Law and judiciary

Legal framework

ສືບຕໍ່ຂະຫຍາຍກຳນົດເວລາລອກດາວຈົນເຖິງວັນທີ 20 ພຶດສະພາ

ລັດຖະບານໄດ້ຂະຫຍາຍກຳນົດເວລາລອກດາວໄປຕື່ມອີກ 15​ ວັນ ຈົນເຖິງວັນທີ 20 ພຶດສະພາ ເນື່ອງຈາກຈຳນວນຕົວເລກຜູ້ຕິດເຊື້ອໂຄວິດ-19​ ຍັງສືບຕໍ່ເພິ່ມຂື້ນ. ລັດຖະບານ ໄດ້ອອກມາດຕະການລອກດາວພາຍໃນນະຄອນຫຼວງວຽງຈັນນັບຕັ້ງແຕ່ ວັນທີ 22 ເມສາ ພາຍຫຼັງການແຜ່ລາມຢ່າງຂວາງຂອງພະຍາດລະບາດ ຕິດຕາມດ້ວຍ 17 ແຂວງກໍໄດ້ອອກມາດຕະການເຊັ່ນດຽວກັນໃນວັນຕໍ່ໆມາ.  ວີດີໂອງານຖະແຫຼງຂ່າວທາງການ.ອ່ານເພິ່ມເຕີມ  ...

ສຸກສາຄອນ ແວ່ນແກ້ວ

ວຽກງານການພັດທະນາມະນຸດຂອງລາວໄດ້ຮັບການປັບປຸງຂື້ນ, ຈັດລຳດັບທີ 137 ໃນເຂດແດນ 189 ປະເທດ

ບົດລາຍງານການພັດທະນາມະນຸດ ຈັດລຳດັບໃຫ້ບັນດາປະເທດອີງໃສ່ດັດຊະນີການພັດທະນາມະນຸດ (HDI) ຊຶ່ງວັດແທກຈາກຜົນສຳເລັດສະເລ່ຍຈາກພື້ນຖານ 3 ຂໍ້ຂອງການພັດທະນາມະນຸດຄື: ອາຍຸຍືນສະເລ່ຍ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ.  ອ່ານຕໍ່   ...

ຂ່າວສານປະເທດລາວ

ສະພາແຫ່ງຊາດ ຈະພິຈາລະນາກົດໝາຍ 23 ສະບັບໃນປີໜ້າ

ສະພາແຫ່ງຊາດ ວາງແຜນພິຈາລະນາກົດໝາຍໃໝ່ 10 ສະບັບ ແລະ ກົດໝາຍດັດແກ້ອີກ 13 ສະບັບໃນປີໜ້າ ເພື່ອຈຸດປະສົງເດີນໜ້າພາລະກິດ ເພື່ອຮັບປະກັນໃຫ້ລາວ ມີການປົກຄອງພາຍໃຕ້ລະບຽບກົດໝາຍ.ອີງຕາມແຜນການເຮັດວຽກຂອງສະພາແຫ່ງຊາດສຳລັບປີ 2020, ເຊິ່ງນັກກົດໝາຍໄດ້ໃຫ້ການຮັບຮອງໃນຕອນທ້າຍຂອງກອງປະຊຸມສະໄໝສາມັນຊຸດທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນຊ່ວງຕົ້ນເດືອນນີ້, ເຊິ່ງກອງປະຊຸມສະໄໝຕໍ່ໄປ ທີ່ຈະຈັດຂຶ້ນໃນກາງປີ 2020 ຈະພິຈາລະນາກົດໝາຍໃໝ່ 3 ສະບັບ ແລະ ກົດໝາຍດັດແກ້ອີກ 10 ສະບັບ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລາວລົງໂທດຕໍ່ການທາລຸນນະກຳສັດຕາມກົດໝາຍອາຍາສະບັບປັບປຸງໃໝ່

ລາວໄດ້ເພີ່ມໝວດໃໝ່ໃນໃນກົດໝາຍອາຍາ ເຊິ່ງເວົ້າກ່ຽວກັບການລົງໂທດຕໍ່ການທາລຸນະກຳສັດ.ໝວດດັ່ງກ່າວໄດ້ລວມຢູ່ໃນກົດໝາຍສະບັບປັບປຸງຫຼ້າສຸດ, ເຊິ່ງໄດ້ມີການປະກາດໃຊ້ໂດຍລັດຖະບານ ໃນວັນທີ່ 18 ພະຈິກ 2018.ມາດຕາ 353 ຂອງກົດໝາຍອາຍາສະບັບປັບປຸງ ກ່າວວ່າ ບຸກຄົນທີ່ທຳການທາລຸນນະກຳ ຫຼື ບຽດບຽນສັດ ເຊັ່ນ ກະທຳການກັກຂັງສັດໂດຍທີ່ບໍ່ໃຫ້ອາຫານ ຫຼື ນ້ຳ, ນຳໃຊ້ແຮງງານສັດແບບບໍ່ມີການຢຸດພັກ, ທຸບຕີສັດຢ່າງໜັກ, ຂົນຍ້າຍສັດບໍ່ຖືກຕາມມາດຕະຖານ, ຂ້າສັດຢ່າງໂຫດຮ້າຍປ່າເຖື່ອນ, ຫຼື ໃຊ້ຢາເບື່ອຕໍ່ສັດ, ຈະໄດ້ຮັບໂທດຈຳຄຸກ ຫຼື ປັບໃໝຢູ່ໃນລະຫວ່າງ 500,000 ກີບເຖິງ 3,000,000 ກີບ.ອ່ານຕໍ່ ...

