ການຳໃຊ້ລະບົໍບອີເລັກໂທຣນິກຊ່ວຍໃຫ້ລັດຖະບານສົ່ງເສີມການສ້າງລາຍຮັບ

ລາຍຮັບຈາກອາກອນຂອງລາວເພີ່ມຂຶ້ນ 20 ເປີເຊັນໃນຊ່ວງຫົກເດືອນຕົ້ນປີນີ້ ທຽບກັບໄລຍະດຽວກັນຂອງປີຜ່ານມາ, ຕາມກະຊວງການເງິນ.

ການເພີ່ມຂຶ້ນຂອງລາຍຮັບດັ່ງກ່າວແມ່ນມາຈາກການເລີ່ມນຳໃຊ້ລະບົບຂໍ້ມູນຂ່າວສານທີ່ທັນສະໄໝໃນການຄຸ້ມຄອງລາຍຮັບຈາກອາກອນ (TAXRIS) ໃນຕົ້ນປີນີ້. ມາເຖິງປະຈຸບັນລະບົບດັ່ງກ່າວໄດ້ມີການນຳໃຊ້ຢູ່ໃນ 10 ຕົວເມືອງໃຫຍ່ ໃນເຈັດແຂວງຂອງລາວ.

ກະຊວງການເງິນມີແຜນເສີມຂະຫຍາຍການນຳໃຊ້ລະບົບດັ່ງກ່າວໃນທົ່ວປະເທດພາຍໃນປີ 2020 ເຊິ່ງເປັນສ່ວນໜຶ່ງຂອງພາລະກິດຂອງລັດຖະບານ ໃນການສ້າງຄວາມທັນສະໄໝໂດຍການນຳໃຊ້ລະບົບການຈ່າຍອາກອນແບບອີເລັກໂທຣນິກ ແລະ ເພື່ອສົ່ງເສີມຄວາມໂປ່ງໃສໃນຂະແໜງການເງິນຂອງຊາດ.

ອ່ານຕໍ່…

ສົມສັກ ພົງຂາວ