພະຍາດລະບາດ ຕິດຕາມດ້ວຍ 17 ແຂວງກໍໄດ້ອອກມາດຕະການເຊັ່ນດຽວກັນໃນວັນຕໍ່ໆມາ.  ວີດີໂອງານຖະແຫຼງຂ່າວທາງການ.ອ່ານເພິ່ມເຕີມ  ...

ສຸກສາຄອນ ແວ່ນແກ້ວ

ລັດຖະບານວາງແຜນທີ່ຈະຫຼຸດຜ່ອນຜົນກະທົບຂອງພະຍາດລະບາດ

ບັນຫາເສດຖະກິດ, ໂດຍສະເພາະທິດທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຢູ່ໃນຄວາມພະຍາຍາມຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນບັນຫາສຳຄັນທີ່ຖືກນຳມາປຶກສາຫາລືໃນກອງປະຊຸມຂອງລັດຖະບານ ຊຶ່ງດຳເນີນຂື້ນໃນວັນພະຫັດທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ. ກອງປະຊຸມດຳເນີນຂື້ນໃນວັນທີ 7-8 ມັງກອນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີການເຂົ້າຮ່ວມຂອງບັນດາຄະນະລັດຖະບານຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ.​ອ່ານຕໍ່  ...

ສົມສັກ ພົງຂາວ

ວຽກງານການພັດທະນາມະນຸດຂອງລາວໄດ້ຮັບການປັບປຸງຂື້ນ, ຈັດລຳດັບທີ 137 ໃນເຂດແດນ 189 ປະເທດ

ບົດລາຍງານການພັດທະນາມະນຸດ ຈັດລຳດັບໃຫ້ບັນດາປະເທດອີງໃສ່ດັດຊະນີການພັດທະນາມະນຸດ (HDI) ຊຶ່ງວັດແທກຈາກຜົນສຳເລັດສະເລ່ຍຈາກພື້ນຖານ 3 ຂໍ້ຂອງການພັດທະນາມະນຸດຄື: ອາຍຸຍືນສະເລ່ຍ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ.  ອ່ານຕໍ່   ...

ຂ່າວສານປະເທດລາວ

ສ ປປ ລາວ ກະກຽມການຮັບສະໝັກເລືອກຕັ້ງໃນ ເດືອນ ກຸມພາ 2021​

(ວຽງຈັນທາມສ໌)- ການຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນແຂວງ ເທື່ອທີ 2 ຈະມີຂື້ນໃນວັນທີ 21 ເດືອນກຸມພາ 2021, ອີງຕາມການຖະແຫຼງຂ່າວໃນວັນສຸກທີ່ຜ່ານມາ ຂອງທ່ານ ປອ.ຊົມພູ ດວງສະຫວັນ ໂດຍອີງຕາມກົດໝາຍມາດຕາ 32 ວ່າດ້ວຍລັດຖະທຳມະນູນ ແລະ ກົດໝາຍການເລືອກຕັ້ງ.  ອີງຕາມ ດຳລັດຂອງທ່ານນາຍົກລັດຖະມົນຕີ ເລກທີ 200, ລົງນາມ ວັນທີ 10 ພະຈິກ, ຈຳນວນ 164 ຄົນ ໃນຈຳນວນຜູ້ລົງສະໝັກທັງໝົດ 224 ຄົນ ຈະຖືກຮັບເລືອກເປັນສະມາຊິກສະພາແຫ່ງຊາດ. ສະພາປະຊາຊົນແຂວງກໍຈະມີສະມາຊິກ 492 ຄົນ ໃນຈຳນວນ 789 ຄົນຂອງບັນດາຜູ້ລົງສະໝັກ. ຊຶ່ງຕົວເລກສະມາຊິກຈະເພິ່ມຂື້ນທຽບໃສ່ເທື່ອຜ່ານມາ ໂດຍອີງຕາມການເຕີບໂຕຂອງປະຊາກອນໃນປະເທດ.   ອ່່ານເພິ່ມເຕີມ  ...

Somsack Pongkhao

ລາວຢືນຢັນການປະຕິບັດ ການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ

ລາວຈະສືບຕໍ່ເຮັດວຽກກັບຄູ່ຮ່ວມພັດທະນາ ໃນການເສີມຂະຫຍາຍການສ້າງຄວາມສາມາດ ໃຫ້ແກ່ຖັນແຖວໜ່ວຍງານສ້າງກົດໝາຍ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສົ່ງເສີມ ການປົກຄອງທີ່ດີ, ສິດທິມະນຸດ, ແລະ ການປົກຄອງດ້ວຍລະບຽບກົດໝາຍ.ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸດຕິທຳ ໄດ້ສະແດງຄຳເຫັນດັ່ງກ່າວວານນີ້ ໃນການກ່າວໂອວາດເປີດກອງປະຊຸມສຳມະນາ ກ່ຽວກັບທັດສະນະການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃນ ສປປ ລາວ ຄັ້ງທີ 3 ພາຍໃຕ້ຫົວຂໍ້:​ “ການເພີ່ມທະວີຄວາມເຂົ້າໃຈກ່ຽວຫຼັກການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ຜູ້ປະຕິບັດ, ກົນໄກ ແລະ ຂັ້ນຕອນ, ແລະ ທ່າແຮງຜົນປະໂຫຍດ, ຄວາມຍຸດຕິທຳໃນທົ່ວສັງຄົມລາວ.”ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສະພາແຫ່ງຊາດ ຈະພິຈາລະນາກົດໝາຍ 23 ສະບັບໃນປີໜ້າ

ສະພາແຫ່ງຊາດ ວາງແຜນພິຈາລະນາກົດໝາຍໃໝ່ 10 ສະບັບ ແລະ ກົດໝາຍດັດແກ້ອີກ 13 ສະບັບໃນປີໜ້າ ເພື່ອຈຸດປະສົງເດີນໜ້າພາລະກິດ ເພື່ອຮັບປະກັນໃຫ້ລາວ ມີການປົກຄອງພາຍໃຕ້ລະບຽບກົດໝາຍ.ອີງຕາມແຜນການເຮັດວຽກຂອງສະພາແຫ່ງຊາດສຳລັບປີ 2020, ເຊິ່ງນັກກົດໝາຍໄດ້ໃຫ້ການຮັບຮອງໃນຕອນທ້າຍຂອງກອງປະຊຸມສະໄໝສາມັນຊຸດທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນຊ່ວງຕົ້ນເດືອນນີ້, ເຊິ່ງກອງປະຊຸມສະໄໝຕໍ່ໄປ ທີ່ຈະຈັດຂຶ້ນໃນກາງປີ 2020 ຈະພິຈາລະນາກົດໝາຍໃໝ່ 3 ສະບັບ ແລະ ກົດໝາຍດັດແກ້ອີກ 10 ສະບັບ.ອ່ານຕໍ່ ...

ເອກະພອນ ພູທອນສີ

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

uHHb4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!