ກອງປະຊຸມຄະນະລັດຖະບານຮັບຮອງການດັດແກ້ກົດໝາຍວ່າດ້ວຍອາກອນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຈະສະເໜີການດັດແກ້ກົດໝາຍວ່າດ້ວຍອາກອນ ເພື່ອຄົ້ນຄວ້າວິທີການ ແລະ ກົນໄກໃໝ່ໆໃນການເກັບກຳລາຍຮັບຂອງລັດໃຫ້ມີປະສິດທິພາບຍິ່ງຂຶ້ນ.

ກອງປະຊຸມປະຈຳເດືອນຂອງຄະນະລັດຖະບານ ເຊິ່ງຈັດຂຶ້ນໃນທ້າຍອາທິດຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ຕົກລົງຮັບຮອງເອົາການສະເໜີການດັດແກ້ກົດໝາຍວ່າດ້ວຍອາກອນ ແລະ ມີແຜນຍື່ນສະເໜີກົດໝາຍສະບັບດັດແກ້ດັ່ງກ່າວໃນກອງປະຊຸມສະພາແຫ່ງຊາດທີ່ຈະມາເຖິງ ເພື່ອພິຈາລະນາ ແລະ ຮັບຮອງເອົາໃນກາງປີນີ້.

ອ່ານຕໍ່…

ເອກະພອນ ພູທອນສີ