ລັດຖະບານ
ສ່ວຍສາອາກອນ
ເສດຖະກິດຂອງ ສປປ ລາວ ຈາກຟື້ນຕົວດີ ກັບຕົກຕ່ຳຍ້ອນສະຖານະການໂຄວິດ-19
ເສດຖະກິດຂອງລາວກໍາລັງຢູ່ໃນໄລຍະການຂະຫຍາຍຕົວລະດັບໃດໜ່ຶງໃນປີ 2021, ເຖິງແມ່ນວ່າຈະມີຄື້ນທີສອງຂອງການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຟື້ນຕົວດີໃນຕົ້ນປີ. ອີງຕາມບົດລາຍງານການຕິດຕາມດ້ານເສດຖະກິດຫຼ້າສຸດຂອງທະນາຄານໂລກ – ຄາດຄະເນວ່າການເຕີບໂຕຂອງ GDP ຈະເພີ່ມຂຶ້ນເປັນ 3,6 % ໃນປີ 2021, ທຽບກັບຕົວເລກ 0,5 % ໃນປີ 2020.ທ່ານ Alex Kremer, ຫົວໜ້າທະນາຄານໂລກປະຈຳລາວ ກ່າວວ່າ“ ສປປ ລາວ ຮັບມືກັບການປ້ອງກັນເຊື້ອໄວແລະ ການສັກວັກຊິນໄດ້ດີລະດັບໜຶ່ງ. “ແນວໃດກໍ່ຕາມ, ຄວາມສ່ຽງຂອງບັນຫາ ໜີ້ສິນ, ເງິນກີບອ່ອນຄ່າ ແລະ ສະພາບລາຍຮັບຕໍ່ຳຂອງລັດຖະບານຍັງຈະສືບຕໍ່ເປັນບັນຫາຈຳກັດໃນການຟື້ນຟູເສດຖະກິດ. ການປະຕິຮູບທີ່ຈະຊຸກຍູ້ການລົງທຶນຂອງພາກເອກະຊົນ, ການຈ່າຍພາສີ ແລະ ການຄ້າອາດຈະເຂົ້າມາຊ່ວຍໃນເລື່ອງນີ້.ອ່ານຕໍ່ທີ່ນີ້ ...
ຂ່າວສານປະເທດລາວ
ສປປ ລາວ ມີຄວາມຫວັງຈະຊຳລະໜີ້ຈຳນວນ 14 ຕື້ໂດລາສະຫະລັດ ພາຍໃນປີ 2025
ລັດຖະມົນຕີກະຊວງການເງິນ, ທ່ານ ບຸນຈອມ ອຸບົນປະເສີດ ໄດ້ກ່າວຕໍ່ສະພາແຫ່ງຊາດໃນວາລະກອງປະຊຸມສະພາແຫ່ງຊາດຊຸດທີ 9 ຜ່ານມານີ້ ວ່າປະເທດລາວໄດ້ວາງແຜນຊຳລະໜີ້ (ໜີ້ຕ່່າງປະເທດຈຳນວນ 13 ຕື້ໂດລາ ແລະ ໜີ້ພາຍໃນຈຳນວນ 900 ລ້ານ ພາຍໃນອີກ 5 ປີຕໍ່ໜ້າ (ນັບແຕ່ 2021-2025) ແລະ ຈາກປີ 2026-2030 ໂດຍອີງໃສ່ລາຍການສ້າງລາຍຮັບທີ່ໄດ້ກຳນົດໄວ້. ລັດຖະບານເວົ້າວ່າຈະເພິ່ມລາຍຮັບຈາກແຫຼ່ງໃໝ່ ແລະ ທັງຊອກຫາສິ່ງບົ່ມຊ້ອນຈາກຂະແໜງພະລັງງານ ແລະ ບໍ່ແຮ່. ອ່ານຕໍ່ທີ່ນີ້ ...
ລັດສະໝີ ພອນວິໄລ
ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດໄດ້ໄຂຂື້ນໃຫ້ມີການໂຕ້ວາທີກ່ຽວກັບວາລະແຫ່ງຊາດ
ກອງປະຊຸມສະໄໝວິສາມັນເທື່ອທຳອິດຂອງສະພາແຫ່ງຊາດ ຊຸດທີ 9 ໄດ້ເລິ່ມຂຶ້ນໃນວັນພະຫັດ ເພື່ອປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ເສດຖະກິດ; ສະກັດກັ້ນບັນຫາຢາເສບຕິດ. ທ່ານນາຍົກລັດຖະມົນຕີໄດ້ໃຫ້ ຄຳໝັ້ນສັນຍາວ່າລັດຖະບານຈະຕ້ອງຕັດສິນໃຈ, ມີຄວາມໂປ່ງໃສ ແລະ ເປັນມືອາຊີບໃນການຈັດຕັ້ງປະຕິບັດວາລະ ແລະ ແກ້ໄຂບັນຫາດັ່ງກ່າວ.ອ່ານຕໍ່ທີ່ນີ້ ...
