ລັດຖະບານ

ລະບົບລັດຖະບານ

ສປປ ລາວ ຈະຕັດໃຫ້ບໍລິການເບີທີ່ບໍ່ໄດ້ລົງທະບຽນເລກໝາຍໂທລະສັບໃນເດືອນທັນວານີ້

(ລາວຊຽນທາມ) ສປປ ລາວ ເລີ່ມຕັດໃຫ້ບໍໍລິການເລກໝາຍໂທລະສັບທີ່ບໍ່ໄດ້ລົງທະບຽນເລກໝາຍພາຍຍໃນເດືອນນີ້ ໂດຍສອດຄ່ອງກັບແຈ້ງການໃນເດືອນກໍລະກົດຜ່ານມານັ້ນ. ອີງຕາມການແຈ້ງເຕືອນຈາກກະຊວງໄປຊະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທຸກເລກໝາຍໂທລະສັບຈະຕ້ອງໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ຖ້າບໍ່ດັ່ງນັ້ນກໍຈະຖືກຕັດໃນທ້າຍປີນີ້.  ນັບຕັ້ງແຕ່ວັນທີ 1 ກໍລະກົດ – 30 ພະຈິກ, ທຸກໆເລກໝາຍໂທລະສັບແມ່ນໄດ້ຮັບການລົງທະບຽນຢ່າງຖືກຕ້ອງ ແລະ ທຸກເລກໝາຍໃໝ່ແມ່ນຈະບໍ່ສາມາດນຳໃຊ້ຖ້າບໍ່ໄດ້ຮັບການລົງທະບຽນ. ອ່ານເພິ່ມເຕີມ.. ...

Phayboune Thanabouasy

ລັດຖະບານຈະຂາຍຫຸ້ນລັດວິສາຫະກິດທີ່ບໍ່ສ້າງຜົນກຳໄລ

ລັດຖະບານຈະຂາຍຫຸ້ນຂອງລັດວິສາຫະກິດ ແລະ ຫັນໃຫ້ເປັນທຸລະກິດຮ່ວມປະສົມ ຫຼື ຂາຍຍົກກິດຈະການຖ້າວ່າມີຄວາມຈຳເປັນ, ທ່ານຮອງນາຍົກລັດຖະມົນຕີກ່າວ.ການເຄື່ອນໄຫວດັ່ງກ່າວແມ່ນສ່ວນໜຶ່ງຂອງການປະຕິຮູບລັດວິສາຫະກິດທີ່ພວມກຳລງັດຳເນີນ ຫຼັງຈາກທີ່ວິສາຫະກິດສ່ວນໃຫຍ່ຂາດທຶນມາຫຼາຍປີ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ກະຊວງຊຸກຍູ້ໃຫ້ຜູ້ຈ່າຍອາກອນຈຳກັດການຈ່າຍເປັນເງິນສົດ

ກະຊວງການເງິນໄດ້ແຈ້ງການຊຸກຍູ້ໃຫ້ຜູ້ເສຍອາກອນທຳການຈ່າຍເງິນອາກອນຜ່ານລະບົບທະນາຄານ ເພື່ອປິດກັ້ນຊ່ອງຫວ່າງທາງການເງິນ.ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ກ່າວຜ່ານສື່ມວນຊົນຫວ່າງໝໍ່ໆມານີ້ວ່າ ລັດຖະບານໄດ້ມີການນຳໃຊ້ຊ່ອງທາງການຈ່າຍເງິນທາງອີເລັກໂທຣນິກຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈ່າຍອາກອນ.ອ່ານຕໍ່   ...

