ລາວຢືນຢັນການປະຕິບັດ ການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ

ລາວຈະສືບຕໍ່ເຮັດວຽກກັບຄູ່ຮ່ວມພັດທະນາ ໃນການເສີມຂະຫຍາຍການສ້າງຄວາມສາມາດ ໃຫ້ແກ່ຖັນແຖວໜ່ວຍງານສ້າງກົດໝາຍ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສົ່ງເສີມ ການປົກຄອງທີ່ດີ, ສິດທິມະນຸດ, ແລະ ການປົກຄອງດ້ວຍລະບຽບກົດໝາຍ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸດຕິທຳ ໄດ້ສະແດງຄຳເຫັນດັ່ງກ່າວວານນີ້ ໃນການກ່າວໂອວາດເປີດກອງປະຊຸມສຳມະນາ ກ່ຽວກັບທັດສະນະການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃນ ສປປ ລາວ ຄັ້ງທີ 3 ພາຍໃຕ້ຫົວຂໍ້:​ “ການເພີ່ມທະວີຄວາມເຂົ້າໃຈກ່ຽວຫຼັກການປົກຄອງທີ່ດີ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ຜູ້ປະຕິບັດ, ກົນໄກ ແລະ ຂັ້ນຕອນ, ແລະ ທ່າແຮງຜົນປະໂຫຍດ, ຄວາມຍຸດຕິທຳໃນທົ່ວສັງຄົມລາວ.”

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