ສຸກສາຄອນ ແວ່ນແກ້ວ
ການເຜີຍແຜ່ກົດໝາຍໃໝ່ ເພື່ອສົ່ງເສີມການເກັບກຳອາກອນໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ເຜີຍແຜ່ກົດໝາຍໃໝ່ກ່ຽວກັບການເກັບກຳອາກອນ ໃນວັນພະຫັດນີ້ ເຊິ່ງຈະມີຜົນບັງຄັບໃຊ້ໃນຕົ້ນປີໜ້າ ພາຍຫຼັງຜ່ານຮັບຮອງໂດຍສະພາແຫ່ງຊາດ ໃນເດືອນມິຖຸນາທີ່ຜ່ານມາ.ເຈົ້າໜ້າທີ່ກົມສ່ວນສາອາກອນ ເປັນປະທານໃນກອງປະຊຸມ ເຊິ່ງມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດ 300 ແຫ່ງ ເພື່ອຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີອາກອນ ແລະ ກົດໝາຍວ່າດ້ວຍອາກອນລາຍຮັບ.ອ່ານຕໍ່ ...
ໂຕະຂ່າວ
ດ່ານພາສີປາກຊັນບໍ່ສາມາດບັນລຸເປົ້າໝາຍການເກັບລາຍຮັບໃນຊ່ວງແປດເດືອນຕົ້ນປີ

ດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ບໍ່ສາມາດບັນລຸເປົ້າໝາຍໃນການເກັບກຳລາຍຮັບ ໃນຊ່ວງເດືອນມັງກອນເຖິງສິງຫາປີນີ້ ທ່າມກາງການຫຼຸດລົງຂອງປະລິມານການນຳເຂົ້າສິນຄ້າ.ດ່ານຊາຍແດນປາກຊັນ ເຊິ່ງເຊື່ອມຕໍ່ປະເທດໄທ, ຫວຽດນາມ ແລະ ລາວ ຜ່ານທາງຖະໜົນ, ເປັນໜຶ່ງໃນຊ່ອງທາງເຊື່ອມຕໍ່ທາງດ້ານເສດຖະກິດ ແລະ ການບໍລິການ, ອຳນວຍຄວາມສະດວກທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແລະ ປະກອບສ່ວນໃນການເກັບກຳລາຍຮັບແຫ່ງຊາດ.ດ່ານພາສີດັ່ງກ່າວສາມາດເກັບກຳລາຍຮັບໄດ້ພຽງ 132 ພັນຕື້ກີບ (USD 14.9 ຕື້ໂດລາ) ໃນຊ່ວງແປດເດືອນຕົ້ນປີນີ້, ເຊິ່ງທຽບເທົ່າກັບ 43.81 ເປີເຊັນຂອງເປົ້າໝາຍທີ່ຕັ້ງໄວ້ຄື 302 ພັນຕື້ກີບ. ໃນຊ່ວງດຽວກັນຂອງປີຜ່ານມາ ດ່ານພາສີດັ່ງກ່າວສາມາດບັນລຸການເກັບກຳໄດ້ 57.68 ເປີເຊັນຂອງລະດັບຄາດໝາຍ.ອ່ານຕໍ່ ...
Latsamy Phonevilay
https://laotiantimes.com/2019/09/17/paksan-customs-fails-to-meet-revenue-target-in-first-8-months/
ການຳໃຊ້ລະບົໍບອີເລັກໂທຣນິກຊ່ວຍໃຫ້ລັດຖະບານສົ່ງເສີມການສ້າງລາຍຮັບ
ລາຍຮັບຈາກອາກອນຂອງລາວເພີ່ມຂຶ້ນ 20 ເປີເຊັນໃນຊ່ວງຫົກເດືອນຕົ້ນປີນີ້ ທຽບກັບໄລຍະດຽວກັນຂອງປີຜ່ານມາ, ຕາມກະຊວງການເງິນ.ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວແມ່ນມາຈາກການເລີ່ມນຳໃຊ້ລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນການຄຸ້ມຄອງລາຍຮັບຈາກອາກອນ (TAXRIS) ໃນຕົ້ນປີນີ້. ມາເຖິງປະຈຸບັນລະບົບດັ່ງກ່າວໄດ້ມີການນຳໃຊ້ຢູ່ໃນ 10 ຕົວເມືອງໃຫຍ່ ໃນເຈັດແຂວງຂອງລາວ.ກະຊວງການເງິນມີແຜນເສີມຂະຫຍາຍການນຳໃຊ້ລະບົບດັ່ງກ່າວໃນທົ່ວປະເທດພາຍໃນປີ 2020 ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງລັດຖະບານ ໃນການສ້າງຄວາມທັນສະໄໝໂດຍການນຳໃຊ້ລະບົບການຈ່າຍອາກອນແບບອີເລັກໂທຣນິກ ແລະ ເພື່ອສົ່ງເສີມຄວາມໂປ່ງໃສໃນຂະແໜງການເງິນຂອງຊາດ.ອ່ານຕໍ່ ...
