ລັດ​ຖະ​ບານ​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ປະ​ຈຳ​ປີ​ຢ່າງ​ໜ້ອຍ 4 ເປີເຊັນ

ລັດຖະບານ​ໄດ້​ວາງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຕໍ່​ປີ​ຢ່າງ​ໜ້ອຍ 4% ນັບ​ແຕ່​ນີ້​ໄປ​ຮອດ​ປີ 2025, ​ເຖິງ​ແມ່ນ​ວ່າຈະຢູ່ໃນທ່າມກາງ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19ຢູ່ກໍຕາມ. ຂະ​ແໜງ​ກະ​ສີ​ກຳ​ຄາດ​ວ່າ​ຈະ​ເຕີບ​ໂຕ​ໃນ​ອັດຕາ​ສະ​ເລ່ຍ ​2,5% ຕໍ່​ປີ  ​ແລະ ກວມ 15,3% ຂອງ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ໃນ​ປີ 2025, ອີງ​ຕາມ​ດຳລັດ​ທີ່​ໄດ້​ລົງ​ນາມ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ທ່ານ ພັນ​ຄຳ ວິພາ​ວັນ. ລັດຖະບານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ບຸລິມະສິດ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຮອດ​ປີ 2025.

ອ່ານເພິ່ມເຕີມ… 

 

 

ສົມສັກ ພົງຂາວ