ສົມສັກ ພົງຂາວ

ລັດເລັ່ງມືໃນການປະຕິຮູບທາງດ້ານໂຄງສ້າງໃນບັນດາພະແນກການຂອງລັດ

ພະແນກການຂອງລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນກຳລັງກະກຽມການປະຕິຮູບໂຄງສ້າງການຈັດຕັ້ງກົມກອງຕ່າງໆ ຕາມຄຳສັ່ງແນະນຳຂອງລັດຖະບານ. ໃນຕົ້ນປີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 03 ຮຽກຮ້ອງໃຫ້ທຸກໆພະແນກການຂອງລັດ ເຊື່ອມບັນດາຫ້ອງການ ແລະ ກົມກອງຍ່ອຍທີ່ມີໜ້າທີ່ຮັບຜິດຊອບຊ້ຳຊ້ອນກັນ ເຂົ້າເປັນໜ່ວຍງານດຽວກັນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດອອກມາດຕະການຄຸ້ມຄອງໜີ້ສິນລັດ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ເຊັນຮັບຮອງລັດຖະບັນຍັດປະທານປະເທດ ໃນການປະກາດໃຊ້ກົດໝາຍເພື່ອການຄຸ້ມຄອງ ແລະ ຄວບຄຸມໜີ້ສິນຂອງລັດ ເມື່ອມີການເສີມຂະຫຍາຍການລົງທຶນຂອງລັດ.ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນຂອງລັດ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 29 ຕຸລານີ້ ມີຜົນໃນການຫ້າມທຸກໆພະແນກການ ແລະ ໜ່ວຍງານ ໃນການດຳເນີນໂຄງການທີ່ບໍ່ໄດ້ຮັບການອະນຸມັດ ຫຼື ການສ້າງໜີ້ສິນລັດໂດຍບໍ່ຊອບດ້ວຍກົດໝາຍໃນນາມຂອງລັດຖະບານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລັດວິສາຫະກິດຕ້ອງຈັດການການຂາດປະສິດທິພາບ ຫຼື ປັບປ່ຽນໂຄງສ້າງ

ລັດຖະບານຈະເລີ່ມເດີນໜ້າການປະຕິຮູບຂົງເຂດລັດວິສາຫະກິດ ຫຼັງຈາກພົບວ່າມີການຂາດປະສິດທິພາບທີ່ສຳຄັນຫຼາຍຢ່າງ. ຄະນະລັດຖະບານໄດ້ຕົກລົງໃນກອງປະຊຸມປະຈຳເດືອນ ໃນທ້າຍອາທິດທີ່ຜ່ານມາວ່າ ໜຶ່ງໃນບູລິມະສິດທີ່ຕ້ອງປະຕິບັດໃນຫຼາຍເດືອນຕໍ່ໜ້າ ແມ່ນການດຳເນີນກວດກາການປະຕິບັດງານຂອງລັດວິສາຫະກິດທົ່ວປະເທດ.ອ່ານຕໍ່ ...

ເອກະພົນ ພູທອນສີ

ລັດຖະບານສົ່ງເສີມການປະຕິຮູບທີ່ຈຳເປັນເພື່ອການຄຸ້ມຄອງທີ່ມີປະສິດທິຜົນ

ລັດຖະບານຈະຈັດຕັ້ງປະຕິບັດການປະຕິຮູບດ້ານໂຄງສ້າງ ເພື່ອຮັບປະກັນປະສິດທິຜົນໃນການຄຸ້ມຄອງ ທັງຫຼຸດຜ່ອນການຮັບລັດຖະກອນໃໝ່ເພີ່ມເຕີມ. ແຜນດັ່ງກ່າວຈະມີການທົບທວນຄືນກົມກອງຂອງລັດຖະບານ, ຖ້າເຫັນວ່າບໍ່ມີໜ້າວຽກພຽງພໍປະຕິບັດ ຈະມີການເຊື່ອມພະນັກງານເຂົ້າກັບກົມກອງອື່ນ.ອ່ານຕໍ່ ...

ສົມສັກ ພົງຂາວ

ວຽກງານສະຖິຕິຕ້ອງມີການຍົກລະດັບສູ່ມາດຕະຖານພາກພື້ນໃນທົ່ວປະເທດ

ລາວຕ້ອງພັດທະນາລະບົບເກັບກຳ ແລະ ວິເຄາະຂໍ້ມູນຂ່າວສານທາງການ ເພື່ອຮັບປະກັນດ້ານຄຸນະພາບ ແລະ ຄວາມເປັນເອກະພາບທາງວິຊາການ ແລະ ເພື່ອຍົກລະດັບໃຫ້ສອດຄ່ອງກັບມາດຕະຖານພາກພື້ນ ກໍຄືສາກົນ.ອ່ານຕໍ່ ...

ວຽງຈັນທາມສ໌

ດຳລັດໃໝ່ເພື່ອຊຸກຍູ້ດ້ານການປົກຄອງຂອງລັດ

ລັດຖະບານໄດ້ອອກດຳລັບສະບັບໃໝ່ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ,​ ແຂວງ ແລະອົງການຈັດຕັ້ງທຽບເທົ່າກະຊວງ. ດຳລັດດັ່ງກ່າວແມ່ນແນໃສ່ສົ່ງເສີມການເຮັດວຽກຮ່ວມກັນ ແລະ ຊຸກຍູ້ການປະຕິບັດງານ ທັງເປັນການຫຼີກລ່ຽງການເຮັດວຽກຊ້ຳກັນໃນອົງກອນຂອງລັດ ແລະ ເພື່ອສົ່ງເສີມໃຫ້ແຕ່ລະຂະແໜງການຮັບຜິດຊອບຕໍ່ພາລະກິດທີ່ໄດ້ຮັບມອບໝາຍຢ່າງເຕັມສ່ວນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

hyCZA
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!