ສົມສັກ ພົງຂາວ
ກະຊວງຊຸກຍູ້ໃຫ້ຜູ້ຈ່າຍອາກອນຈຳກັດການຈ່າຍເປັນເງິນສົດ
ກະຊວງການເງິນໄດ້ແຈ້ງການຊຸກຍູ້ໃຫ້ຜູ້ເສຍອາກອນທຳການຈ່າຍເງິນອາກອນຜ່ານລະບົບທະນາຄານ ເພື່ອປິດກັ້ນຊ່ອງຫວ່າງທາງການເງິນ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສື່ມວນຊົນຫວ່າງໝໍ່ໆມານີ້ວ່າ ລັດຖະບານໄດ້ມີການນຳໃຊ້ຊ່ອງທາງການຈ່າຍເງິນທາງອີເລັກໂທຣນິກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈ່າຍອາກອນ.ອ່ານຕໍ່ ...
ສົມສັກ ພົງຂາວ
ລັດຖະບານລາວຈະເພີ່ມການຈັດເກັບອາກອນສຳລັບກາຊິໂນໃຫ້ສູງ
ພາຍໃຕ້ຮ່າງກົດໝາຍສະບັບໃໝ່ຂອງລັດຖະບານລາວ ການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈະຖືກປັບປຸງໃຫ້ສູງຂຶ້ນ.ຕາມແຫຼ່ງຂ່າວວຽງຈັນທາມສ໌ຂອງລາວ, ຮ່າງກົດໝາຍສະບັບດັ່ງກ່າວ ທີ່ໄດ້ມີການຍື່ນສະເໜີຕໍ່ສະພາແຫ່ງຊາດໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນໃນອາທິດແລ້ວນີ້ ຈະມີການເພີ່ມການຈັດເກັບອາກອນສຳລັບກາຊິໂນ ແລະ ສະຖານການພະນັນຈາກ 35% ເປັນ 50% ນັບແຕ່ເດືອນມັງກອນ ປີ 2020 ເປັນຕົ້ນໄປ.ອ່ານຕໍ່ ...
ສະພາແຫ່ງຊາດອະນຸມັດລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາແຫ່ງຊາດໄດ້ອະນຸມັດຂໍ້ສະເໜີຂອງລັດຖະບານ ໃນການປັບປຸງລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນ.ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ທີ່ຫຼັກ 6 ໃນວັນອັງຄານຜ່ານມາ, ສະມາຊິກສະພາຈຳນວນ 82 ເປີເຊັນໄດ້ລົງຄະແນນສຽງສະໜັບສະໜູນການເພີ່ມລະດັບລາຍຮັບຂັ້ນຕ່ຳສ່ວນບຸກຄົນທີ່ຍົກເວັ້ນອາກອນຈາກ 1 ລ້ານກີບມາເປັນ 1.3 ລ້ານກີບ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-na-approves-increase-tax-free-income-threshold-98794
ລັດຈະເພີ່ມພາສີອາກອນສຳລັບສິນຄ້າຟູມເຟືອຍທີ່ບໍ່ຈຳເປັນ
ສິນຄ້າ ແລະ ການບໍລິການທີ່ລັດຖະບານບໍ່ສົ່ງເສີມ ເຊັ່ນ ເຄື່ອງດື່ມມືນເມົາ ຈະຖືກເກັບອາກອນເພີ່ມຂຶ້ນ ຖ້າວ່າກົດໝາຍວ່າດ້ວຍພາສີອາກອນສະບັບໃໝ່ມີຜົນບັງຄັບໃຊ້ໃນປີ 2020.ໃນທາງກົງກັນຂ້າມ, ລັດຈະຫຼຸດພາສີສຳລັບສິນຄ້າເຊັ່ນ ນ້ຳມັນເຊື້ອໄຟ ແລະ ລົດຈັກ ເຊິ່ງເຫັນວ່າມີຄວາມຈຳເປັນຕໍ່ການປັບປຸງຊີວິດການເປັນຢູ່.ອ່ານຕໍ່ ...
ສົມສັກ ພົງຂາວ