News
ລັດຖະບານວາງເປົ້າໝາຍການເຕີບໂຕ GDP ປະຈຳປີຢ່າງໜ້ອຍ 4 ເປີເຊັນ
ລັດຖະບານໄດ້ວາງເປົ້າໝາຍການເຕີບໂຕດ້ານເສດຖະກິດຕໍ່ປີຢ່າງໜ້ອຍ 4% ນັບແຕ່ນີ້ໄປຮອດປີ 2025, ເຖິງແມ່ນວ່າຈະຢູ່ໃນທ່າມກາງການລະບາດຂອງພະຍາດໂຄວິດ-19ຢູ່ກໍຕາມ. ຂະແໜງກະສີກຳຄາດວ່າຈະເຕີບໂຕໃນອັດຕາສະເລ່ຍ 2,5% ຕໍ່ປີ ແລະ ກວມ 15,3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2025, ອີງຕາມດຳລັດທີ່ໄດ້ລົງນາມໂດຍທ່ານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ. ລັດຖະບານໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍຫຼາຍໂຄງການບຸລິມະສິດເພື່ອຊຸກຍູ້ການເຕີບໂຕເສດຖະກິດຮອດປີ 2025.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ທ່ານນາຍົກລາຍງານສະມາຊິກສະພາກ່ຽວກັບການເລັ່ງມືສົ່ງເສີມການພັດທະນາໂຄງການຂະໜາດໃຫຍ່
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ສະພາແຫ່ງຊາດວ່າ ກຳລັງມີການເລັ່ງມືໂຄງການພັດທະນາຂະໜາດໃຫຍ່ທີ່ກຳລັງດຳເນີນການກໍ່ສ້າງ ເພື່ອສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດ. ຈາກການສະເໜີບົດລາຍງານການພັດທະນາດ້ານເສດຖະກິດສັງຄົມຕໍ່ທີ່ປະຊຸມສະພາແຫ່ງຊາດ, ທ່ານຫົວໜ້າລັດຖະບານແຫ່ງຊາດໄດ້ກ່າວວ່າ ກຳລັງມີການເສີມຂະຫຍາຍການດຳເນີນການເພື່ອສ້າງຮູບປະທຳດ້ານຜົນປະໂຫຍດຂອງໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