The Laotian Times

ກອງປະຊຸມຄະນະລັດຖະບານຮັບຮອງການດັດແກ້ກົດໝາຍວ່າດ້ວຍອາກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຈະສະເໜີການດັດແກ້ກົດໝາຍວ່າດ້ວຍອາກອນ ເພື່ອຄົ້ນຄວ້າວິທີການ ແລະ ກົນໄກໃໝ່ໆໃນການເກັບກຳລາຍຮັບຂອງລັດໃຫ້ມີປະສິດທິພາບຍິ່ງຂຶ້ນ.ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ຕົກລົງຮັບຮອງເອົາການສະເໜີການດັດແກ້ກົດໝາຍວ່າດ້ວຍອາກອນ ແລະ ມີແຜນຍື່ນສະເໜີກົດໝາຍສະບັບດັດແກ້ດັ່ງກ່າວໃນກອງປະຊຸມສະພາແຫ່ງຊາດທີ່ຈະມາເຖິງ ເພື່ອພິຈາລະນາ ແລະ ຮັບຮອງເອົາໃນກາງປີນີ້.ອ່ານຕໍ່ ...

ເອກະພອນ ພູທອນສີ

ນັກວາງນະໂຍບາຍແຂວງໃນລາວຮຽກຮ້ອງໃຫ້ມີການກວດສອບທຸລະກິດຂອງຕ່າງປະເທດໃຫ້ຫຼາຍຂຶ້ນ

ນັກຮ່າງກົດໝາຍລາວໄດ້ຮຽກຮ້ອງໃຫ້ລັດຖະບານເພີ່ມຄວາມເຂັ້ມງວດຕໍ່ຫົວໜ່ວຍທຸລະກິດຕ່າງຊາດໃນລາວ ເພື່ອອະນຸລັກສິ່ງແວດລ້ອມ ແລະ ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ.ທ່ານ ຄຳສະພອນ ໄຊຍະວົງ ສະມາຊິກສະພາຈາກເມືອງອຸດົມໄຊ ແຂວງອຸດົມໄຊ ທາງພາກເໜືອຂອງລາວ ຮຽກຮ້ອງໃຫ້ລັດເພີ່ມຄວາມເຂັ້ມງວດຕໍ່ບໍລິສັດລົງທຶນຂອງຕ່າງປະເທດ ໃນກອງປະຊຸມສະພາແຂວງໃນອາທິດຜ່ານມາ.ອ່ານຕໍ່ ...

ທີມຂ່າວ RFA ລາວ

NA Approves Law On Health Insurance

(KPL) People’s representatives yesterday, Dec 13 approved the Law on Health Insurance, the first of its kind.Brainstorming the law, the lawmakers expressed that they expected that the law would allow low income families to access universal health insurance with some saying that the law would be an ...

ບັນນາທິການ ຂປລ

ທຸກຄົນຕ້ອງມີສິດສະເໝີພາບຕໍ່ໜ້າກົດໝາຍ: ຕາມການສະເໜີຂອງນັກຮ່າງກົດໝາຍວ່າດ້ວຍພົນລະເຮືອນ

ນັກຮ່າງກົດໝາຍສະເໜີ ປະຊາຊົນລາວທຸກຄົນໃນທຸກທ້ອງຖິ່ນຕ້ອງມີສິດສະເໝີພາບຕໍ່ໜ້າກົດໝາຍ ນີ້ລວມໄປເຖິງຄວາມເທົ່າທຽມທາງເພດ.ຄະນະອະນຸກຳມະການຮ່າງກົດໝາຍວ່າດ້ວຍພົນລະເຮືອນຍື່ນຂໍ້ສະເໜີຕາມເຫັນຂອງສະມາຊິກສະພາແຫ່ງຊາດ ໃນການທົບທວນຮ່າງກົດໝາຍວ່າດ້ວຍພົນລະເຮືອນວານນີ້.ອ່ານຕໍ່ ...

ສົມໄຊ ແສງດາຣາ

ລາວ ແລະ ອົງການກາແດງສາກົນຍົກລະດັບຄວາມເຂົ້າໃຈຕໍ່ກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ

ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າອົງການກາແດງສາກົນ ຮ່ວມປະຊຸມກັນທີ່ວຽງຈັນວານນີ້ ເພື່ອຫາລືກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ.ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບການເຊື່ອມຊຶມກ່ຽວກັບສົນທິສັນຍາທີ່ສຳຄັນທີ່ກ່ຽວຂ້ອງກັບວຽກງານມະນຸດສະທຳ ໂດຍສະເພາະແມ່ນອະນຸສັນຍາເຈນນິວາ ແລະ ຂໍ້ສັນຍາທີ່ກ່ຽວຂ້ອງອື່ນໆ ລວມເຖິງສົນທິສັນຍາອື່ນໆທີ່ລາວໄດ້ຮ່ວມລົງນາມ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ເຈົ້າຂອງຍົນບັງຄັບວິທະຍຸຄວນປະຕິບັດຕາມລະບຽບການ

ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະອອກລະບຽບການກ່ຽວກັບການນຳໃຊ້ຍົນບັງຄັບວິທະຍຸໃນໄວໆນີ້, ເຊິ່ງປະຈຸບັນມີຍົນບັງຄັບຈຳນວນ 33 ເຄື່ອງທີ່ຂຶ້ນທະບຽນຜ່ານກົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

bxHRs
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!